|
![](/images/spacer.gif) |
(GMT+08:00)
2005-01-20 14:20:22
|
ຄະນະລັດຖະບານຄວາມປອດໄພອິດສະລະແອນຕົກລົງຟື້ນຟູການຕິດຕຕໍ່ພົວພັນຄວາມປອດໄພກັບປາເລັດສຕິນ
cri
Author: xlm
ຕາມຂ່າວ CRI: ວັນທີ 17 ເດືອນມັງກອນ ເຈົ້າໜ້າທີ່ຊັ້ນສູງອິດສະລະແອນເຜີຍໃຫ້ຮູ້ວ່າ ມື້ດຽວກັນ ຄະນະລັດຖະບານຄວາມປອດໄພອິດສະລະແອນໄດ້ເຫັນດີຈະຟື້ນຟູການຕິດຕໍ່ພົວພັນກັບອົງການອຳນາດແຫ່ງຊາດປາເລັດສຕິນກ່ຽວກັບບັນຫາຄວາມປອດໄພ
ຕາມຊາບວ່າ ມື້ດຽວກັນ ທ່ານຊາລົງ ນາຍົກລັດຖະມົນຕີອິດສະລະແອນກັບສະມາຊິກຕ່າງໆຂອງຄະນະລັດຖະບານໄດ້ປະຊຸມກັນແລະໄດ້ທຳການຕົກລົງດັ່ງກ່າວ ຕໍ່ຈາກນັ້ນ ເຈົ້າໜ້າທີ່ຄວາມປອດໄພອິດສະລະແອນປາເລັດສຕິນໄດ້ຈັດການເຈລະຈາ ຫາລືກັນກ່ຽວກັບການສະກັດກັ້ນຜູ້ປະກອບອາວຸດປາເລັດສຕິນຍິງລູກສອນໄຟໃສ່ພາກເໜືອແຖບກາສາ
|
|
|