ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-18 21:24:00    
ສະຖານະ​ການ​ປາ​ເລັສຕິ​ນ​ອິສ​ລາ​ແອນ​ຊຸດ​ຮ້າຍ​ລົງ​ຢ່າງ​ໄວ​ພະ​ລັນ

cri

ຕາມ​ຂ່າວCRI: ຫວ່າງ​ມໍ່ໆ​ນີ້ ສະຖານະ​ການ​ປາ​ເລັສຕິ​ນອິສລາ​ແອນ​ໄດ້​ຊຸດ​ຮ້າຍ​ລົງ​ຢ່າງ​ໄວ​ພະລັນ. ​ວັນ​ທີ 14 ມັງກອນ, ອິສລາ​ແອນ​ໄດ້​ປະກາດ​ຕັດ​ການ​ພົວພັນ​ທັງ​ໝົດ​ກັບ​ອົງ​ການ​ອຳ​ນາດ​ແຫ່ງ​ຊາດ​ປາ​ເລັສຕິນ ​ໂດຍ​ອ້າງ​ວ່າ​ຊັ້ນນຳ​​ໃໝ່​ຂອງ​ປາ​ເລັສຕິນບໍ່​ໄດ້​ໃຊ້​ມາດ​ຕະ​ການ​ສະ​ກັດ​ກັ້ນຜູ່​ປະກອບ​ອາວຸດ​ປາ​ເລັສຕິນຫຼອນ​ໂຈມ​ຕີ​ເປົ້າໝາຍ​ອິສລາ​ແອນ, ​ແລະ​ຢຸດ​ຕິ​ການ​ກະ​ກຽມ​ການ​ເຈລະຈາລະຫວ່າງ​ທ່ານ​ຊາ​ລົງ ນາຍົກລັດ​ຖະ​ມົນ​ຕີ ອິສລາ​ແອນ​ແລະ​ທ່ານ​ອັບ​ບັສ ປະ​ທານ​ອົງ​ການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສ​ຕິນ. ນີ້​ແມ່ນ​ວິ​ກິດ​ການ​ຄັ້ງ​ທຳ​ອິດ​ຂອງ​ການ​ພົວ​ພັນ​ລະ​ຫວ່າງ​ປາ​ເລັສຕິ​ນອິສລາ​ແອນ​ພາຍຫຼັງ​ການ​ເລືອກ​ຕັ້ງ​ທົ່ວ​​ໄປ​ຂອງ​ປາ​ເລັສ​ຕິນ​ສິ້ນ​ສຸດ​ລົງ.

ສາມາດ​ເວົ້າ​ໄດ້​ວ່າ, ພາຍຫຼັງທ່ານ​ອາລາ​ຟັດ ຜູ່​ນຳ​ປາ​ເລັສຕິນ​ເຖິງ​ແກ່​ກຳ​ແລ້ວ, ການ​ຫຼອນ​ໂຈມ​ຕີ​ຕ້ານ​ອິສລາ​ແອນ​ຂອງຜູ່​ປະກອບ​ອາວຸດ​ປາ​ເລັສຕິນທີ່​ຈິງບໍ່​ໄດ້​ຢຸດ​ເຊົາ​ຈັກ​ເທື່ອ. ບຸກ​ຄົນ​ວິ​ເຄາະ​ເຫັນ​ວ່າ, ກ່ອນ​ແລະຫຼັງການ​ເລືອກ​ຕັ້ງທົ່ວ​ໄປ​ຂອງ​ປາ​ເລັສຕິນ, ​ເນື່ອງ​ຈາກ​ປະ​ຊາ​ຄົມ​ໂລກ​ໄດ້​ຝາກ​ຄວາມ​ຫວັງ​ຢ່າງ​ແຮງ​ກ້າ​ຕໍ່​ການ​ເລືອກ​ຕັ້ງທົ່ວ​ໄປ​ຂອງ​ປາ​ເລັສ​ຕິນ, ສະ​ນັ້ນ ອິສ​ລາ​ແອນ​ໄດ້​ຮັກສາ​ຄວາມ​ອົດ​ກັ້ນ​ເພື່ອຫຼີກ​ເວັ້ນ​ໂທດ​ກຳ​ອັນ​ທີ່​ວ່າ​ທຳ​ລາຍ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ຂອງ​ປາ​ເລັສຕິນ. ​ແຕ່​ພາຍຫຼັງການ​ເລືອກ​ຕັ້ງຂອງ​ປາ​ເລັສຕິນສິ້ນ​ສຸດ​ລົງ, ອິສລາ​ແອນ​ເຫັນ​ວ່າ​ບໍ່​ມີ​ຄວາມ​ຈຳ​ເປັນ​ຕ້ອງ​ຮັກສາ​ຄວາມ​ອົດ​ກັ້ນ​ແນວ​ນີ້​ອີກ​ແລ້ວ. ​ເຈົ້າ​ໜ້າ​ທີ່​ຊັ້ນສູງ​ຜູ່​ໜຶ່ງ​ຂອງ​ອິສ​ລາ​ແອນ​ກ່າວ​ວ່າ, ອິສລາ​ແອນ​ບໍ່​ມີ​ຄວາ​ອົດທົນ​ແລະ​ເວລາ​ຄອຍ​ຖ້າ​ທ່ານ​ອັບ​ບັສ​ໃຊ້​ພາ​ຫະ​ນະ​ການ​ເຈ​ລະ​ຈາ​ແລະ​ການ​ສົນທະນາ​ຊັກ​ຊວນ​ອົງການ​ຫົວ​ຮຸນ​ແຮງ​ປາ​ເລັສ​ຕິນ​ຢຸດ​ຍິງ​ກັບ​ອິສ​ລາ​ແອນ.

ສະຖານະ​ການ​ປາ​ເລັສຕິ​ນອິລາ​ແອນ​ຊຸດ​ຮ້າຍ​ລົງ​ຢ່າງ​ໄວ​ພະລັນ​ເປັນ​ການ​ສະ​ແດງ​ການ​ນາບ​ຂູ່ຕໍ່​ທ່ານ​ອັບ​ບັສທີ່​ຫາ​ກໍ່​ສາ​ບານ​ຕົວ​ຂຶ້ນຮັບ​ຕຳ​ແໜ່​ງ, ຈະເວົ້າ​ໄດ້​ວ່າ​ໃນ​ສະ​ເພາະ​ໜ້າ​ນີ້ ທ່ານ​ອັບ​ບັສປະສົບ​ຄວາມ​ຫຍຸ້ງຍາກ​ທັງ​ພາຍ​ໃນ​ແລະພາຍ​ນອກ: ຢູ່​ພາຍ​ໃນ ອົງການ​ຫົວ​ຮຸນ​ແຮງ​ຂອງ​ປາ​ເລັສຕິນບໍ່​ຍອມ​ປະລະ​ການ​ຕໍ່ສູ້​ດ້ວຍ​ກຳລັງ​ອາວຸດ; ຢູ່​ພາຍ​ນອກ, ອິສລາ​ແອນປະຕິ​ເສດບໍ່​ຟື້ນ​ຟູ​ການ​ເຈລະຈາ​ສັນຕິພາບ​ກັບ​ຝ່າຍ​ປາ​ເລັສຕິນ​ໂດຍອ້າງວ່າ​ອົງການ​ຫົວ​ຮຸນ​ແຮງ​ປາ​ເລັສ​ຕິນ​ກໍ່​ການຫຼອນ​ໂຈມ​ຕີ.

ບຸກຄົນ​ວິ​ເຄາະ​ເຫັນ​ວ່າ, ທ່ານ​ອັບ​ບັສຫາ​ກໍ່​ຂຶ້ນຮັບ​ຕຳ​ແໜ່​ງ, ​ເວົ້າສຳລັບ​ທ່ານ​​ແລ້ວ, ໜ້າ​ທີ່​ອັນ​ດັບ​ໜຶ່ງ​ຂອງ​ທ່ານ​ຍັງ​ຄົງ​ແມ່ນ​ຈັ້ງຕີນ​ໃຫ້​​ແໜ້ນບົນ​ເວທີ​ການ​ເມືອງ​ປາ​ເລັສ​ຕິນ, ຮັກ​ສາ​ຄວາມ​ສາມັກຄີ​ຢູ່ພາຍ​ໃນ​ປາ​ເລັສຕິນ. ຄວາມ​ວຸ້ນວາຍຍ້ອນ​ສົງຄາມ​ແລະ​ການ​ໂຈມ​ຕີ​ທາງ​ການ​ທະ​ຫານ​ຂອງ​ອິສລາ​ແອນ​ເປັນ​ເວລາ​ຍາວ​ນານ​​ເຮັດ​ໃຫ້​ກອງ​ຕຳຫຼວດ​ແລະ​ກອງ​ຮັກ​ສາ​ຄວາມ​ປອດ​ໄພຂອງ​ປາ​ເລັສຕິ​ນອ່ອນ​ແອ​ທີ່​ສຸດ, ຈົນຮອດ​ປະຈຸ​ບັນ ອິສລາ​ແອນຍັງ​ບໍ່​ອະນຸຍາດ​ໃຫ້​ຕຳ​ຫຼວດ​ແລະ​ກອງ​ຮັກສາ​ຄວາມ​ປອດ​ໄພ​ຂອງ​ປາ​ເລັສຕິນທີ່​ຢູ່​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ​ຖື​ອາວຸດ, ສະນັ້ນ ທ່ານ​ອັບ​ບັສບໍ່​ມີ​ກຳລັງ​ການ​ເມືອງ, ກໍ່​ບໍ່​ມີ​ກຳ​ລັງ​ທະ​ຫານ​ອັນ​ພຽງ​ພໍ​ບັງ​ຄັບ​​ອົງ​ການ​ຫົວ​ຮຸນ​ແຮງ​ຂອງ​ປາ​ເລັສຕິນຢຸດ​ຍິງ​ກັບ​ອິສລາ​ແອນ. ຍິ່ງ​ສຳຄັນ​ກວ່າ​ນັ້ນ​ແມ່ນ ຜົນ​ປະ​ໂຫຍ​ດ​ແຫ່ງ​ຊາດ​ປາ​ເລັສຕິນຕ້ອງການປາ​ເລັສຕິນມີ​ແຕ່​ສາ​ມັກ​ຄີ​​ເປັນ​ຈິດ​ໜຶ່ງ​ໃຈດ​ຽວກັນຈຶ່ງ​ສາມາດ​ສູ້​ກັບ​ພາຍ​ນອກ​ໄດ້, ທ່ານ​ອັບ​ບັສບໍ່​ອາດ​ຈະ​ໃຊ້​ກຳ​ລັງ​ອາ​ວຸດ​ຕໍ່​ຊາວ​ປາ​ເລັສຕິນ​. ນອກ​ນີ້, ​ໃນ​ສາມັນ​ຊົນ​ປາ​ເລັສຕິນ, ຍັງ​ມີຄົນ​ຈຳນວນ​ຫຼວງ​ຫຼາຍ​ສະ​ໜັບສະໜູນ​ການສືບ​ຕໍ່​ຕໍ່​ສູ້​ກັບ​ອິສລາ​ແອນ​ດ້ວຍ​ກຳລັງ​ອາວຸດ. ​ໃຕ້​ສະພາບ​ການ​ແນວ​ນີ້, ທ່ານ​ອັບ​ບັສມີ​ແຕ່​ໃຊ້​ພາຫະນະ​ການ​ສົນທະນາ ນຳ​ໃຊ້​ກຳ​ລັງ​ໜີບ​ຂອງ​ປະ​ຊາ​ຄົມ​ໂລກ​ແລະ​ມວນ​ຊົນ​ປາ​ເລັສຕິນທີ່​ມີ​ຈິດ​ໃຈ​ສະ​ແຫວ​ງຫາ​ຄວາມ​ສະຫງົບ​ໂດຍ​ທົ່ວ​ໄປ, ນຳ​ໃຊ້​ໄມ້​ງັດ​ການ​ເມືອງ​ໃນ​ກຳມື​ຂອງ​ຕົນ​ທີ່​ແບ່ງປັນ​ອຳນາດ​ການ​ເມືອງ​ປາ​ເລັສ​ຕິນ​ຄືນ​ໃໝ່, ຊັກ​ຈູງ​ໄປ​ຕາມ​ທ່ວງທ່າ​ຂະຫຍາຍຕົວ​ຂອງ​ສະພາບ​ການ, ຊັກ​ຊວນ​ໃຫ້​ອົງ​ການ​ຫົວ​ຮຸນ​ແຮງ​ປາ​ເລັສ​ຕິນ​ຢຸດ​ຍິງ​ກັບ​ອິສ​ລາ​ແອນ.

ຕໍ່​ທ່າ​ທີ​ອັນ​ແຂງ​ແຮງ​ຂອງ​ອິສລາ​ແອນ, ຝ່າຍ​ປາ​ເລັສຕິນ​ເຫັນ​ວ່າ, ຢູ່​ຝ່າຍ​ປາ​ເລັສ​ຕິນ​ແລະ​ຝ່າຍ​ອິສລາ​ແອນ​ລ້ວນ​ແຕ່​ມີ​ອິດ​ທິກຳລັງ​ຫົວ​ຈັດ​ທີ່​ເຈດ​ຕະນາ​ສະກັດ​ກັ້ນຂະ​ບວນວິ​ວັດ​ສັນ​ຕິພາບ, ຖ້າ​ອິສລາ​ແອນ​ຢາກ​ບັນລຸ​ສັນຕິພາບ​ຢ່າງ​ແທ້​ຈິງ, ກໍ​ຕ້ອງ​ໃຊ້​ທ່າ​ທີ​ລັກສະນະ​ສ້າງ​ສັນ​ຕໍ່​ການ​ເຄື່ອນ​ໄຫວ​ທຳລາຍ​ຂອງ​ອິດ​ທິກຳລັງ​ຫົວ​ຈັດ, ບໍ່​ຄວນ​ປິດ​ປະຕູ​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ​ໃນ​ທັນທີ​ພາຍຫຼັງ​ເກີດ​ເຫດການຫຼອນ​ໂຈມ​ຕີ.

ໜັງສືພິມ​ຮາ​ອາ​ເລັສສະບັບ​ວັນ​ທີ 16 ຂອງ​ອິສລາ​ແອນ​ໄດ້​ພິມ​ບົດ​ວິຈານ​ວ່າ, ຖ້າ​ປາ​ເລັສຕິນ​ເກີດ​ຄວາ​ມວຸ້ນວາຍ​ຢູ່​ພາຍ​ໃນຫຼືທ່ານ​ອັບ​ບັສຄອງ​ອຳນາດ​ເສຍ​​ໄຊ​ແລ້ວ, ອິສລາ​ແອນ​ຈະ​ບໍ່​ໄດ້ຜົນ​ດີ​ແຕ່​ຢ່າງ​ໃດ. ທ່ານ​ຊາ​ລົງ​ຄວນ​ສືບ​ຕໍ່​ເຈລະຈາ​ກັບ​ທ່ານ​ອັບ​ບັສ, ຮ່ວມ​ມື​ກັບ​ຝ່າຍ​ປາ​ເລັສຕິນ, ພ້ອມ​ກັນ​ວາງ​ແຜນການ​ສິ້ນ​ສຸດ​ການ​ເປັນ​ປໍ​ລະ​ປັກ​ກັນ​ດ້ວຍ​ກຳລັງ​ຮຸນ​ແຮງ, ຫາກ​ບໍ່​ແມ່ນ​ໃຫ້ການ​ປະ​ທະ​ກັນ​ດ້ວຍ​ກຳລັງ​ຮຸນ​ແຮງ​ລະຫວ່າງ​ປາ​ເລັສຕິ​ນອິສລາ​ແອນ​ໝູນວຽນ​ໄປ​ໃນ​ແງ່​ຮ້າຍ​ຕໍ່​ໄປ​ອີກ.