ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-19 15:05:30    
ຜູ່​ມີ​ເມດ​ຕາ​ປາ​ນີ​ຈະ​ບໍ່​ມີ​ໃຜ​​ຊະ​ນະ​ໄດ້(ສຽງ)

cri Author: lm

ທີ່​ນີ້​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ, ສະບາຍດີ​ທ່ານ​ຜູ່​ຟັງ​ທີ່​ໂຄລົບ, ລາຍ​ການ​ນິ​ທານ​ສຸ​ພາ​ສິດ​ໄດ້​ວຽນມາ​ພົບ​ກັບ​ທ່ານ​ອີກ​ຕາ​ມ​ເຄີຍ. ​ໃນ​ລາຍການ​ພາກ​ນີ້ ຂ້າ​ພະ​ເຈົ້າ​ຈະ​ເລົ່າ​ເລື່ອງ "​ເຢີ​ນ​ເຈີ​ອູ​ຕີ" ​ແປ​ວ່າ "ຜູ່​ມີ​ເມດ​ຕາປາ​ນີຈະບໍ່​ມີ​ໃຜ​​ຊະ​ນະ​ໄດ້" ​ເຊິ່ງ​ເປັນ​​ແນວ​ຄິດ​ປົກ​ຄອງ​ບ້ານ​ເມືອງທີ່​ຈັກກະພັດ​ໃນ​ສະ​ໄໝ​ບູຮານ​ຂອງ​ຈີນ​ນຳ​ມາ​ປະ​ຕິ​ບັດ.

ຄຳ​ສຸພາສິດ​ "​ເຢີ​ນ​ເຈີ​ອູ​ຕີ" ​​ໝາຍ​ເຖິງຜູ່​ມີ​ເມດ​ຕາປາ​ນີຈະບໍ່​ມີ​ໃຜ​​ໃນ​ໂລກ​ນີ້​ເອົາ​ຊະນະ​ໄດ້​. ນີ້​ແມ່ນຄຳເວົ້າຂອງເມິ້ງຈືທີ່ເວົ້າເມື່ອຫຼຽງຮຸ້ຍຫວັງ ​ເຈົ້າ​ຊີ​ວິດ​ລັດ​ເວີ້ຍ​ຊົງ​ຖາມ​ເພິ່ນວ່າ​ຈະ​ປົກ​ຄອງແນວໃດ, ​ເຊິ່ງຖືກບັນທຶກໃນປື້​ມ "​ເມີ້​ງຈື" "ບົດຫຼຽງ​ຮຸ້ຍ​ຫວັງ​ພາກ​ຕົ້ນ". ​ເມີ້​ງ​ຈື​ແມ່ນ​ນັກ​ການ​ເມືອງ ນັກ​​ແນວ​ຄິດແລະ​ນັກ​ການ​ສຶກສາ​ທີ່​ມີ​ຊື່​ສຽງ​ໃນ​ສະ​ໄໝ​ຍຸດ​ທະ​ຈັກ​ຂອງ​ຈີນ. ມີ​ມື້ໜຶ່ງ, ຫຼຽງຮຸ້ຍຫວັງ​ຊົງ​ຖາມ​ເມີ້​ງ​ຈືວ່າ​ຈະ​ເຮັດ​ແນວ​ໃດ​ຈຶ່ງ​ສາ​ມາດ​ແກ້​ແຄ້ນ​ໃຫ້​ລັດ​ເວີ້​ຍ​ໄດ້? ​ເມີ້​ງຈື​ເວົ້າວ່າ, ທະ​ແນມ​ແຕ່​ປົກຄອງ​ລັດ​ດ້ວຍ​ເມດ​ຕາປາ​ນີ ​ແລະຖື​ປະ​ຊາ​ຊົນ​ເປັນ​ກົກ​ແລ້ວ, ​ປະຊາ​ຊົນ​ກໍ​ຈະ​ຍິນ​ຍອມ​ຮັບ​ໃຊ້​ປະ​ເທດຊາດ. ສ່ວນ​ລັດ​ທີ່​ເປັນ​ສັດ​ຕູ​ກັນ​ມີ​ແຕ່​ກົດ​ຂີ່​ຂູດ​ຮີດ​ປະຊາ​ຊົນ, ຖ້າພະ​ອົງ​ສົ່ງ​ກອງທັບ​ໄປ​ປາບ​ພວກ​ເຂົາ​ເຈົ້າ​ ກໍ​ຈະ​ໄດ້​ຮັບ​ໄຊ​ຊະ​ນະ​ຢ່າງ​ແນ່ນອນ ​ເພາະ​ພະ​ອົງ​ເປັນ​ຜູ່​ມີເມດ​ຕາ​ປານີ. ​ເມີ້​ງຈືມີ​ເຈດ​ຈຳ​ນົງ​ໃຫ້​ປົ​ກ​ຄອງ​ລັດ​ດ້ວຍ​ເມດ​ຕາປາ​ນີ. ​ເພິ່ນ​ເຫັນ​ວ່າ​ທະ​ແນມ​ແຕ່ຜູ່​ປົກຄອງ​ມີ​ຈະ​ລິ​ຍະ​ທຳ​ອັນ​ສູງ​ສົ່ງ ​ເອົາ​ໃຈ​ໃສ່​ແລະ​ຮັກ​ແພງປະຊາຊົນ​ແລ້ວ, ກໍ​ຈະ​ສາມາດ​ເຮັດ​ໃຫ້​ສາມັນ​ຊົນ​ຮູ້​ສຶກ​ກະ​ຕຸ້ນ​ໃຈ​, ​ແລ້ວ​ຈະ​ບອກ​ໄດ້​ໃຊ້​ຟັງ​, ຍອມຮັບ​ການ​ປົກຄອງ​ຂອງ​ເຈົ້າ​ຊີ​ວິດ​ຢ່າງ​ເປັນ​ເຈົ້າ​ການ. ນະ​ທີ່​ນີ້ ​ເມີ້​ງຈື​ໄດ້​ເນັ້ນ​ໜັກ​ຄວາມ​ສຳຄັນ​ແຫ່ງ "ການປົກຄອງ​ລັດ​ດ້ວຍ​ຈະລິ​ຍະ​ທຳ". ​ແນ່​ນອນ​ແລ້ວ, ​ເມີ້​ງ​ຈື​ກໍ​ບໍ່​​ໄດ້​ປະຕິ​ເສດການ "ປົກຄອງ​ລັດ​ຕາມ​ກົດໝາຍ", ສ່ວນ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຢ່າງ​ນີ້, ​ເມີ້​ງຈື​ກ່າວ​ວ່າ: ຖ້າມີ​​ແຕ່​ຈະລິ​ຍະ​ທຳ, ຍັງ​ບໍ່ພໍ​ທີ່ຈະ​ປົກຄອງ​ລັດ​ໃຫ້​ດີ​ໄດ້, ​ເພາະ​ຈະ​ລິ​ຍະ​ທຳ​ບໍ່​ແມ່ນ​ໃຊ້​ການ​ໄດ້​ໝົດ​ທຸກ​ຢ່າງ; ອີກ​ດ້ານ​ໜຶ່ງ, ອາ​ໄສ​ແຕ່​ກົດ​ໝາຍ​ກໍບໍ່​ສາ​ມາດ​ເຮັດ​ໃຫ້​ສາ​ມັນ​ຊົນ​ໂຄລົບຢ່າງ​ເປັນ​ເຈົ້າການ​ດ້ວຍ​ຄວາມ​ສະໝັກ​ໃຈໄດ້, ​ເພາະ​ວ່າ​ກົດ​ໝາຍ​ມັນ​ຕ້ອງ​ອາ​ໄສ​ຄົນ​​​ເປັນ​ຜູ່ປະຕິບັດ. ​ເວົ້າສຳ​ລັບ​ສັງຄົມ​ທີ່​ສົມບູນ​ແລ້ວ, ຈະລິ​ຍະ​ທຳ​ກັບ​ກົດ​ໝາຍ ການ​ປົກ​ຄອງ​ດ້ວຍ​ຈະລິ​ຍະ​ທຳກັບ​ການ​ປົກຄອງ​ຕາມ​ກົດໝາຍ​ນັ້ນກໍ​​ເໝືອນ​ດັ່ງ​ລົດ​ກັບ​ສອງ​ລໍ້​, ​ເໝືອນ​ນົກ​ກັບ​ປີກ​ທັງ​ສອງ​ຂ້າງ ​ເຊິ່ງຂາດ​ກັນ​ບໍ່​ໄດ້, ຕ່າງ​ຊ່ອຍ​ຊູ​ຍູ້​ໜູນ​ກັນ ປະ​ລະ​ຢ່າງ​ໃດ​ກໍ​ບໍ່​ໄດ້.

ທີ່​ຈິງ​ແລ້ວ, ຄຳ​ເວົ້າຂອງ​ເມີ້​ງຈືທີ່​ວ່າ "ຜູ່​ມີ​ເມດ​ຕາປາ​ນີຈະບໍ່​ມີ​ໃຜ​ຊະນະ​ໄດ້" ນີ້, ບໍ່​ພ​ຽງ​ແຕ່​ໄດ້​​ເວົ້າ​ເຖິງການ​ປະຕິບັດ​ຕົນ​ຂອງ​ຜູ່​ປົກຄອງ​ທໍ່​ນັ້ນ, ກົດ​ເກນ​ໃນ​ນັ້ນກໍ​ເໝາະ​ໃຊ້​ສຳ​ລັບ​ທຸກໆ​ຄົນ​ເຊັ່ນ​ດຽວ​ກັນ. ​ເວົ້າສຳລັບ​ສ່ວນ​ຕົວບຸກຄົນ​​ແລ້ວ, ສະ​ເໜດ້ານຈະ​ລິ​ຍະ​ທຳ​ແລະ​ບຸກ​ຄະ​ລິກ​ກະພາບ ​ກໍ​ມີ​ອິດ​ທິພົນ​ຄື​ກັນ. ຄົນ​ທັງຫຼາຍມັກ​ເວົ້າວ່າ "ກຳລັງ​ຂອງ​ແບບ​ຢ່າງ​ນັ້ນ​ບໍ່​ມີ​ທີ່​ສິ້ນ​ສຸດ" ກໍມີ​ຄວາມ​ໝາຍ​ຄື​ແນວ​ນີ້​ຄື​ກັນ.

​ເບິ່ງ​​ຜິວ​ເຜີນ​ແລ້ວ, ຈະລິ​ຍະ​ທຳຄື​ວ່າອ່ອນ​ແອຫຼາຍ, ມີ​ບົດບາດ​ຈຳກັດ, ການ​ໃຫ້​ຜູ່​ອື່ນ​ຍິນ​ຍອມ​ດ້ວຍ​ຈະລິ​ຍະ​ທຳບໍ່ທໍ່ການ​ບັງຄັບໃຫ້​ຜູ່​ອື່ນ​ຍິນ​ຍອມ​ດ້ວຍ​ກຳລັງ​​ແຮງ ​ເຊິ່ງ​ໄດ້​ຜົນ​ຫຼາຍ​ກວ່າ. ​ແຕ່​ສັງ​ເກດ​ເບິ່ງ​ໃນ​ໄລຍະ​ຍາວ​ໄກ​ແລ້ວເຫັນ​ວ່າ, ມີ​ແຕ່ການ​ກະທຳ​ຂອງ​ຜູ່​ມີ​ເມດ​ຕາ​ປາ​ນີ​ເທົ່າ​ນັ້ນຈຶ່ງ​ສາມາດ​ເຮັດ​ໃຫ້​ຄົນ​ທັງຫຼາຍຮູ້ສຶກ​ກະ​ຕຸ້ນ​ໃຈ​ແລະ​ຍິນຍອມ. ກໍ​ເໝືອນ​ດັ່ງ​ຄຳ​ເວົ້າ​ຂອງ​ເມີ້​ງຈື​ທີ່​ວ່າ ບັງຄັບ​ໃຫ້​ຜູ່​ອື່ນ​ຍິນ​ຍອມດ້ວຍ​ກຳລັງ​​ແຮງ ຜູ່​ອື່ນ​ຍິນ​ຍອມ​ແມ່ນ​ຍ້ອນ​ກຳ​ລັງ​​ເຂົາ​ສູ້​ເຈົ້າບໍ່​ໄດ້, ​ແຕ່​ໃນ​ໃຈພັດ​ບໍ່​ຍິນ​ຍອມ​. ສ່ວນ​ໃຫ້​ຜູ່​ອື່ນ​ຍິນ​ຍອມ​ດ້ວຍ​ຈະ​ລິ​ຍະ​ທຳ, ຜູ່​ອື່ນ​ກໍ​ຈະຍິນ​ຍອມ​ດ້ວຍ​ຄວາມ​ຈິງ​ໃຈ. ທຸກ​ສິ່ງ​ທຸກ​ຢ່າງ​ລ້ວນ​ແຕ່​​ເປື່ອຍ​ເນົ່າ​​ໄດ້ ທຸກ​ສິ່ງ​ທຸກ​ຢ່າງ​ລ້ວນ​ແຕ່​​ປ່ຽນ​ແປງ​ໄດ້, ມີ​ແຕ່​ຈະລິ​ຍະ​ທຳ​ທໍ່​ນັ້ນ ມີ​ອິດ​ທິພົນ​ຖາ​ວອນ​ທີ່​ທົນ​ຕໍ່​ການ​ເຊາະ​ລ້າງ​ຂອງເວລາ. ​ສິ່ງ​ທີ່ເມີ້​ງຈືລິເລີ່​ມນັ້ນ ກໍ່​ແມ່ນ​ຈິດ​ໃຈ​ອັນ​ສູງ​ສົ່ງ​ຂອງ​ມະ​ນຸດ​ຄື​ແນວ​ນີ້​ຫລະ.

ທ່ານ​ຜູ່​ຟັງ​ທີ່​ໂຄລົບ, ລາຍການ​ນິທານ​ສຸພາສິດ​ພາກ​ນີ້​ຂໍ​ສ້ຽງ​ສຸດ​ລົງພ​ຽງ​ທໍ່​ນີ້, ຂອບ​ໃຈ​ທີ່​ທ່ານ​ຮັບ​ຟັງ. ​ໃນ​ລາຍການ​ອາທິດ​ໜ້າ, ຂ້າພະ​ເຈົ້າຈະ​ເລົ່າ​ເລື່ອງ​ປະ​ຫວັດ​ສາດ "ບໍ່​ຕ້ອງ​ສູ້​ກໍ​​ເອົາ​ຊະ​ນະ​ກອງ​ທະຫານ​ສັດຕູ" ​ໄດ້, ​ເພື່ອນ​ຜູ່​ຟັງ​ຢ່າ​ພາດ​​ແທ້ໆ!