ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-18 11:41:26    
ປະທານາທິບໍດີ​ສີ​ລັງກາ​ປະ​ກາດ​ແຜນ​ການ​ສ້າງ​ສາ​ຄືນ​ໃໝ່​ຫຼັງ​ໄພ​ພິ​ບັດ​ແລະ​ຊ່ອຍ​ເຫຼືອ​ຜູ່​ປະ​ສົບ​ໄພ

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 17 ມັງກອນ ມາດາມ​ຄູ​ມາລາ​ຕົງ​ກາ ປະທານາ​ທິ​ບໍ​ດີ​ສີ​ລັງ​ກາ​ໄດ້​ປະກາດ​ແຜນການ​ສ້າງສາ​ຄືນ​ໃໝ່ຫຼັງ​ໄພພິບັດ​ແລະ​ຊ່ອຍ​ເຫຼືອຜູ່​ປະ​ສົບ​ໄພ​. ​ແຜນ​ການ​ດັ່ງ​ກ່າວ​ຈະ​ເລີ່​ມປະຕິບັດ​ໃນ​ທ້າຍ​ເດືອນ​ນີ້.

ຕາມ​ແຜນການ​ດັ່ງກ່າວ, ​ໃນທຸກໆ​ເດືອນ​ໄລຍະ​ມໍ່ໆ​ນີ້ ລັດຖະບານ​ສີ​ລັງກາ​ຈະ​​ໃຫ້ເງິນ​ສົດ 40 ​ໂດ​ລາ​ສະຫະລັດ​ໃຫ້​ແກ່​ທຸກຄອບຄົວ​ປະສົບ​ໄພ​, ​ໃຫ້ເງິ​ນສົດປະມານ 4 ​ໂດ​ລາ​ສະ​ຫະ​ລັດ​ຕໍ່​ອາ​ທິດລວມ 8 ອາທິດ​ແກ່​ຜູ່​ປະສົບ​ໄພ​ທຸກ​ໆຄົນ. ລັດຖະບານ​ສີ​ລັງກາ​ຍັງ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ​ຈະ​ຊ່ອຍ​ເຫຼືອຄອບຄົວ​ປະສົບ​ໄພຊື້​ເຄື່ອງ​ໃຊ້​ໃນ​ເຮືອນຄົວ​ທີ່​ຈຳ​ເປັນ​ແລະ​​ເຟີ​ນີ​ເຈີ​ກະ​ທັດ​ຮັດ​ບາງ​ຢ່າງ, ຍົກ​ເວັ້ນຄ່າ​ໄຟ ຄ່າ​ນ້ຳ ຄ່າ​ໂທລະສັບ​​ຊົ່ວຄາວ, ​ແລະ​ຈະ​​ໃຫ້​ອຸ​ປະ​ກອນ​ການ​ຮຽນ ປື້​ມ​ຮຽນ​ແລະ​ຊຸດ​ນັກຮຽນໃຫ້​ນັກຮຽນ​ໂດຍຟີ.

ນອກ​ນີ້, ລັດຖະບານ​ສີ​ລັງກາ​ຍັງ​ຈະ​ສ້າງ​ຕົວ​ເມືອງ​ໃໝ່ 15 ​ແຫ່ງ​ຢູ່​ເຂດ​ແຄມ​ທະ​ເລ​ພາກ​ຕາ​ເວັນ​ອອກສຽງ​ໃຕ້​ທີ່​ປະສົບ​ໄພ, ​ແຕ່​ຫ້າມ​ບໍ່​ໃຫ້​ປຸກ​ເຮືອນ​​ໃໝ່​ໃນ​ຂອບ​ເຂດ​ໄກ​ຈາກ​ຝັ່ງ​ທະ​ເລ 100 ​ແມັດ.