|
ຕາມຂ່າວCRI: ວັນທີ 20 ມັງກອນ ເຂດປິ່ນປົວສັງລວມຂອງກອງກອບກູ້ສາກົນຈີນໃນໂຮງໝໍໃຫຍ່ບານດາອາເຈະ ເທດສະບານແຂວງອາເຈະແຫ່ງອິນໂດເນເຊຍໄດ້ເລີ່ມຮັບປິ່ນປົວຜູ່ເຈັບປ່ວຍ. ນີ້ເປັນຂີດໝາຍສະແດງໃຫ້ເຫັນວ່າຄວາມສາມາດບົ່ງມະຕິແລະປິ່ນປົວຂອງກອງກອບກູ້ສາກົນຈີນຢູ່ເຂດປະສົບໄພໄດ້ຂຶ້ນສູ່ລະດັບໃໝ່.
ທ່ານລິວອີ້ເສິນ ຫົວໜ້າກອງກອບກູ້ສາກົນຈີນກ່າວວ່າ, ການຕັ້ງເຂດປິ່ນປົວສັງລວມແຫ່ງນີ້ແມ່ນການສະແດງຢ່າງເປັນຮູບປະທຳຂອງລັດຖະບານຈີນທີ່ໄດ້ປະຕິບັດຕາມຄຳໝັ້ນສັນຍາຊ່ອຍເຫຼືອເຂດປະສົບໄພ.
ເຂດປິ່ນປົວສັງລວມຂອງກອງກອບກູ້ສາກົນຈີນແມ່ນເຂດປິ່ນປົວສັງລວມເຂດທີ 5 ໃນໂຮງໝໍໃຫຍ່ບານດາອາເຈະ. ປະຈຸບັນ ອົສຕຼາລີ ສິງກະໂປ ແບນຊິກແລະເຢຍລະມັນໄດ້ຕັ້ງເຂດປິ່ນປົວຂອງປະເທດເຫຼົ່ານີ້ແລ້ວ.
|