ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-21 16:01:29    
ກ​ອງທະຫານ​ອິສຣາແອນ​ປິດ​ລ້ອມ​ກອງ​ບັນຊາ​ການ​​ໃຫຍ່​ຂອງ​ອົງການ​ອຳນາດ​​ແຫ່ງຊາດປາ​​ເລັສຕິນ

cri Author: hb
ຕາມ​ຂ່າວສາ​ນສິນ​ຮວາ:ຕອນ​ຄ່ຳ​ວັນ​ທີ20​ເດືອນ​ມັງກອນ ກອງທະຫານ​ອິ​ສຣາແອນ​ໄດ້​ແຕ່ງ​ລົດ​ຫຸ້ມ​ເກາະ​​ແລະ​ລົດ​ຈິບ20ຄັນ​​ແລ່ນ​ເຂົ້າ​ເມືອງ​ລາມາ​ລາ​ທີ່​ຕັ້ງ​ຢູ່​ຝັ່ງ​ຕາ​ເວັນ​ຕົກ​ຂອງ​ແມ່​ນ້ຳ​ຈໍ​ແດນ ປິດ​ລ້ອມກອງ​ບັນຊາ​ການ​ໃຫຍ່​ຂອງ​ທ່ານ​ອັບ​ບາສ ປະທານ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​​ເລັສຕິນ

ນີ້​ແມ່ນ​ເທື່ອ​ທຳ​ອິດ​ທີ່​ກ​ອງທະຫານ​ອິສຣາແອ​ນດຳ​ເນີນ​ການ​​ເຄື່ອນ​ໄຫວ​ການ​ທະ​ຫານ​ຕໍ່​ເຂດ​ນີ້​ ​ແຕ່​ເດືອນພະຈິກປີ2004​ມານີ້

ນອກ​ນັ້ນ ຕາມຜູ່​​ເຫັນ​ກັບ​ຕາ​ກ່າວ​ວ່າ​ວັນ​ທີ20ມັງກອນ ກອງທະຫານ​ອິສຣາ​ແອນທີ່ຢູ່​ພາກ​ເໜືອ​ຝັ່ງ​ຕາ​ເວັນ​ຕົກ​ແມ່ນ​ນ້ຳ​ຈໍ​ແດນ​ແລ​ະພາກ​ໃຕ້​​ແຖບ​ກາ​ຊາ​ຕ່າງ​ກໍ່​ໄດ້​ຍິງ​ຊາຍ​ໜຸ່ມ​ປາ​ເລັສຕິນຕາຍ​ຜູ່​ໜຶ່ງ

ແຕ່ສະຖານີ​ກວດ​ກາກ​ຂາ​ນີຂອງ​ກອງທັບ​ອິສຣາ​ແອນ​ຢູ່​ພາກ​ກາງ​ແຖບກາຊາຖືກການຫຼອນ​ໂຈ​ມຕີ​​ແບບຂ້າ​ໂຕ​ຕາຍ​ເຮັດ​ໃຫ້​ຄົນ​ອິສຣາ​ແອນ6ຄົນ​ຕາຍ​​ໃນ​ວັນ​ທີ13​ເດຶອ​ນມັງກ​ອນມານີ້ ກອງທັບ​ອິດ​ສະລະ​ແອນ​ໄດ້​ຂົ່ມ​ຂູ່​ຕະຫຼອດ​ມາ​ວ່າ​ຈະ​ດຳ​ເນີນ​ການ​ເຄື່ອ​ນ​ໄຫວ​ແກ້​ແຄ້ນທາງ​ທະຫານ​ຂະໜາດ​​ໃຫຍ່​ຕໍ່ປາ​​ເລັສຕິນ