ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-21 11:40:52    
ຈີນ​ຮຽກ​ຮ້ອງ​ໃຫ້​ຊ່ອຍ​ເຫຼືອປະ​ເທດ​ພວມ​ພັດທະນາ​ເສີມ​ສ້າງ​ຄວາມ​ສາມາດ​ເຕືອນ​ໄພ

cri Author: Q
ຕາມ​ຂ່າວCRI,ກອງ​ປະຊຸມໂລກ​ກ່ຽວກັບການຫຼຸດຜ່ອນໄພພິບັດທີ່​ພວມ​ຈັດ​ຂຶ້ນ​ຢູ່​ໂກເບ​ແຫ່ງ​ຍີ່​ປຸ່ນ​ໄດ້​ຈັດ​ກອງ​ປະຊຸມ​ສະໄໝວິ​ສາມັນ​ກ່ຽວ​ກັບ​ຄື້ນຊູ​ນາ​ມີ​ມະຫາ​ສະໝຸດ​ອິນ​ເດຍ​ໃນ​ວັນ​ທີ20​ມັງກອນ.​ໃນ​ກອງ​ປະຊຸມ,ທ່ານ​ລີ​ເສຍ​ຈູ ຫົວໜ້າ​ຄະນະ​ຜູ້​​ແທນ​ຈີນ​ໄດ້ຮຽກ​ຮ້ອງ​ວ່າ​ຄວນ​ຊ່ອຍ​ເຫຼືອ​ປະ​ເທດ​ພວມ​ພັ​ດທະນາ​ເສີມ​ສ້າງ​ຄວາມ​ສາມາດ​ເຕືອນ​ໄພ.​ເພາະວ່າ​ໃນ​ປະຈຸ​ບັນ,ຫຼາຍ​ປະ​ເທດ​ໃນ​ໂລກ​ໂດຍ​ສະ​ເ​ພາະ​ແມ່ນ​ປະ​ເທດ​ພວມ​ພັດທະນາ​ຍັງ​ບໍ່​ມີ​ຄວາມ​ສາມາດ​ເຕືອນ​ມະຫັນຕະໄພ​ທຳ​ມະ​ຊາດ​ປະ​ເພດ​ຕ່າງໆ.

ທ່ານ​ລີ​ເສຍ​ຈູ​ກ່າວ​ວ່າ,ລັດຖະບານ​ຈີນ​ຍິນ​ດີ​ຊ່ອຍ​ປະ​ເທດ​ທີ່ປະສົບ​ໄພ​​ຈາກແຜ່ນດິນ​ໄຫວ​ແລະ​ຄື້ນ​ຊູ​ນາ​ມີ​ມະຫາ​ສະ​ໝຸດ​ອິນ​ເດຍ​ເທື່ອ​ນີ້​ພ້ອມ​ດ້ວຍ​ປະ​ເທດ​ອ້ອມ​ຂ້າງ​ສ້າງ​ຕັ້ງ​ລະ​ບົບ​​ເຄືອ​ຂ່າຍ​ຕິດ​ຕາມ​​ຢັ້ງ​ແທກ​ແລະ​ເຕືອນ​ໄພ​ແຜ່ນດິນ​ໄຫວ​ແລະ​ຄື້ນ ​ຊູ​ນາ​ມີ,ຈີນ​ຍິນ​ດີ​ໃຫ້​ປະ​ເທ​ດ​ເຫຼົ່າ​ນີ້​ຊົມ​ໃຊ້​ຂໍ້​ມູນຂ່າວສານ​ກ່ຽວຂ້ອງ​ທີ່ດາວ​ທຽມ​ຈີນ​ສະ​ໜອງ​ໃຫ້,​ສ້າງ​ຄວາມ​ປອດ​ໄພ​ໃນ​ອະ​ນາ​ຄົດ.