ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-18 21:28:54    
ອີຣັກວາງ​ມາດ​ຕະ​ການ​ອັນ​ເຄັ່ງ​ຄັດ​ເພື່ອ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ຂອງ​ການ​ເລືອກ​ຕັ້ງ​ທົ່ວ​ໄປ

cri
CRIລາຍ​ງານ​ວ່າ: ຫວ່າງ​ມໍ່ໆ​ນີ້,ລັດຖະບານ​ຊົ່ວຄາວ ​ອີຣັກ​ແລະ​ຄະນະ​ກຳມະການ​ເລືອກ​ຕັ້ງ​ອິດສະຫຼະ​ຂອງ​ອີຣັກ​ໄດ້​ຮ່ວມ​ກັນ​ປະກາດ​ມາດ​ຕະການ​ປ້ອງ​ກັນ​ຄວາມ​ປອດ​ໄພ​ທີ່​ເຄັ່ງ​ຄັດ​ຢ່າງ​ເປັນ​ລະ​ບົບ,​ເພື່ອ​ຮັບປະກັນ​ຄວາມ​ປອດ​ໄພ​ຂອງ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ30​ມັງກອນນີ້.

ວັນ​ທີ15​ມັງກອນ,​ໃນ​ງານ​ຊຸມນຸມ​ນັກ​ຂ່າວ​ທີ່​ທ່ານ​ລາ​ຕິ​ຟ ລັດຖະມົນຕີ​ລັດຖະກິດ​ທີ່​ຮັບ​ຜິດ​ຊອບ​ວຽກ​ງານ​ແຂວງ​ຂອງ​ລັດຖະບານ​ຊົ່ວຄາວອີຣັກ​ແລະ​ທ່ານ​​ເຮັນ​ດາ​ວີ ປະທານ​ຄະນະ​ກຳ​ມະ​ການ​ເລືອກ​ຕັ້ງ​ອິດສະຫຼະ​ອີຣັກຮ່ວມ​ກັນ​ຈັດ​ຂຶ້ນ​ນັ້ນ,ທ່ານ​ລາ​ຕິ​ຟກ່າວ​ວ່າ,​ໃນ​ມື້​ປ່ອນ​ບັດ​ເລືອກ​ຕັ້ງ,​ທຸກ​ເຂດ​ແຂວງ,​​ໃນ​ທົ່ວ​ແດນ​ອີຣັກ​ພ້ອມ​ດ້ວຍ​ທຸກ ​ຄຸ້ມ​ໃນ​ນະ​ຄອນ​ຫຼວງ​ແບກ​ແດດ​ຈຳ​ກັດ​ການ​ສັນ​ຈອນ​ຂອງ​ລົດຍົນ,ຢູ່​ນອກ​ສະຖານ​ທີ່​ປ່ອນ​ບັດ,ຈະ​ຈັດ​ວາງ​ເສັ້ນ​ອັດ​ຕັນ,​ຫ້າມ​ບໍ່​ໃຫ້​ລົດ​ແລ່ນ​​ເຂົ້າ​​ໃກ້.​ຕຳ​ຫຼວດ,ທະຫານ​ແລະ​ກອງ​ປ້ອງ​ກັນ​ຊາດ​ຂອງ​ອີຣັກ​ຈະ​ປະ​ສານ​ສົມ​ທົບ​ກັບ​ກອງ​ທະ​ຫານ​ນາ​ນາ​ຊາດ​ປະຈຳ​ອີຣັກ,ປ້ອງ​ກັນ​ຄວາມ​ປອດ​ໄພ​ຂອງ​ການ​ເລືອກ​ຕັ້ງ​ທົວ​ໄປ​ເທື່ອ​ນີ້.​ທ່ານ​ລາ​ຕິ​ຟ​ກ່າວ​ວ່າ,ທ່ານ​ອາ​ລາ​ວີ ນາ​ຍົກ​ລັດ​ຖະ​ມົນ​ຕີ​ລັດ​ຖະ​ບານ​ຊົ່ວຄາວ​ ​ອີຣັກ​ຈະ​ປະ​ກາດ​ໃນ​ຫວ່າງ​ມໍ່ໆ​ນີ້​ວ່າ,​​ຈະ​ກຳ​ນົດ​ໄລ​ຍະ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​​​​ເປັນ​ວັນ​ພັກ​ແຫ່ງ​ຊາດ.​ທ່ານ​ລາ​ຕິ​ຟກ່າວ​ວ່າ,​ໃນ18​ແຂວງ​ຂອງ​ອີ​ຣັກ,​ມີ​14​ແຂວງ​ມີ​ສະຖຽນ​ລະ​ພາບ.ນອກ​ນີ້,​ສະ​ຖາ​ນະ​ການ​ຄວາມ​ປອດ​ໄພ​ຂອງ​ອີກ​4​ແຂວງ​ຍັງ​ຄົງ​ຂ້ຽວ​ຂາດ​ຢູ່.ໃນ​ງານ​ຖະ​ແຫຼ​ງຂ່າວ​ດັ່ງ​ກ່າວ,​ທ່ານ​​ເຮັນ​ດາ​ວີ​ກ່າວ​ວ່າ,​ຢູ່​ແຂວງ​ທີ່ມີ​ການ​ເຄື່ອນ​ໄຫວ​ຫຼ​ອນ​ໂຈມ​ຕີ​ຕ້ານ​ອາ​ເມ​ລິ​ກາ​ດ້ວຍ​ກຳ​ລັງ​ຮຸນ​ແຮງ​​ເກີດ​ຂຶ້ນ​ເລື້ອຍໆ,ຄືແຂວງ​ອານ​ບາ​ແລະ​ແຂວງ​ນີ​ເນ​​ເວ​ເຊິ່ງ​ເປັນ​ທີ່​ຕັ້ງ​ຂອງ​ເມືອງ​ໂມ​ຊຸນ ​ເມືອງ​ໃຫຍ່​ທີ​ສາມ​ຂອງ​ອີຣັກ,ຈົນ​ຮອດ​ປະຈຸ​ບັນ,ຍັງ​ບໍ່​ມີ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ມາ​ຈົດ​ທະ​ບຽນ. ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຈະ​ຈົດ​ທະບຽນ​ແລະ​ປ່ອນ​ບັດ​ໃນ​ວັນ​ທີ30​ມັງ​ກອນ.​ທ່ານ​ກ່າ​ວວ່າ,​ລັດ​ຖະ​ບານ​ຊົ່ວ​ຄາວ​ອີຣັກ​ຕົກ​ລົງ​​ໃຊ້​ມາດ​ຕະ​ການ​ຕ່າງໆ​ເພື່ອ​ຮັບ​ປະ​ກັນ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ດຳ​ເນີນ​ໄປ​ຢ່າງ​ສະ​ດວກ.

ນອກ​ນີ້,ຄະນະ​ກຳມະການ​ເລືອກ​ຕັ້ງ​​ອີຣັກກໍ​ຈະ​ໃຊ້​ມາດ​ຕະການ​ຈຳນວນ​ໜຶ່ງ,ພະ​ຍາ​ຍາມ​ຮັບ​ປະ​ກັນ​ຄວາມ​ປອ​ດ​ໄພ​ຂອງ​ການ​​ເລືອກຕັ້ງ.​ໃນ​ນັ້ນ​,ມີດັ່ງ​ນີ້: ​ໃນ​ໄລຍະ​ຈັດການ​ເລືອກ​ຕັ້ງ,​ເວັ້ນ​ແຕ່​ຜູ້​ປ້ອງ​ກັນ​ຄວາມ​ປອດ​ໄພ​ແລ້ວ,ຫ້າມ​ບໍ່​ໃຫ້​​ທຸກ​ຄົນ​ຖືອາວຸດ​ຢູ່​ໃນ​ຂອບ​ເຂດ​100​ແມັດ​ຕາ​​ເຊິ່ງ​ຖື​ບ່ອນ​ຈົດ​ທະບຽນ,ບ່ອນ​ປ່ອນ​ບັດ​ແລະ​ສູນ​ນັບ​ບັດ​ເປັນ​ໃຈກາງ,ຜູ້​ລະ​ເມີດ​ຂໍ້​ກຳນົດ​ດັ່ງກ່າວ​ຈະ​ຖືກ​ລົງ​ໂທດ​ຢ່າງ​ເຂັ້ມ​ງວດ.ຈົນ​ຮອດ​ມື້​ປ່ອນ​ບັດ​ຈິ່ງ​ປະກາດ​ລາຍ​ຊື່​ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ທຸກ​ຄົນ.​ເມື່ອ​ມໍ່​ຈະ​ຮອດ​ມື້​ເລືອກ​ຕັ້ງ​ທົ່ວ​ໄປ​ຈິ່ງ​ຈະ​ປະກາດທີ່​ຕັ້ງ​ບ່ອນ​ປ່ອນ​ບັດ,​ເພື່ອ​ຫຼີກ​ເວັ້ນ​ການ​ຫຼອນ​ໂຈມ​ຕີ​ຂອງ​ກອງ​ປະກອບ​ອາວຸດ​ຕ້ານ​ອາ​ເມ​ລິ​ກາ​​ໃນ​ເມື່ອ​ຫາກ​ປະກາດ​ກ່ອນ​ລ່ວງ​ໜ້າ.

ນອກ​ນີ້,ມີ​ຂ່າວ​ແຈ້ງວ່າ,​ເພື່ອ​ຮັບປະກັນ​ຄວາມ​ປອດ​ໄພ​ຂອງ​ການ​ເລືອກ​ຕັ້ງ​ທົ່ວ​ໄປ.​ໃນ​ໄລຍະ​ຈັດການ​ເລືອກ​ຕັ້ງ,ອີຣັກຍັງ​ຈະ​ປິດ​ຊາຍ​ແດນ​ທິ່ຕິດກັບປະ​ເທດ​​ໃກ້​ຄຽງ,​ແລະ​​ເຊົາ​ການ​ບໍລິການໂທລະ​ຄົມ​ເຄື່ອນ​ທີ່​ພາຍ​ໃນ​​ແດນ​ອີຣັກ​ເປັນ​ຕົ້ນ.

ບຸກຄົນ​ວິ​ເຄາະ​ຊີ້​ອອກ​ວ່າ,​ເຈົ້າ​ໜ້າ​ທີ່​ອາ​ເມ​ລິ​ກາ​​ແລະ​ອີຣັກ​ໃຊ້​ມາດ​ຕະການ​ປ້ອງ​ກັນ​ຄວາມ​ປອດ​ໄພຢ່າງ​ເຄັ່ງ​ຄັດ​ແມ່ນ​ມີ​ຈຸດປະສົງ​ສອງ​ຢ່າງດັ່ງ​ນີ້:ໜຶ່ງ​ແມ່ນ​ເພື່ອສະ​ແດງຕໍ່​ ​ຜູ້​ມີ​ສິດ​ເລືອກຕັ້ງ4​ລ້ານ​ກວ່າ​ຄົນ​ວ່າ:ພວກ​ເຂົາ​ເຈົ້າ​ເຂົ້າ​ຮ່ວມ​ການ​ປ່ອນ​ບັດ​ຈະ​ໄດ້​ຮັບ​ການ​ຮັບ​ປະ​ກັນ​ດ້ານ​ຄວາມ​ປອດ​ໄພ,ລົບ​ລ້າງ​ຄວາມ​ວິຕົກ​ກັງວົນ​ຂອງ​ພວກ​ເຂົາ​ເຈົ້າ,​​ໄປປ່ອນ​ບັດ​ຢ່າງ​ໄວ້​ວາງ​ໃຈ.​ສອງ,​ເພື່ອ​ສົ່ງ​ສັນຍາ​ນນາບຂູ່​ໄປ​ຍັງກອງ​ປະ​ກອບ​ອາວຸດ​ຕ້ານ​ອາ​ເມ​ລິ​ກາ​ທີ່​ເຈດ​ຕະ​ນາ​ທຳ​ລາຍ​ການ​ເລືອກ​ຕັ້ງ,​ເຕືອນ​ໃຫ້​ພວກ​ເຂົາ​ເຈົ້າ​ຢ່າ​ໃຊ້​ການ​ເຄື່ອນ​ໄຫວ​ຢ່າງ​ງ່າຍ​ດາຍ,​ເພາະ​ວ່າ​ເຈົ້າ​ໜ້າ​ທີ່​ອາ​ເມ​ລິ​ກາ​ແລະ​ອີຣັກຈະ​ຮັບປະກັນ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ຈັດ​ຂຶ້ນ​ຢ່າງ​ສະ​ດວກ​ຕາມ​ເວລາ​ກຳນົດ​ໂດຍ​ບໍ່​ເສຍດາຍ​ຄ່າ​ຕອບ​ແທນ​ໃດໆ.

ບຸກຄົນ​ວິ​ເຄາະ​ເຫັນ​ວ່າ,ມາດ​ຕະການ​ເຫຼົ່າ​ນີ້​ຈະ​ປົວ​ແປງ​ສະພາບ​ຄວາມ​ປອດ​ໄພ​ໃນ​ໄລຍະ​ການ​ເລືອກ​ຕັ້ງ​ໃນ​ລະດັບ​ໃດ​ໜຶ່ງ,​ແຕ່​ບໍ່​ສາມາດ​ກຳຈັດ​ເຫດການ​ຫຼອນ​ໂຈມ​ຕີ​ດ້ວຍ​ກຳລັງ​ຮຸນ​ແຮງ​ໄດ້.​ເພາະວ່າ​ກອງ​ປະກອບ​ອາວຸດ​ຕ້ານ​ອາ​ເມ​ລິ​ກາ​ຈະ​ສວຍ​ໃຊ້​ທຸກ​ໂອກາດ,​ໃຊ້​ທຸກ​ພາຫະນະ​ທຳລາຍ​ການ​ເລືອກ​ຕັ້ງ​,​ຖ້າ​ບໍ່​ສາມາດ​ສະກັດ​ກັ້ນ​ການ​ເລືອກ​ຕັ້ງຢ່າງ​ເຖິງ​ຖອງ​​ໄດ້,​ແຕ່​ກໍ​ຈະ​ສ້າງ​ຄວາມ​ວຸ້ນວາຍ​ຢ່າງ​ໃຫຍ່,ກະທົບກະ​ເທືອ​ນ​ເຖິງ​ອັດຕາການ​ປ່ອນ​ບັດ,​ເຮັດ​ໃຫ້ການ​ເລືອກຕັ້ງ​ເສ​ຍຄວາມ​ທ່ຽງ​ທຳ,ລັກສະນະ​ຕົວ​ແທນ​ແລະ​ຜົນ​ສັກສິດ,ສ້າງ​ພື້ນຖານ​ໃຫ້​ແກ່​ການ​ຍຸຍົງ​ການ​ປະ​ທະ​ກັນ​ລະຫວ່າງ​ພັກ​ຝ່າຍ​ແລະ​ຄວາມ​ແຕກ​ແຍກ​ໃນ​ສັງຄົມ​ພາຍ​ຫຼັງ​ການ​ເລືອກ​ຕັ້ງ.

ນອກ​ນີ້,​ໃນ​ມື້ຈັດການ​ເລືອກ​ຕັ້ງ,​ເຈົ້າ​ໜ້າ​ທີ່​ອາ​ເມ​ລິ​ກາ​ແລະ​ອີຣັກຈະຈຳກັດ​ການ​ເຄື່ອນ​ໄຫວ​ຂອງ​ຄົນ​ທັງຫຼາຍ,ຜູ້​ມີ​ສິດ​ເລືອກ​ຕັ້ງ​ສ່ວນ​ໜຶ່ງ​ກ່ອນ​ຈະ​ປ່ອນ​ບັດ​ຈິ່ງ​ຈົດ​ທະບຽນ,​ແລະ​ຮູ້​ຊື່​ຂອງ​ຜູ້​ສະ​ໝັກ​ຮັບ​ເລືອກຕັ້ງ,ນີ້​ຈະ​ສ້າງ​ຄວາມ​ຫຍຸ້ງຍາກສົມຄວນ​ໃຫ້​ແກ່​ຜູ້​ມີ​ສິດ​ເລືອກ​ຕັ້ງ​ທຳ​ການ​ຄັດ​ເລືອກ,​ແລະ​ກໍ​ຍາກ​ທີ່​ຈະ​ຮັບປະກັນຄວາມ​ຍຸດ​ຕິ​ທຳ​,ຄວາມ​ທ່ຽງ​ທຳ​ແລະ​ຄວາມ​​ໂປ່​ງ​ໃສ​ຂອງ​ການ​ເລືອກ​ຕັ້ງ.ມີ​ຄົນ​ເຫັນ​ວ່າ,ການ​ເລືອກ​ຕັ້ງ​ທີ່​ອ້າງ​ວ່າ​ມີ​ເສ​ລີ​ພາບ,​ປະ​ຊາ​ທິ​ປະ​ໄຕ​ເທື່ອ​ນີ້,​ໃນ​ທີ່​ສຸດ​ມີ​ແຕ່​ເປັນ​ການສະ​ແດງ​ທາງ​ການ​ເມືອງ​ຂອງ​ອາ​ເມ​ລິ​ກາ​ເທົ່າ​ນັ້ນ.