|
|
 |
| (GMT+08:00)
2005-01-19 10:15:22
|
 |
|
ສະມັດຊາໃຫຍ່ອົງການສະຫະປະຊາຊາດຈັດກອງປະຊຸມສະໄໝວິສາມັນກ່ຽວກັບໄພຄື້ນທະເລຊູນາມີມະຫາສະໝຸດອິນເດຍ
cri
Author: q
ຕາມຂ່າວສານຊິນຮວາ,ວັນທີ18ມັງກອນ,ສະມັດຊາໃຫຍ່ອົງການສະຫະປະຊາຊາດສະໄໝທີ59ໄດ້ຈັດກອງປະຊຸມສະໄໝວິສາມັນ,ຫາລືບັນຫາກ່ຽວກັບການສະໜອງການຊ່ອຍເຫຼືອມະນຸດສະທຳໃຫ້ປະເທດປະສົບໄພຈາກຄື້ນທະເລຊູນາມີມະຫາສະໝຸດອິນເດຍແລະບັນຫາອື່ນໆ.ຜູ້ຕາງໜ້າທີ່ຮ່ວມປະຊຸມໄດ້ຮຽກຮ້ອງປະຊາຄົມໂລກຈົ່ງເອົາໃຈໃສ່ນຳປະເທດປະສົບໄພໃນໄລຍະຍາວນານ,ແລະໃຊ້ມາດຕະການເພີ່ມທະວີຄວາມສາມາດປ້ອງກັນໄພທຳມະຊາດໃນທົ່ວໂລກໂດຍສະເພາະໃນບັນດາປະເທດພວມພັດທະນາ.
ໃນເວລາກ່າວຄຳປາໄສໄຂປະຊຸມ,ທ່ານຢັງປິງ ປະທານສະມັດຊາໃຫຍ່ອົງການສະຫະປະຊາຊາດສະໄໝທີ59,ລັດຖະມົນຕີກະຊວງການຕ່າງປະເທດກາບົງ ກ່າວວ່າ,ອົງການສະຫະປະຊາຊາດທີ່ເສີມຂະຫຍາຍບົດບາດນຳພາໃນດ້ານປະສານງານຄວາມພະຍາຍາມກູ້ໄພສາກົນນັ້ນຄວນຍົກຄວາມສາມາດໃນດ້ານປ້ອງກັນໄພ,ຫຼຸດໄພ,ກູ້ໄພແລະເຕືອນໄພເປັນຕົ້ນໃຫ້ສູງຂຶ້ນຕື່ມອີກ.
ທ່ານອານນານ ເລຂາທິການໃຫຍ່ອົງການສະຫະປະຊາຊາດຊີ້ອອກວ່າ,ຕໍ່ໄປພາຍໜ້າ,ປະຊາຄົມໂລກຄວນຫັນຈຸດໜັກຂອງຄວາມເອົາໃຈໃສ່ໄປສູ່ການຟື້ນຟູແລະການສ້າງສາຄືນໃໝ່ຂອງປະເທດປະສົບໄພ,ແລະຮັບປະກັນບໍ່ໃຫ້ຂາດທຶນສ້າງສາຄືນໃໝ່.
ທ່ານອາລຸນແກ້ວ ກິດຕິຄຸນ ເອກອັກຄະລັດຖະທູດລາວປະຈຳອົງການສະຫະປະຊາຊາດ,ປະເທດປະທານຝຽນອາຊຽນຕາງໜ້າອາຊຽນຍື່ນຮ່າງມະຕິສະບັບໜຶ່ງໃຫ້ສະມັດຊາໃຫຍ່ອົງການສະຫະປະຊາຊາດ,ຮຽກຮ້ອງໃຫ້ບັນດາປະເທດມີເຈດຈຳນົງທາງການເມືອງທີ່ສະໜັບສະໜູນການສ້າງສາຄືນໃໝ່ໄລຍະກາງແລະໄລຍະຍາວຂອງປະເທດປະສົບໄພ,ແລະຮຽກຮ້ອງໃຫ້ປະເທດບໍລິຈາກສະໜອງເງິນບໍລິຈາກຕາມຄຳໝັ້ນສັນຍາໂດຍໄວ.ມີ53ປະເທດເຊິ່ງໃນນັ້ນມີຈີນໄດ້ລົງນາມໃນຮ່າງມະຕິດັ່ງກ່າວ.
|
|
|