ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-18 11:34:46    
ຊາວ​ອີຣັກທີ່​ອາ​ໄສ​ຢູ່​ອັງກິດ​ເລີ່​ມ​ຈົດ​ທະ​ບຽນ​ເຂົ້າ​ຮ່ວມ​ການ​ປ່ອນ​ບັດ​ເລືອກ​ຕັ້ງ​ທົ່ວ​ໄປ

cri Author: lm

ຕາມ​ຂ່າວCRI: ວັນ​ທີ 17 ມັງກອນ ຊາວ​ອີຣັກທີ່​ອາ​ໄສ​ຢູ່​ອັງກິດ​ເລີ່​ມຈົດ​ທະ​ບຽນ, ​ເພື່ອ​ເຂົ້າ​ຮ່ວມ​ການ​ປ່ອນ​ບັດ​ເລືອກ​ຕັ້ງທົ່ວ​ໄປ​ອີຣັກທີ່​ຈະ​ຈັດ​ຂຶ້ນ​ໃນ​ທ້າຍ​ເດືອນ​ນີ້.

ຕາມ​ສະຖິຕິ, ປະຈຸ​ບັນ ຊາວ​ອີຣັກທີ່​ອາ​ໄສ​ຢູ່​ອັງກິດ​ມີ​ປະມານ 2 ​ແສນ 5 ໝື່ນ​ຄົນ. ​ແມ່ນ​ອົງ​ການ​ຊາວ​ຍົກຍ້າຍສາກົນ​ຈັດ​ວາງວຽກ​ງານ​ຈົດ​ທະບຽນຜູ່​ມີ​ສິດ​​ເລືອກ​ຕັ້ງ​ແລະ​ຈັດ​ຕັ້ງ ພວກ​ເຂົາ​ເຈົ້າ​ເຂົ້າຮ່ວມ​ການ​ປ່ອນ​ບັດ​, ​ຈະ​ເລີ່​ມ​ປ່ອນ​ບັດຢ່າງ​ເປັນ​ທາງ​ການ​​​ແຕ່​ວັນ​ທີ 28 ຫາ​ວັນ​ທີ 30 ມັງກອນ. ຮອດ​ເວລາ​ນັ້ນ ອົງການ​ຊາວ​ອົບ​ພະຍົບສາກົນ​ຈະ​ຕັ້ງ​ຕູ້​ປ່ອນ​ບັດ 70 ​ແຫ່ງ​ຢູ່​ອັງ​ກິດ, ​ໃນ​ນັ້ນມີ 35 ​ແຫ່ງ​ຕັ້ງຢູ່​ລອນ​ດອນ, 24 ​ແຫ່ງ​ຕັ້ງຢູ່​ແມນ​ແຊັສ​ເຕີ, 11 ​ແຫ່ງ​ຕັ້ງ​ຢູ່​ກຼາ​ສ​ໂກ.