|
ເຈົ້າຫນ້າທີ່ສະຫະປະຊາຊາດຍ້ອງຍໍວຽກງານກອບກູ້ໄພຄຶ້ນຊູນາມີມະຫາສະຫມຸດອິນເດຍມີປະສິດທິພາບທີ່ບໍ່ເຄີຍມີມາກ່ອນ
cri
ຕາມຂ່າວສານຊິນຮວາ: ວັນທີ 20 ມັງກອນ,ໃນກອງປະຊຸມວິສາມັນຄຶ້ນທະເລຊູນາມີມະຫາສະຫມຸດອິນເດຍຂອງກອງປະຊຸມໂລກກ່ຽວກັບການຫລຸດຜ່ອນໄພພິບັດຂອງສະຫະປະຊາຊາດທີ່ຈັດຂຶ້ນຢູ່ໂກເບແຫ່ງຍີ່ປຸ່ນ,ທ່ານແຈນ ເອເກແລນ ຮອງເລຂາທິການໃຫຍ່ສະຫະປະຊາຊາດທີ່ຮັບຜິດ ຊອບວຽກງານກອບກູ້ມະນຸດສະທຳກ່າວວ່າ, ພາຍຫຼັງໄພພິບັດເທື່ອນີ້ເກີດຂຶ້ນແລ້ວ, ປະຊາຄົມໂລກໄດ້ດຳເນີນການເຄື່ອນໄຫວກອບກູ້ຢ່າງວ່ອງໄວ,ນີ້ແມ່ນມວນມະນຸດທຳປະຕິກິລິຍາສຸກເສີນທີ່ມີປະສິດທິພາບກວ່າຫມູ່ນັບມາຮອດປະຈຸບັນຕໍ່ໄພທຳມະຊາດຮ້າຍແຮງ.
ທ່ານເອເກແລນຍັງເວົ້າວ່າ,ໃຕ້ຄຳຮຽກຮ້ອງຂອງສະຫະປະຊາຊາດ,ກະວ່າ,ໃນທຶນຊ່ອຍເຫືຼອນັ້ນມີ 60%ໄດ້ສົ່ງເຖິງບ່ອນແລ້ວ.
ທ່ານກ່າວເນັ້ນວ່າ,ປະຈຸບັນ,ປະຊາຄົມໂລກຄວນເລີ່ມຊ່ອຍປະເທດປະສົບໄພດຳເນີນວຽກງານຟື້ນຟູແລະສ້າງສາຄືນໃຫມ່ຫລັງໄພພິບັດໃນທັນທີ.ທ່ານຍັງຮຽກຮ້ອງປະຊາຄົມໂລກຖອດຖອນບົດຮຽນທັງລົບ,ຫລີກເວັ້ນບໍ່ໃຫ້ປະສົບຄວາມເສຍຫາຍອັນຫນັກຫນ່ວງທີ່ບໍ່ຈຳເປັນນັ້ນອີກໃນເວລາປະສົບໄພພິບັດທີ່ຄ້າຍຄືກັນນີ້.
|
|