ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-20 12:32:47    
ປະທາ​ນາ​ທິບໍດີ​ຟີ​ລິບ​ປີນ​ອະນຸມັດ​ການ​ປະຕິ​ບັດ​ແຜນ​ປະ​ຕິ​ບັດງານປ້ອງ​ກັນ​ໄພພິບັດ

cri
ຕາມ​ຂ່າ​ວສານ​ສິນ​ຮວາ:ວັນ​ທີ19​ເດືອນມັງກອນກະຊວງ​ປ້ອງ​ກັນປະ​ເທດ​ຟີ​ລິບປີນກ່າວ​ວ່າ,ທ່ານ​ນາງ​ອາ​​ໂລ​ເຢີປະ​ທາ​ນາ​ທິບໍ​ດີ​ຟີ​ລີ​ປີນ​ໄດ້​ອະນຸມັດ​ການ​ປະຕິບັດ​ແຜນປະ​ຕິ​ບັດ​ງານປ້ອງ​ກັນ​ໄພ​ທີ່​ຄະນະ​ກຳມະການ​ປະສານ​ງານ​ການ​ກູ້​ໄພ​​ແຫ່ງ​ຊາດ​ວາງ​ອອກ​ນັ້ນ​ໃນທັນທີ​ເພື່ອຖອກ​ຖອນ​ບົດຮຽນຈາກ​ໄພ​ລົມ​​ໃຕ້​ຝຸ່ນ​ຢູ່​ຟີ​ລີ​ປີນ​​​ແລະ​ຈາກ​ໄພແຜ່ນດິນ​ໄຫວ​ແລ​ະ​ ​ຄື້ນທະ​ເລ​ຊູ​ນາມີຂອງ​ອາຊີ​ອາຄະ​ເນ​ທີ່​ເກີດ​ຂຶ້ນ​ໃນ​ທ້າຍ​ປີຜ່າ​ນມານີ້,​ແລ້ວ​ເພີ່ມ​ທະວີ​ຄວາມ​ສາມາດ​ແກ້​ຮ້ອນ.

ຕາ​ມໄດ້​ຊາບ​ ​​ເນື້ອ​​ໃນ​ແຜນປະ​ຕິ​ບັດ​​ງາ​ນປ້ອງກັນ​​ໄພ​ສະບັບ​ນີ້​ມີ​ດັ່ງນ​ນີ້:ຍົກ​ສູງ​ຄວາມ​ສາ​ມາດ​ ​ຄົ້ນຄວ້າ​ວິທະຍາສາດ​ຂອງ​ອົງການ​ຄົ້ນ​ຄວ້າ​ໄພ​ພິບັດ​ຂອງ​ຟີ​ລີ​ປີນ;​ເພີ່ມ​ທະວີ​ການ​ສຶກສາ​ອົບຮົມ​ ​ຄວາມ​ຮູ້​ປ້ອງກັນ​ໄພຂຈອງສາທາ​ລະນະ​ຊົນ.
 
ໃນ​ມື້​ດຽວ​ກັນ,ທ່ານ​ອັນ​​ເກີ​ລູ ດີ​ລາ ​ເຄິລຸ​ສລັດຖະມົນ​ຕີ​ກະຊວງ​ປ້ອງ​ກັນ​ປະ​ເທ​ດ​ທັງ​​ເປັນ​ປະທານ​ຄະນະ​ກຳມະການ​ປະສານ​ງານ​ກູ້​ໄພ​​ແຫ່ງ​ຊາດຟີ​ລີ​ປີນກ່າວ​ວ່າ ລັດຖະບານ​ຟີ​ລີ​ປີນ​ຍັງ​ຈະ​ສ້າງ​ແລະ​ເພີ່ມ​ທະ​ວີ​ສາຍ​ພົວພັນ​ກັບ​ອົງການ​ພະຍາກອນ​ອຸຕຸນິຍົມ​ຂອງ​ຕ່າງ​ປະ​ເທດ​ເພື່ອ​ຮັບ​ເອົາຂໍ້​ມູນ​ຂ່າວສານ​ກ່ຽວ​ກັບ​ໄພ​ທຳ​ມະ​ຊາດຊະນິດ​ດຽວ​ຈາກ​ຊ່ອງ​ທາງ​ຕ່າງ​ໆ​.