ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-19 13:56:15    
ຊອກ​ດາ​ນີຮຽກຮ້ອງ​ປາ​ແລ​ສຕິ​ນອິດ​ສະລະ​​ແອ​ນຕ້ອງ​ຮັກສາ​ຄວາມ​ອົດ​ກັ້ນ​ທຳ​ຄວາມ​ພະຍາຍາມ​ເພື່ອ​ຟື້ນ​ຟູ​ຂະ​ບວນວິວັດ​ສັນຕິ​ພາບ

cri Author: hb
ຕາມ​ຂ່າວ​ສານ​ສິນ​ຮວາ:ວັນ​ທີ18​ເດືອນ​ມັງກອນ​ທ່ານ​ຫານ​ນີມຸກ ລັດຖະມົນຕີ​ກະຊວງ​ການ​ຕ່າງ​ປະ​ເທດ​ຊອກ​ດາ​ນີ​ໄດ້​ໂທລະສັບ​ໄປ​ຫາ​ທ່ານ​ນາ​ບີ​ສາສ ລັດຖະມົນຕີ​ກະຊວງ​ການ​ຕ່າ​ງປະ​ເທດ​ປາ​ແລ​ສຕີນ​ແລະ​ທ່ານ​ສີ​ວັນ​ຊາ​ລົມ ລັດຖະມົນຕີ​ກະຊວງການ​ຕ່າງປະ​ເທດ​ອິດ​ສະລະ​ແອ​ນ,ຮຽກຮ້ອງ​ທັງສອງ​ປະ​ເທດ​ຕ້ອງ​ຮັກສາ​ຄວາມ​ອົດ​ກັ້ນ ຫຼີກ​ເວັ້ນການ​ປະ​ທະ​ກັນ​ດ້ວຍ​ກຳລັງ​ຮຸນ​ແຮງ​ເລື່ອນຂັ້ນ​ຕື່ມ​ອີກ,ທຳ​ຄວາມ​ພະຍາຍາມ​ເພື່ອ​ຟື້ນ​ຟູ​ຂະ​ບວນ​ວິວັດ​ສັນຕິພາບ.

ທ່ານ​ມຸກີ​ກ່າວ​ເນັ້ນວ່າ:ຝ່າຍ​ອິດ​ສະລະ​ແອນ​ຕ້ອງ​ໃຫ້​​ທ່ານ​ອັບ​ບັສມີ​ເວລາ​ອັນ​ພຽງພໍ​ມາ​​ສັບ​ຊ້ອນ​ສາຍ​ພົວພັນ​ພາຍ​ໃນ​ປາ​​ແລ​ສຕິນ,ບໍ່​ຄວນ​ສວຍ​​ໂອກາດ​ປະລະ​ຂະ​ບວນວິວັດ​ສັນຕິ​ພາບ.​

ໃນ​ເວລາ​ລົມ​ກັນ​ໂດຍ​ທາງ​ໂທລະສັບ​ທ່ານ​ມຸກີ​ກັບ​ທ່ານ​ຊາ​ລົມ​ໄດ້​ປຶກສາ​ຫາລື​ກັນ​ກ່ຽວ​ກັບ​ບັນຫາ​ຕ່າງໆ,ຄືການ​ປ່ຽນ​ແປງ​ໃໝ່​ຂອງ​ສະຖານະການປາແລສຕິນ,ສະຖານ​ະການ​ຄວາມ​ປອດ​ໄພ​ທີ່​ຊຸດ​ຮ້າຍ​ລົງ ການ​ຂົ່ມ​ຂູ່​ທີ່​ອິດ​ສະລະ​ແອນ​ພວມ​ປະ​ເຊີນ​ໜ້າ​ແລະ​ອື່ນໆ,​ແລ​ະ​ໄດ້​ແລກປ່ຽນ​ຄຳ​ຄິດ​ຄຳ​ເຫັນ​ກ່ຽວ​ກັບ​ຊ່ອງ​ທາງ​ຟື້ນ​ຟູ​ການ​ເຈລະຈາ​ສັນຕິພາບ​ລະ​ຫວ່າງປາ​ແລ​ສຕິນກັບ​ອີດ​ສະລະ​ແອນ.