|
ຢູ່ເຂດປະສົບໄພຈາກຄື້ນທະເລຊູນາມີຂອງອິນໂດເນເຊຍປະກົດເຫັນຜູ້ເປັນໄຂ້ຍູງຜູ້ໃໝ່
cri
Author: q
ຕາມຂ່າວສານຊິນຮວາ,ວັນທີ19ມັງກອນ,ຢູ່ບານດາອາເຈະເທດສະບານແຂວງອາເຈະ ອິນໂດເນເຊຍ,ກອງກອບກູ້ສາກົນຈີນໄດ້ພົບເຫັນຜູ້ເປັນໄຂ້ຍູງຜູ້ໃໝ່.
ໃນມື້ດຽວກັນ,ຢູ່ໂຮງໝໍໃຫຍ່ບານດາອາເຈະທ່ານລີວອາຍປິ່ນນາຍໝໍຂອງກອງກອບ ກູ້ສາກົນໄດ້ຮັບທະຫານອິນໂດເນເຊຍຜູ້ໜຶ່ງທີ່ເປັນໄຂ້ຮ້ອນສູງ,ເມື່ອກວດກາແລ້ວ,ບົ່ງ ມະຕິວ່າຄົນປ່ອຍຜູ້ນີ້ເປັນໄຂ້ຍູງ.ກອງກອບກູ້ສາກົນຈີນໄດ້ແຈ້ງສະພາບດັ່ງກ່າວໃຫ້ອົງ ການອະນາໄມໂລກຊາບໃນທັນທີ.
ຄຽງຄູ່ກັບລະດູຝົນຈະມາເຖິງ,ຫວ່າງມໍ່ໆນີ້,ແຂວງອາເຈະໄດ້ມີຝົນຕົກແຮງລຽນຕິດ.ຫວ່າງມໍ່ໆນີ້ຜູ້ບັນຊາການສູງສຸດຂອງກອງທັບອິນໂດເນເຊຍທີ່ຮັບຜິດຊອບການກູ້ໄພ ແຂວງອາເຈະໄດ້ຮຽກຮ້ອງໃຫ້ບັນດາຝ່າຍຈົ່ງໃຊ້ມາດຕະການໂດຍໄວ,ປ້ອງກັນໄພ ນ້ຳ ຖ້ວມລະພະຍາດຕິດແປດທີ່ອາດຈະເກີດຂຶ້ນຍ້ອນລະດູຝົນ.
|
|