ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-19 11:52:45    
ທ່ານ​ບຸສ​ໂທ​ລະສັບ​ກັບ​ທ່ານ​ອາ​ລາ​ວີ​ແລະ​ເຈົ້າ​ຊີ​ວິດ​ຊອກ​ດາ​ນີ ຫາ​ລື​ບັນ​ຫາ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ຂອງ​ອີ​ຣັກ

cri Author: zl
ຕາມ​ຂ່າວ​CRI:​ວັນ​ທີ 18 ມັງ​ກອນ, ທ່ານ​ບຸສປະ​ທານາ​ທິບໍດີ​ອາ​ເມ​ລິ​ກາ​ໄດ້​ໂທ​ລະສັບ​ກັບ​ທ່ານ​ອາ​ລາ​ວີ​ ນາຍົກ​ລັດຖະ​ມົນຕີ​ລັດຖະ​ບານ​ຊົ່ວຄາວ​ ​ອີຣັກ​ແລະສົມ​ເດັດ​ອັບ​ດູລາ ​ເຈົ້າຊີວິດ​ຊອກ​ດາ​ນີ,​ແລກ​ປ່ຽນ​ຄວາ​ມ​ເຫັນ​ກ່ຽວ​ກັບ​ບັນຫາ​ການ​ເລືອກ​ຕັ້ງທົ່ວ​ໄປ​ຂອງ​ອີຣັກທີ່​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 30 ມັງ​ກອນ.

​ໃນ​ງານ​ຖະ​ແຫຼ​ງຂ່າວ​ທີ່​ຈັດ​ຂຶ້ນມື້​ດຽວ​ກັນ,ທ່ານ​ສະ​ກັອດ ​ແມັກ​ເຄຼລັນ ​ໂຄ​ສົກທຳ​ນຽບ​ຂາວ​ອາ​ເມ​ລິ​ກາ​ເວົ້າ​ວ່າ,​ໃນ​ເວລາ​ໂທລະ​ສັບກັບ​ຜູ້ນຳ​ສາມ​ປະ​ເທດ​ດັ່ງ​ກ່າວ​ໄດ້ສະ​ແດງ​ເປັນ​ເອກະສັນ​ກັນ​ວ່າ,ຄວນ​ພະຍາ​ຍາມໃຫ້​ປວງ​ຊົນ​ອີຣັກ​ໄປ​ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ໂດຍ​ຫຼາຍ​ເທົ່າ​ທີ່​ຈະ​ໄວ​ໄດ້​.

​ໃນ​ຂະນະ​ດຽວ​ກັນ,​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ເກີດ​ເຫດ​ການ​ກຳ​ລັງ​ຮຸນ​ແຮງ​ໃນ​ໄລຍະ​ຈັດ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ຂອງ​ອີຣັກ,​ວັນ​ທີ 18; ມັງ​ກອນ,​ຄະນະ​ກຳມະ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ອີຣັກປະ​ກາດ​ວ່າ,ອີ​ຣັກຈະ​ເພີ່ມ​ທະວີ​ມາດ​ຕະ​ການ​ຄວາມ​ປອດ​ໄພ,ຊຶ່ງ​ລວມ​ທັງ​ປິດ​ຊາຍ​ແດ​ນ​ແລະ​ຫ້າມ​ສັນ​ຈອນ​ໃນ​ຍາມ​ກາງ​ຄືນ​ເປັນ​ຕົ້ນ.

ນອກ​ນີ້ ​ໃນ​ມື້​ດຽວ​ກັນ,​ເຈົ້າ​ໜ້າ​ທີ່​ອົງ​ການ​ຜູ້ຍົກ​ຍ້າຍ​ສາ​ກົນ​ເຜີຍ​ໃຫ້​ຮູ້​ວ່າ,​​ໃນ​ມື້​ຈົດ​ທະ​ບຽນ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ອີຣັກ​ຜູ້​ທຳ​ອິດທີ່​ອົງ​ການ​ດັ່ງ​ກ່າວ​ຈັດ​ຂຶ້ນຢູ່​14 ປະ​ເທດ ​ແຕ່​ວັນ​ທີ 17 ມັງ​ກອນ​ເປັນ​ຕົ້ນ​ໄປ,​ລວມ​ມີ ຜູ້​ມີ​ສິດ​ເລືອກ​ຕັ້ງ​ອີຣັກ​ທີ່​ອາ​ໃສ​ຢູ່​ຕ່າງ​ປະ​ເທດ 1 ໝື່ນ 8 ພັນ​ຄົນ​ໄດ້​ເຂົ້າ​ຮ່ວມ​ການ​ຈົດ​ທະ​ບຽນ.