ຕັ້ງແຕ່ບູຮານນະການມານນີ້,ມະນຸດເຮົາກໍຮູ້ຈັກນ້ຳ,ແລະຮູ້ຈັກນຳໃຊ້ນ້ຳ,ນ້ຳບໍ່ມີສີ,ບໍ່ມີລົດຊາດ,ບໍ່ມີກິ່ນແລະໂປ່ງໃສ,ແມ່ນທາດແຫຼວທີ່ເຫັນຫຼາຍກວ່າໝູ່ໃນທຳມະຊາດ. ບັນດານັກປັດຊະຍາສະໄໝບູຮານເຫັນວ່າ,ນ້ຳແມ່ນແຫຼ່ງກຳເນີດຂອງທຸກສິ່ງທຸກຢ່າງ.
ທຸກສິ່ງທຸກຢ່າງລ້ວນແຕ່ຈະກາຍເປັນນ້ຳ,ສະນັ້ນ ມະນຸດເຮົາຈຶ່ງໄດ້ຖືນ້ຳ,ໄຟ,ອາຍແລະດິນເປັນສານພື້ນຖານ 4 ຢ່າງຕະຫຼອດມາ,ເຫັນວ່າ ສານເຫຼົ່ານີ້ໄດ້ປະກອບເປັນທຸກສິ່ງທຸກຢ່າງໃນໂລກ. ຈົນຮອດປີ 1784 ນັກວິທະຍາສາດອັງກິດຜ່ານການທົດລອງຢັ້ງຢືນວ່າ,ນ້ຳບໍ່ແມ່ນສານ,ຫາກແມ່ນວັດຖຸທີ່ປະກອບດ້ວຍອາຍສອງຢ່າງ. ປີ 1809 ນັກເຄມີສາດຝຣັ່ງໄດ້ວັດແທກເຫັນວ່າ,ອອກຊິດ 1 ບໍລິມາດກັບອິດໂດຼແຊນ 2 ບໍລິມາດປະສົມປະສານກັນ,ກາຍເປັນອາຍນ້ຳ 2 ບໍລິມາດ. ນັກວິທະຍາສາດລຸ້ນຫຼັງໄດ້ກຳນົດສູດໂມເລກຸນຂອງນ້ຳຄື: H₂0.
ບົດບາດຕ່າງໆນາໆຂອງນ້ຳໃນຖານເປັນທາດແຫຼວ,ວັດຖຸອື່ນໆສ່ວນຫຼາຍແມ່ນເຂົ້າແທນບໍ່ໄດ້. ນີ້ຕົ້ນຕໍແມ່ນຕັດສິນຢູ່ນຳຈຸດພິເສດຈຳນວນໜຶ່ງຂອງນ້ຳ. ຕົວຢ່າງຄື,ນ້ຳມີລະດັບຄວາມຖີ່ໃຫຍ່ກວ່າໝູ່ໃນອຸມຫະພູມ 4 ອົງສາ,ຖ້າໜາວກວ່ານີ້ອີກ,ບໍລິມາດພັດໃຫຍ່ຂຶ້ນ,ສະນັ້ນ,ນ້ຳກ້ອນຈຶ່ງເບົາກວ່ານ້ຳ,ຟູຢູ່ໜ້ານ້ຳໄດ້,ນ້ຳກ້ອນບໍ່ຊ່າງສົ່ງຕໍ່ຄວາມຮ້ອນ,ຈຶ່ງຈັບເປັນນ້ຳກ້ອນຈົນເຖິງພື້ນບໍ່ໄດ້,ອັນໄດ້ຮັບປະກັນໃຫ້ຊີວະຊາດໃຕ້ນ້ຳຜ່ານລະດູໜາວຢ່າງປອດໄພ;ນ້ຳບັນຈຸຄວາມຮ້ອນໄດ້ດີທີ່ສຸດຄືເຫັນ 10 ເທົ່າຂອງເຫຼັກ,5 ເທົ່າຂອງຂີ້ຊາຍ, 4 ເທົ່າຂອງ ອາກາດ,ສະນັ້ນ ອາກາດລັກສະນະມະຫາສະໝຸດຈຶ່ງອົບອຸ່ນ,ຮ່າງກາຍຄົນເຮົາກໍອາໃສນ້ຳມາຮັກສາອຸນຫະພູມ; ສາມທາດຂອງນ້ຳ(ຄືນ້ຳ,ນ້ຳກ້ອນແລະອາຍນ້ຳ)ສາມາດຢູ່ຮ່ວມກັນໃຕ້ສະພາວະທຳມະຊາດ; ແຮງເກາະຕົວແລະແຮງຍືດຕົວຂອງນ້ຳເຮັດໃຫ້ຢູ່ໃນກ້ອນຫີນແລະດິນກໍມີນ້ຳ, ນ້ຳສາມາດ"ປີນ"ຂຶ້ນຍອດ ໄມ້ທີ່ສູງ,ເພື່ອສົ່ງນ້ຳແລະທາດບຳລຸງໄປໃຫ້ພືດ; ວັດຖຸເກືອບໝົດທຸກຢ່າງລ້ວນແຕ່ລະລາຍຢູ່ໃນນ້ຳໄດ້,ສະນັ້ນ ປາຈຶ່ງໄດ້ຮັບອອກຊີແຊນຈາກນ້ຳ.
ເວົ້າສຳລັບຫຼາຍສິ່ງຫຼາຍຢ່າງແລ້ວຈະເຮັດແນວນີ້ໄດ້,ເຮັດແນວນັ້ນກໍໄດ້. ຕົວຢ່າງຄືການເຍືອງແສງ,ຖ້າບໍ່ມີດອກໄຟຟ້າ,ພວກເຮົາຈູດທຽນໄຂກໍໄດ້; ຖ້າບໍ່ມີທຽນໄຂ,ພວກເຮົາຈູດຕະກຽງກໍໄດ້; ຖ້າບໍ່ມີຕະກຽງ,ພວກເຮົາຈູດທວນໄຟກໍໄດ້; ຖ້າບໍ່ມີທວນໄຟ,ພວກເຮົາກໍມີແຕ່ຄອຍຖ້າກາງຄືນມືດຜ່ານພົ້ນໄປ,ແລະກາງເວັນມາເຖິງ. ແຕ່ເວົ້າສຳລັບນ້ຳກໍຕ່າງກັນແລ້ວ. ຖ້າບໍ່ມີນ້ຳ,ພວກເຮົາຈະລ້າງໜ້າແລະຖູແຂ້ວບໍ່ໄດ້,ແກ້ຫິວນ້ຳບໍ່ໄດ້,ໃນໂຕ໊ະອາຫານຈະບໍ່ມີປູປາ,ພວກເຮົາກໍບໍ່ເຫັນດອກໄມ້,ຕົ້ນຫຍ້າ,ບໍ່ຮູ້ວ່າລອຍນ້ຳແມ່ນຫຍັງ,ເຮືອຈະໃຊ້ການບໍ່ໄດ້ໝົດ,ເຮັດເບຕົງບໍ່ໄດ້,ສ້າງຕຶກສູງບໍ່ໄດ້,ຈົນເດັກນ້ອຍຮ້ອງໄຫ້ກໍບໍ່ມີນ້ຳຕາໄຫຼແລະອື່ນໆ,ພໍແລ້ວ,ບໍ່ຕ້ອງຄິດຕໍ່ໄປອີກແລ້ວ.
ຢູ່ເທິງໜ່ວຍໂລກ,ຢູ່ບ່ອນໃດມີນ້ຳ,ບ່ອນນັ້ນກໍມີຊີວິດ. ທຸກການເຄື່ອນໄຫວຊີວິດລ້ວນແຕ່ມີແຫຼ່ງຈາກນ້ຳ. ນ້ຳໃນຮ່າງກາຍຄົນເຮົາກວມປະມານ 65% ຂອງນ້ຳໜັກຮ່າງກາຍ,ໃນນັ້ນ ມັນສະໝອງມີນ້ຳ 75%,ເລືອດມີນ້ຳ 83%,ກ້າມເນື້ອມີນ້ຳ 76%,ຈົນກະທັ້ງກະດູກທີ່ແຂງແກ່ນກໍມີນ້ຳ 22%. ຖ້າບໍ່ມີນ້ຳ,ທາດບຳລຸງໃນອາຫານຈະຖືກດູດຮັບບໍ່ໄດ້,ຂອງເສຍບໍ່ສາມາດຖືກຂັບຖ່າຍອອກຈາກຮ່າງກາຍ,ຢຸກຢາບໍ່ສາມາດໄປເຖິງຈຸດທີ່ຈະອອກລິດ.
ເມື່ອຮ່າງກາຍຄົນເຮົາຂາດນ້ຳ,ຈະມີຜົນຮ້າຍຢ້ອນຫຼັງໜັກໜ່ວງທີ່ສຸດ. ຖ້າຂາດນ້ຳ 1-2%,ຈະຮູ້ສຶກຫິວນ້ຳ; ຖ້າຂາດນ້ຳ 5% ຈະຮູ້ສຶກຄໍແຫ້ງ,ຜິວໜັງເກີດເປັນຮອຍຫຍູ,ສະຕິບໍ່ໃສ,ຈົນເຫັນພາບລວງຕາ. ຜົນຮ້າຍຢ້ອນຫຼັງຂອງການຂາດນ້ຳແມ່ນຮ້າຍແຮງກວ່າຄວາມຫິວເຂົ້າ. ຖ້າບໍ່ມີອາຫານ,ຄົນເຮົາສາມາດຢູ່ໄດ້ຂ້ອນຂ້າງຍາວ,ມີຄົນຄາດຄະເນວ່າປະມານ 2 ເດືອນ,ແຕ່ຖ້າບໍ່ມີນ້ຳ,ຍາວທີ່ສຸດຈະຢູ່ໄດ້ປະມານໜຶ່ງອາທິດທໍ່ນັ້ນ. ເອົາມືໄປຈັບພືດ,ທ່ານຈະຮູ້ສຶກວ່າປຽກຫຼາຍແລະເຢັນຫຼາຍ,ນີ້ແມ່ນນຍ້ອນນ້ຳ. ພືດມີນ້ຳຢ່າງຫຼວງຫຼາຍ,ກວມນ້ຳໜັກປະມານ 80%,ຜັກມີນ້ຳ 90-95%; ພືດທີ່ເກີດໃນນ້ຳມີນ້ຳ 98% ຂຶ້ນໄປ. ນ້ຳຈະສົ່ງທາດບຳລຸງໃຫ້ພືດ,ນ້ຳເຮັດໃຫ້ກິ່ງງ່າແລະໃບຂອງພືດຮັກສາທ່າທາງທີ່ສວຍງາມ; ນ້ຳເຂົ້າຮ່ວມການສັງເຄາະແສງ,ຜະລິດວັດຖຸອິນຊີ; ການລະເຫີຍຂອງນ້ຳເຮັດໃຫ້ພືດຮັກສາອຸນຫະພູມທີ່ໝັ້ນທ່ຽງ,ບໍ່ຖືກແສງແດດລວກ. ພືດບໍ່ພຽງແຕ່ມີນ້ຳເຕັມໂຕທໍ່ນັ້ນ ມັນກໍໄດ້ສິ້ນເປືອງນ້ຳຕະຫຼອດຊີວິດ. ເຂົ້າສາລີ 1 ກິໂລແມ່ນໄດ້ມາດ້ວຍນ້ຳ 368 ກິໂລ; ເຊັ່ນດຽວກັນ,ເຂົ້າເບຼແມ່ນໄດ້ມາດ້ວຍນ້ຳ 513 ກິໂລ,ຝ້າຍດອກແມ່ນໄດ້ມາດ້ວຍນ້ຳ 648 ກິໂລ; ເຂົ້ານານ້ຳຈົນໄດ້ມາດ້ວຍນ້ຳຕັ້ງ 1000 ກິໂລ. ພວກເຮົາປູກແນວພັນເມັດໜຶ່ງ,ແລ້ວຈະໄດ້ຮັບຜົນເກັບກ່ຽວຢ່າງຫຼວງຫຼາຍ,ໃນນັ້ນ ນ້ຳມີຄຸນງາມຄວາມດີຫຼາຍບໍ່ຢອກ.
|