ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-21 11:34:04    
ອິສຣາ​ແອນ​ອະນຸຍາດ​ຊາວ​ປາ​ເລັສຕີນ​ຍິ່ງ​ຫຼາຍ​ໄປ​ເຮັດວຽກຢູ່​ເຢຊູ​ລະ​ເລັມ​ຕາ​ເວັນ​ອອກ

cri Author: zl
ຕາມ​ຂ່າວສານ​ຊິນ​ຮວາ:ໜັງ​ສື​ພິມ​ຮາ​​ເຣສ໌ ​ຂອງ​ອິສຣາ​ແອນ​ສະບັບ​ວັນ​ທີ 20 ມັງ​ກອນ​ລາຍ​ງານ​ວ່າ,​ຫວ່າງ​ມໍ່ໆ​ນີ້,ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ອິສຣາ​ແອນ​ໄດ້​​ເປີກ​ໃບ​ອະນຸ​ຍາດ​ຊາວ​ປາ​ເລັສ​ຕີນ​ທີ່ຢູ່​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳຈໍ​ແດນ 500 ຄົນ​ສາ​ມາດ​​ໄປເຮັດ​ວຽກ​ຢູ່​​ໂຮງ​ແຮມ​ຢູ່ເຢ​ລູຊະ​ເລັມ​ຕາ​ເວັນ​ອອກ,​ເພື່ອ​ແກ້​ໄຂ​ບັນຫາ​​ໂຮງ​ແຮມ​ຢູ່​ເຢລູຊະ​ເລັມ​ຕາ​ເວັນ​ອອກ​ຂາດ​ຄົນ​ງານ.

ຕາມ​ໄດ້​ຊາບ,ຄຽງ​ຄູ່​ກັບ​ແຂກທ່ອງ​ທ່ຽວ​ເພີ່ມ​ຫຼາຍ​ຂຶ້ນ,​ຫວ່າງ​ມໍ່ໆ​ນີ້,ໂຮງ​ແຮມຢູ່​ເຢລູຊະ​ເລັມຂາດ​ຄົນ​ງານ​ຫຼາຍ.ສະນັ້ນ,ບັນດາ​ໂຮງ​ແຮມຢູ່ເຢລູຊະ​ເລັມ​ພາກັນຮຽກຮ້ອງ​ລັດ​ຖະ​ບານ​ອິສຣາ​ແອນ​ເປີກ​​ໃບ​ອະນຸ​ຍາດ​ເຮັດ​​ວຽກ​ແກ່​ຊາວ​ປາ​ເລັສ​ຕີນ​ຫຼາຍ​ກວ່າ​ເກົ່າ.​ ​ໃຕ້​ການ​ປະສານ​ງານ​ຂອງ​ຂະ​ແໜງ​ການ​ທ່ອງ​ທ່ຽວ​ອິສ​ຣາ​ແອນ,ກະ​ຊວງ​ປ້ອງ​ກັນ​ປະ​ເທດ​​ອິສຣາ​ແອນ​ຈຶ່ງ​ເຫັນ​ດີ​ນຳ​ການ​ຮ້ອງ​ຂໍຂອງ​ໂຮງ​ແຮມ.