|
ຕາມຂ່າວສານຊິນຮວາ: ວັນທີ 20 ມັງກອນ ຫ້ອງການການຂ່າວກະຊວງການຄ້າຈີນອອກຖະແຫຼງຂ່າວກ່າວວ່າ, ເພື່ອໃຫ້ປະເທດປະສົບໄພຈາກຊູນາມີຍພົ້ນຈາກສະພາບຫຍຸ້ງຍາກໂດຍໄວແລະສ້າງບ້ານແປງເມືອງຄືນໃໝ່, ຈີນພວມພະຍາຍາມໃຫ້ການສະໜັບສະໜູນແລະຊ່ອຍເຫຼືອແກ່ປະເທດທີ່ປະສົບໄພດ້ວຍຫຼາຍຮູບການ.
ຖະແຫຼງຂ່າວກ່າວວ່າ, ລັດຖະບານຈີນຈະສະໜອງເຮືອນຊົ່ວຄາວງວດໜຶ່ງໃຫ້ລັດຖະບານອິນໂດເນເຊຍແລະໄທ, ເພື່ອເປັນຫ້ອງຮຽນແລະເຮືອນຢູ່ກະທັດຮັດຊົ່ວຄາວ. ນອກນີ້, ຈີນຍັງຈະຊ່ອຍລັດຖະບານສີລັງກາສ້ອມແປງທ່າເຮືອປະມົງບາງແຫ່ງທີ່ຖືກທຳລາຍໃນຊູນາມີ, ຊ່ອຍລັດຖະບານມານດິວສ້າງເຮືອນຢູ່ຂອງປະຊາຊົນງວດໜຶ່ງ.
ຖະແຫຼງຂ່າວຍັງປະກາດວ່າ, ຈີນຈະຊ່ອຍລັດຖະບານອິນໂດເນເຊຍສ້າງຕັ້ງລະບົບວັດແທກແຜ່ນອິນໄຫວແລະເຕືອນໄພຊູນາມີ, ແລະຈັດຊຸດອົບຮົມຊັບພະຍາກອນມະນຸດໃນຂົງເຂດທີ່ກ່ຽວຂ້ອງ.
ຕາມໄດ້ຊາບ, ປະຈຸບັນ ຈີນໄດ້ສົ່ງໜ່ວຍສຳຫຼວດໄປຕີລາຄາຄວາມເສຍຫາຍຢູ່ປະເທດປະສົບໄພ, ເພື່ອຕົກລົງໂຄງການຊ່ອຍເຫຼືອຫຼາຍກວ່າເກົ່າອີກ.
|