|
|
 |
| (GMT+08:00)
2005-01-20 11:40:07
|
 |
|
ກອງຊ່ອຍເຫຼືອກອບກູ້ທີ່ກະຊວງສາທາລະນະສຸກຈີນແຕ່ງໄປເຂດປະສົບໄພຄື້ນທະເລຊູນາມີມະຫາສະໝຸດອິນເດຍໄດ້ກັບຄືນປະເທດໝົດ
cri
Author: zl
ຕາມຂ່າວສານຊິນຮວາ:ວັນທີ 19 ມັງກອນ, ກອງຊ່ອຍເຫຼືອກອບກູ້ທີ່ຈີນແຕ່ງໄປສີລັງກາໄດ້ສຳເລັດວຽກງານຊ່ອຍເຫຼືອກອບກູ້ແລ້ວກັບຄືນຮອດປັກກິ່ງ.ນັບມາຮອດປະຈຸບັນ,ກອງຊ່ອຍເຫຼືອກອບກູ້ສາມກອງທີ່ກະຊວງສາທາລະນະສຸກຈີນແຕ່ງໄປເຂດປະສົບໄພຄື້ນທະເລຊູນາມີມະຫາສະໝຸດອິນເດຍນັ້ນໄດ້ກັບຄືນປະເທດໝົດແລ້ວ.
ຕາມການສະເໜີ,ກອງຊ່ອຍເຫຼືອກອບກູ້ສາມກອງດັ່ງກ່າວໄດ້ຮັບການຕີລາຄາສູງຈາກລັດຖະບານແລະປະຊາຊົນເຂດປະສົບໄພຍ້ອນເຮັດວຽກຢ່າງດີເດັ່ນ.ກອງກອບກູ້ທີ່ກັບຮອດປະເທດໃນວັນທີ 19 ກອງນີ້ໄດ້ເຮັດວຽກປີ່ນປົວແລະຊ່ອຍເຫຼືອກອບກູ້ຢູ່ເຂດປະສົບໄພສີລັງກາຕັ້ງເຄິ່ງເດືອນ,ພວກທ່ານໄດ້ປົວຜູ້ເຈັບປ່ວຍປະເພດຕ່າງໆ 2 ພັນກວ່າເທື່ອຄົນ,ແລະໄດ້ເຮັດວຽກປ້ອງກັນພະຍາດຢ່າງຫຼວງຫຼາຍ.
ເຈົ້າໜ້າທີ່ທີ່ກ່ຽວຂ້ອງຂອງກະຊວງສາທາລະນະສຸກຈີນເວົ້າວ່າ,ທະແນມແຕ່ປະເທດປະສົບໄພມີການຮ້ອງຂໍອີກ,ກະຊວງສາທາລະນະສຸກຈີນກໍຈະສະໜອງການຊ່ອຍເຫຼືອແກ່ປະເທດປະສົບໄພຕື່ມອີກ ໃຕ້ການຈັດວາງຢ່າງເປັນເອກະພາບຂອງລັດຖະບານຈີນ.
|
|
|