ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-21 18:19:26    
ອົງການ​ຮາ​ມັສກ່າວ​ວ່າ,ຮັບ​ເຫັນ​ດີ​ນຳ​ແຜນການ​ສ້າງ​ຕັ້ງປະ​ເທດ​ປ​າ​ເລັສຕິນ

cri
ຕາມ​ຂ່າວcri: ຫນັງສືພິມ​ຮາ​ອາ​ເຣັດສ໌ຂອງ​ອິສຣາ​ແອນ​ສະບັບ​ວັນ​ທີ 21 ມັງກອນ​ລາຍ​ງານ​ວ່າ,​ໃນ​ເອກະສານ​ສະບັບ​ຫນຶ່ງ​ທີ່​ບັນດາ​ຝ່າຍ​ປາ​ເລັສຕິນ​ແຈກ​ຢາຍ​ໃນ​ຫວ່າງ​ມໍ່ໆ​ນີ້,ອົງການ​ຮາ​ມັສປາ​ເລັສຕິນ​ໄດ້​ກ່າວ​ວ່າ,​ຮັບ​ເຫັນ​ດີ​ນຳ​ແຜນການ​ສ້າງຕັ້ງປະ​ເທດ​ປາ​ເລັສຕິນ.ນີ້ແມ່ນ​ອົງການ​ຮາ​ມັສຮັບຮອງ​​ແຜນການ​ສ້າງຕັ້ງປະ​ເທດ​ປາ​ເລັສຕິນຢ່າງ​ເປັນ​ທາງ​ການ​ເປັນ​ເທື່ອ​ທຳ​ອິດ.

ອົງການ​ຮາ​ມັສຍັງ​ຮຽກ​ຮ້ອງ​ປົວ​ແປງ​ການ​ພົວພັນ​ກັບ​ປະຊາ​ຄົມ​ໂລກ​​ໂດຍ​ສະ​ເພາະ​​ແມ່ນ​ຝ່າຍ​ຕາ​ເວັນ​ຕົກ​ບົນ​ພື້ນຖານ​ຮັກສາ​ສິດ​ປະ​ໂຫຍ​ດຂອງ​ຊາວ​ປາ​ເລັສຕິນ,​ແຕ່​ພ້ອມ​ທັງ​ກ່າວ​ເນັ້ນວ່າ,ການ​ຕໍ່ສູ້​ດ້ວຍ​ກຳລັງ​ອາວຸດ​ແມ່ນ​ວິຖີ​ທາງ​ທີ່​ຊອບ​ກົດຫມາຍ​ຂອງ​ຊາວ​ປາ​ເລັສຕິນ​ໃນ​ການ​ຕ້ານ​ການ​ຍຶດຄອງ​ຂອງອິສຣາ​ແອນ.

ກ່ອນ​ຫນ້າ​ນີ້,ອົງການ​ຮາ​ມັສຍຶດຫມັ້ນ​ຕະຫລອດ​ມາ​ວ່າ,​ໃຫ້​ສ້າງຕັ້ງປະ​ເທດ​ປາ​ເລັສຕິນຢູ່​ຂອບ​ເຂດ​ຊາຍ​ແດນ​ກ່ອນ​ສົງຄາມ​ຕາ​ເວັນ​ອອກ​ກາງຄັ້ງທີ​ສາມ​ກ່ອນ,​ເປົ້າ​ຫມາຍ​ສຸດ​ທ້າຍ​ແມ່ນ​ດັບ​ສູນ​ອິສຣາ​ແອນ.