|
|
 |
| (GMT+08:00)
2005-01-21 14:46:05
|
|
ກອງປະຊຸມໂລກກ່ຽວກັບການຫຼຸດຜ່ອນໄພພິບັດ ເອົາໃຈໃສ່ນຳບັນຫາເດັກນ້ອຍທີ່ປະສົບໄພ
cri
Author: lm
ຕາມຂ່າວສານຊິນຮວາ: ວັນທີ 20 ມັງກອນກອງປະຊຸມ ໂລກກ່ຽວກັບການຫຼຸດຜ່ອນໄພພິບັດທີ່ພວມຈັດຂຶ້ນຢູ່ໂກເບຍີ່ປຸ່ນໄດ້ຈັດກອງປະຊຸມສະໄໝວິສາມັນກ່ຽວກັບຄື້ນຊູນາມີມະຫາສະໜຸດອິນເດຍ ນອກຈາກໄດ້ຫາລືບັນຫາສ້າງກົນໄກເຕືອນໄພຄື້ນຊູນາມີມະຫາສະມຸດອິນເດຍແລ້ວ ຜູ້ແທນຮ່ວມກອນປະຊຸມຍັງໄດ້ຮຽກຮ້ອງປະເທດຕ່າງໆຈົ່ງເອົາໃຈໃສ່ນຳບັນຫາເດັກນ້ອຍທີ່ປະສົບໄພ
ຜູ້ຕາງໜ້າອົງການUNICEFເວົ້າວ່າ ເດັກນ້ອຍແມ່ນກຸ່ມຄົນອ່ອນແອທີ່ສຸດ ຜູ້ປະສົບເຄາະຮ້າຍໃນແຜ່ນດິນໄຫວແລະຄື້ນທະເລມະຫາສະໝຸດອິນເດຍເທື່ອນີ້ມີເຄິ່ງໜຶ່ງແມ່ນເດັກນ້ອຍ ບັນດາປະເທດທີ່ປະສົບໄພຄວນສະໜອງການບໍລິການປິ່ນປົວຮັກສາສຸຂະພາບອັນພື້ນຖານໃຫ້ແກ່ເດັກນ້ອຍ ສັກຢາວັກແຊັງທີ່ຈຳເປັນ ພ້ອມທັງສະໜອງທາດບຳລຸງໃຫ້ພວກເຂົາເຈົ້າຢ່າງພຽງພໍ
|
|
|