ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-20 11:17:19    
ສະມາຄົມ​ຜູ່​ອາວຸ​ໂສ​ມຸສລິ​ມອີຣັກ​ຮຽກ​ຮ້ອງ​ໃຫ້​ປ່ອຍ​ຕົວ​ປະ​ກັນ​ທີ່​ຖືກ​ລັກ​ພາ​ຕົວ​ໝົດ​ທຸກ​ຄົນ

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 19 ມັງກອນ ສະມາຄົມ​ຜູ່​ອາວຸ​ໂສ​ມຸສລິ​ມອີ​ຣັກ​ໄດ້​ຈັດ​ງານ​ຖະ​ແຫຼງຂ່າວ​ຢູ່​ສຳນັກງານ​ໃຫຍ່​ທີ່​ແບກ​ແດດ​ແລະ​ໄດ້​ອອກ​ຖະ​ແຫຼງການ, ຮຽກ​ຮ້ອງ​ໃຫ້​ອົງ​ການ​ປະ​ກອບ​ອາວຸດ​ຈົ່ງ​ປ່ອຍ​ຜູ່​ຖືກ​ລັກ​ພາ​ຕົວ​ໝົດທຸກ​ຄົນ​ໃນ​ໄລຍະ​ບຸນ​ຂ້າ​ສັດ​ລ້ຽງ​ເຊິ່ງ​ຈະ​ເລີ່​ມ​ແຕ່ວັນ​ທີ 20 ມັງກອນ​, ​ເພື່ອ​ໃຫ້​ປະຊາຊົນ​ອີຣັກ​ແລະ​ຜູ່​ຖືກ​ລັກ​ພາ​ຕົວ​ອື່ນໆ​ພົ້ນ​ຈາກ​ການ​ທໍ​ລະມານ.

ຖະ​ແຫຼງການ​ຍັງ​ຮຽກຮ້ອງ​ໃຫ້​ຜູ່​ລັກ​ພາ​ຕົວຢ່າ​ນາບຂູ່​ຕົວ​ປະກັນ, ຍິ່ງ​ຢ່າ​ນາບຂູ່​ວ່າ​ຈະ​ຂ້າ​ພວກ​ເຂົາ​ເຈົ້າຕາຍ.

ປະຈຸ​ບັນ​ ຢ່າງໜ້ອຍ​ມີ​ຄົນ​ງານ​ຈີນ 8 ຄົນ​ແລະ​ນັກ​ຂ່າວ​ຝຣັ່ງ 1 ຄົນ​ຍັງ​ຖືກ​ອົງການ​ປະ​ກອບ​ອາ​ວຸດ​ອີ​ຣັກ​ລັກ​ພາ​ຕົວ​​ເປັນ​ຕົວ​ປະ​ກັນ.