ການປຸງແຕ່ງອາຫານ ເວົ້າງ່າຍໆກໍຄືເຮັດໃຫ້ອາຫານທີ່ຍັງດິບກາຍເປັນອາຫານສຸກ,ເຮັດໃຫ້ອາຫານເກີດການປ່ຽນແປງດ້ານຟິຊິກແລະເຄມີຕ່າງໆໃນເວລາໃຫ້ຄວາມຮ້ອນ. ການປ່ຽນແປງເຫຼົ່ານີ້ລວມທັງການເຮັດໃຫ້ອາຫານແຂ້ນເຂົ້າເປັນກ້ອນ,ອ່ອນລົງ,ລະລາຍແລະອື່ນໆ,ແລ້ວໃສ່ເຄື່ອງປຸງລົດຕາມຄວາມຕ້ອງການ,ເຮັດໃຫ້ຜັກໝີ່ຫຼືຊີ້ນດິບປະເພດຕ່າງໆກາຍເປັນອາຫານສຳເລັດຮູບ ຕ່າງໆທີ່ຄົນທັງຫຼາຍມັກກິນ.
ວິທີປຸງແຕ່ງອາຫານທີ່ໃຊ້ເລື້ອຍໆມີການຈືນ,ຕົ້ມ,ຂົ້ວ,ຮຸ່ມ,ຕຸ໋ນແລະປີ້ງເປັນຕົ້ນ.
ການປຸງແຕ່ງຈະມີບົດບາດແນວໃດແດ່ຕໍ່ອາຫານ? ທຳມະດາແລ້ວມີບົດບາດໃນ 4 ດ້ານ. ໜຶ່ງ,ການປຸງແຕ່ງມີຈຸດປະສົງຂ້າເຊື້ອແລະຂ້າແມ່ພະຍາດ. ຂອງດິບອາດຈະມີຈຸລິນຊີຫຼືໄຂ່ແມ່ທ້ອງບໍ່ຫຼາຍກໍໜ້ອຍ,ຜ່ານການປຸງແຕ່ງ ສາມາດຂ້າຈຸລິນຊີແລະໄຂ່ແມ່ທ້ອງ,ເພື່ອບໍ່ເປັນໄພຕໍ່ສຸຂະພາບ.
ສອງ,ເມື່ອປຸງແຕ່ງແລ້ວ,ອາຫານຈະເກີດມີການປ່ຽນແປງທາງຟິຊິກແລະເຄມີຢ່າງສັບສົນ. ຕົວຢ່າງຄືອາຫານຈະປ່ຽນຈາກແຂງເປັນອ່ອນ,ຈາກດິບເປັນສຸກ,ເມື່ອປຸງແຕ່ງແລ້ວ,ເຂົ້າດິບກາຍເປັນເຂົ້າສຸກ,ທາດແປ້ງກາຍເປັນກ້ອນ,ຜັກທີ່ແຂງການເປັນອ່ອນ,ໂປຼຕິນສັດເມື່ອຕົ້ມຈະເປັນກ້ອນ,ມີລົດແຊບນົວ,ແລະອື່ນໆ. ດັ່ງນັ້ນ,ການປຸງແຕ່ງອາຫານແມ່ນການຍ່ອຍອາຫານດ້ວຍກົນຈັກໃນເບື້ອງຕົ້ນກ່ອນກິນລົງທ້ອງ,ມັນໄດ້ຫຼຸດຜ່ອນການຫາບແບກຂອງຫຼອດຍ່ອຍອາຫານຂອງຄົນ,ເຮັດໃຫ້ອາຫານຍິ່ງຍ່ອຍງ່າຍແລະຮັບເອົາງ່າຍໃນຮ່າງກາຍ.
ສາມ,ການປຸງແຕ່ງສາມາດປ່ຽນລົດເດີມຂອງອາຫານ. ຕົວຢ່າງຄືປາດິບແລະເປັດດິບມີກິ່ນຄາວ,ຊີ້ນແກະຊີ້ນແບ້ດິບມີກິ່ນກຸຍ,ເມື່ອປຸງແຕ່ງແລ້ວ,ສາມາດດັບກິ່ນເຫຼົ່ານີ້ອອກ; ຍັງແກ້ມັນແກ້ອືດໄດ້;ເຮັດໃຫ້ລົດຊາດແລະສີສັນອາຫານຍິ່ງໜ້າກິນ, ເຮັດໃຫ້ນ້ຳນົວຢູ່ໃນອາຫານຊຶມອອກ,ມີກິ່ນຫອມຊວນຢາກ. ເວົ້າລວມແລ້ວ,ການປຸງແຕ່ງອາຫານສາມາດເຮັດໃຫ້ສີ,ລົດຊາດ,ກິ່ນແລະຮູບຊົງຂອງອາຫານດີຂຶ້ນ,ແລະຊວນຢາກຊວນກິນ.
ນອກຈາກສາມດ້ານທີ່ກ່າວມາຂ້າງເທິງແລ້ວ,ຖ້າຢາກໃຫ້ການປຸງແຕ່ງອາຫານຖືກຫຼັກວິທະຍາສາດ,ບໍ່ວ່າໃຊ້ວິທີໃດ,ກໍຕ້ອງເອົາໃຈໃສ່ຮັກສາທາດບຳລຸງຕ່າງໆໃນອາຫານໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້,ຫຼິກເວັ້ນບໍ່ໃຫ້ທາດບຳລຸງເສຍຫາຍໃນວລາປຸງແຕ່ງ.
ປັດຈຸບັນ,ວິທີປຸງແຕ່ງບາງຢ່າງໄດ້ທຳລາຍທາດບຳລຸງຫຼາຍທີ່ສຸດ,ໂດຍສະເພາະແມ່ນວິຕາມິນ. ຕົວຢ່າງຄືໃຊ້ນ້ຳຕົ້ມອາຫານ,ທາດນ້ຳຕານແລະໂປຼຕິນສ່ວນຫນຶ່ງຈະຖືກແຍກທາດຢູ່ໃນນ້ຳ,ແຕ່ບໍ່ມີຜົນສະທ້ອນຫຍັງຫຼາຍຕໍ່ໄຂມັນ,ແຕ່ວິທີນີ້ຈະເຮັດໃຫ້ວິຕາ ມິນສ່ວນຫນຶ່ງແລະເກືອອະອິນຊີລະລາຍໃນນ້ຳ.ຕົວຢ່າງຄື,ຖ້າເອົາຜັກຕົ້ມໃນ ນ້ຳຕົ້ 20 ນາທີ, ວິຕາມິນເຊ 30% ຈະຖືກທຳລາຍ,ອີກ 30% ຈະລະລາຍໃນນ້ຳ. ຖ້າຕົ້ມໃສ່ດັ່ງ,ກໍຈະເຮັດໃຫ້ວິຕາມິນເບແລະເຊຖືກທຳລາຍເກືອບໝົດ.
ວິທີໜື້ງອາຫານມີຜົນສະທ້ອນຕໍ່ທາດບຳລຸງຄ້າຍຄືກັນກັບວິທີ,ມີແຕ່ເກືອອະອິນຊີເສຍຫາຍໜ້ອຍແດ່. ວິທີຕຸ໋ນເຖິງຈະທຳລາຍວິຕາມິນສ່ວນໜຶ່ງ,ແຕ່ວິຕາມິນ ສ່ວນລະລາຍໃນນ້ຳບໍ່ເສຍຫາຍ. ຖ້າໃຊ້ວິທີຮຸ່ມດົນເກີນໄປ,ວິຕາມິນເບແລະເຊຈະເສຍຫາຍຫຼາຍ,ແຕ່ອາຫານຍ່ອຍງ່າຍ. ການປຸງແຕ່ງແບບພະໂລ້ອຈະເຮັດໃຫ້ວິຕາມິນ,ເກືອອະອິນຊີແລະໂປຼຕິນສ່ວນຫນຶ່ງລະລາຍໃນນ້ຳພະໂລ້,ອີກສ່ວນໜຶ່ງຖືກທຳລາຍ. ອາຫານຈືນຍ້ອນວ່ານ້ຳມັນຮ້ອນຫຼາຍ,ສະນັ້ນທາດບຳລຸງທຸກຢ່າງໃນອາຫານຈຶ່ງຖືກທຳລາຍໃນລະດັບຕ່າງກັນ,ພ້ອມກັນນັ້ນ ຖ້າຈືນຈົນໄຫມ້ຈະເຮັດໃຫ້ໂປຼຕິນປ່ຽນທາດ,ໄຂມັນກໍເສຍສັບພະຄຸນ. ການຂົ້ວໄຟແຮງແບບໃສ່ແປ້ງສິງກະໂປ,ຍ້ອນມີແປ້ງສິງກະໂປຕິດຢູ່ທາງນອກຜັກຫຫຼືຊີ້ນ,ທາດບຳລຸງເສດຫາຍບໍ່ຫຫຼາຍ,ຂົ້ວຜັກເຮັດໃຫ້ວິຕາມິນເຊເສຍຫາຍຫຼາຍແດ່,ແຕ່ບໍ່ມີຜົນສະທ້ອນຫຍັງຕໍ່ທາດບຳລຸງອື່ນໆ,ແຕ່ວິທີຂົ້ວແຫ້ງຈະເຮັດໃຫ້ໂປຼຕິນປ່ຽນທາດຢ່າງແຮງ,ແລ້ວກະທົບກະເທືອນການຍ່ອຍແລະການຮັບເອົາຂອງຮ່າງກາຍ. ອາຫານຮົມຄວັນແລະປີ້ງຈະທຳລາຍວິຕາມິນອາ,ເບ,ເຊແລະໄຂມັນຫຼາຍ,ຖ້າເອົາປິ້ງໄຟໂດຍກົງ,ຍັງຈະເກີດວັດຖຸເບັນໂຊປີແລນທີ່ຈະພາໃຫ້ເປັນມະເຮັງ. ການຈືນອາຫາຍ້ອນໄຟແຮງຫຼາຍ,ນອກຈາກວິຕາມິນສ່ວນໜຶ່ງເສຍຫາຍແລ້ວ,ເວົ້າທົ່ວໄປ, ທາດບຳລຸງອື່ນໆກໍບໍ່ເປັນຫຍັງ.
ວິທີປຸງແຕ່ງທີ່ບໍ່ຖືກຕ້ອງຈະມີຜົນສະທ້ອນອ່າວຫຼາຍຕໍ່ທາດບຳລຸງຂອງອາຫານ. ອາຫານທີ່ດ້ອງດ້ວຍນ້ຳເກືອ,ວິຕາມິນເບແລະເຊຈະເສຍຫາຍຍ້ອນ ລະລາຍໃນນ້ຳ,ແຕ່ວິຕາມິນອາແລະເດບໍ່ເປັນຫຍັງ. ໃນອາຫານເອືອບ,ວິຕາມິນເບແລະເຊສ່ວນຫຼາຍຖືກທຳລາຍ. ໃນນ້ຳດອງຜັກດອງຜັກກາດຍັງມີນີຕຼິດ. ດອງໄຂ່ເປັດແລະໄຂ່ໄກ່ທາດບຳລຸງບໍ່ຖືກທຳລາຍ,ກົງກັນຂ້າມ,ຍັງເຮັດໃຫ້ມີການຊີອົມເພີ່ມຂຶ້ນ. ໃນເວລາເຮັດໄຂ່ຍ່ຽວມ້າ,ຍ້ອນໃຊ້ດັ່ງ, ຈຶ່ງທຳລາຍວິຕາມິນ,ໂດຍສະເພາະແມ່ນວິຕາມິນເບຫຼາຍຢ່າງ. ໃນເວລາເຮັດໝາກໄມ້ເຊື້ອມ,ຍ້ອນເອືອບດ້ວຍນ້ຳຕານ,ຈຶ່ງເຮັດໃຫ້ວິຕາມິນເຊເສຍຫາຍຈົນບໍ່ເຫຼືອຈັກເມັດ,ແຕ່ທາດບຳລຸງອື່ນໆບໍ່ມີການປ່ຽນແປງຫຍັງ. ອາຫານຕາກແດດຈະທຳລາຍວິຕາມິນອາ,ເບແລະເຊ,ແຕ່ອາຫານຕາກດ້ວຍລົມພັດບໍ່ເສຍຫາຍຫຍັງ,ທັງເຮັດໃຫ້ອາຫານອ່ອນນິ້ມ,ແລະມີກິ່ນຫອມພິເສດຊະນິດໜຶ່ງ.
|