ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-21 21:42:20    
ຄື້ນ​ທະ​ເລ​ຊູນາ​ມີມະ​ຫັນ​ຕະ​ໄພ ກັບ​ນ້ຳ​ໃຈ​ຂອງ​ປະ​ຊາ​ຊົນ​ລາວ

cri
ຕອນ​ເຊົ້າ​ວັນທີ 26 ທັນ​ວາ​ປີຜ່ານ​ມາ,​ໄດ້​ເກີດ​ແຜ່ນ​ດິນ​ໄຫວຢູ່​ທາງ​ທິດ​ເໜືອ​ຂອງ​ເກາະ​ສຸມາ​ຕຣາ​ທີ່ຂຶ້ນ​ກັບ​ແຂວງ​ອາເຈະ ປະ​ເທດ​ອິນ​ໂດເນ​ເຊຍ ວັດ​ແທກ​ຄວາມ​ແຮງ​ສັນສະ​ເທືອນ​ໄດ້ 8.9 ຣິກ​ເຕີ,ອັນ​ໄດ້ພາ​ໃຫ້​ເກີດ​ມີ​ຄື້ນທະ​ເລ​ໃຫຍ່​ຊູ​ນາ​ມີ​ກະ​ທົບ​ໄປ​ເຖິງ​ຫຼາຍ​ປະ​ເທດ​ໃນ​ອາຊີ​ໃຕ້,​ອາຊີ​ຕາ​ເວັນ​ອອກ​ສຽງ​ໃຕ້ ​ແລະ​ປະ​ເທດ​ຈຳນວນ​ໜຶ່ງ​ໃນ​ທະວີບ​ອາ​ຟຼີກາ​ເໜືອ,​ລວມມີ​ອິນ​ເດຍ,ສີ​ລັງກາ,​ເກາະ​ມານ​ດິຟ,​ໄທ,ມາ​ເລ​ເຊຍ,ອິນ​ໂດ​ເນ​ເຊຍ,​ມຽນ​ມາ,ບັງ​ກຼາ​ເດັດ,​ໂຊ​ມາລີ​ໃນ​ອາ​ຟຼີກາ​ເໜືອ​ແລະ​ປະ​ເທດ​ອື່ນໆ,ຊຶ່ງ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ເຖິງ​ຊີວິດ​ແລະ​ຊັບ​ສິນ​ຂອງ​ປະຊາ​ຊົນ​ປະ​ເທດ​ເຫຼົ່າ​ນີ້​ເປັນ​ຈຳ​ນວນ​ຫຼວງ​ຫຼາຍ​ພາຍ​ມາກ,ຕົວ​ເລກ​ຜູ້​ເສຍ​ຊີວິດ​ມີ​ຫຼາຍ​ກວ່າ 1 ​ແສນ 5 ໝື່ນ​ກວ່າ​ຄົນ,​ຫຼາຍ​ໝື່ນ​ຄົນ​ຫາຍ​ສາບ​ສູນ,ມີ​ຜູ້​ບາດ​ເຈັບ​ຫຼາຍ​ພັນ​ຄົນ,​ຫຼາຍ​ແສນ​ຄົນ​ຂາດ​ທີ່​ພັກ​ອາ​ໄສ ພາ​ໃຫ້​ມີ​ຜູ້​ກຳພ້າ​ກຳ​ພອຍ,ນີ້​ແມ່ນ​ຄວາມ​ສູ​ນກາຍ​ອັນ​ໃຫຍ່​ຫຼວງ​ໃນ​ເຫດ​ໂສກ​ນາດ​ຕະກຳ​ຄັ້ງ​ຍິ່ງ​ໃຫຍ່​ສຳລັບ​ມວນ​ມະນຸດ.

ພໍ​ຮູ້​ຂ່າວ​ເຫດ​ໂສກ​ນາດ​ຕະກຳ​ຄັ້ງນີ້,ປ​ະ​ເທດ​ຕ່າງໆ​ໃນ​ທົ່ວ​ໂລກ​ຕ່າງ​ໍກ​ໄດ້​ພາກັນ​ສະ​ແດງ​ຄວາມ​ເສຍ​ໃຈ​ຕໍ່​ເຫດ​ຮ້າຍ​ທາງ​ທຳ​ມະ​ຊາດ​ໃນ​ຄັ້ງນີ້,ພ້ອມ​ທັງ​ໄດ້​ສົ່ງ​ຄວາມ​ຊ່ອຍ​ເຫຼືອ​ສຸກ​ເສີນ​ຮີບ​ດ່ວນ​ດ້ານ​ຕ່າງໆ ນັບທັງ​ວັດຖຸ​ເງິນ​ຄຳ ​ເຂົ້າຂອງ​ເຄື່ອງ​ໃຊ້,ຢາ​ປົວ​ພະຍາດ ​ແລະ​ຊ່ຽວຊານ​ແພດ​ໝໍ​ດ້ານ​ຕ່າງໆ​ເຂົ້າຊ່ອຍ​ເຫຼືອ​ເພື່ອ​ກອບ​ກູ້​ເອົາ​ບັນດາ​ປະ​ເທດ​ທີ່​ຖືກ​ໄພ​ພິບັດ​ເປັນ​ການ​ດ່ວນ.

ສຳລັບ​ຢູ່​ສປປ​ລາວ​ແລ້ວ,ປະຊາຊົນ​ລາວ​ຍ່ອມ​ເຂົ້າ​ໃຈດີ​ເຖິງ​ຄວາມ​ສູນ​ເສຍ ​ເພາະ​ເຂົ້າ​ເຈົ້າ​ເຫຼົ່ານັ້ນ​ເຄີຍ​ໄດ້​ຮັບ​ເຄາະ​ກຳມາ​ແລ້ວ​ຈາກ​ສົງຄາມ ຊຶ່ງ​ແມ່ນ​ສີມື​ຂອງ​ມະນຸດ​ເອງ​ເປັນ​ຜູ້​ສ້າງ​ຂຶ້ນ,​ເຖິງ​ວ່າ​ປະຈຸ​ບັນ,ປະຊາຊົນ​ລາວ​ຈະ​ຢູ່​ໃນ​ໄລຍະ​ແຫ່ງການ​ສ້າງສາ​ພັດທະນາ ​ເພື່ອ​ນຳ​ເອົາ​ປະ​ເທດ​ຊາດ​ໃຫ້​ຫຼຸດ​ພົ້ນຈາກ​ຄວາມ​ດ້ອຍ​ພັດທະນາ​ກໍ​ຕາມ,​ແຕ່​ປະຊາ​ຊົນ​ລາວ​ຊຶ່ງ​ຍາມ​ໃດ​ກໍ​ລ້ວນ​ແຕ່​ມີນ້ຳ​ໃຈ​ມະນຸດສະທຳ​ເອື້ອ​ເຟື້ອ​ເພື່ອ​ແຜ່ຢູ່​ສະ​ເໝີ,ລາວ​ກໍ​ໄດ້​ປະ​ກອບ​ສ່ວນ​ກັບ​ບັນດາ​ປະຊາ​ຊາດ​ໃນ​ທົ່ວ​ໂລກ,​ໃຫ້​ການ​ຊ່ອຍ​ເຫຼືອ​ແບ່ງ​ເບົາ​ຄວາມ​ທຸກ​ໂສກ​ຕໍ່​ລັດຖະ​ບານ​ແລະ​ປະຊາ​ຊົນ​ບັນ​ດາ​ປະ​ເທດ​ທີ່​ໄດ້​ຮັບ​​ເຄາະ​ຮ້າຍ​ເຫຼົ່າ​ນັ້ນ​ຕາມ​ທີ່​ພໍ​ເຮັດ​ໄດ້​ເຊັ່ນ​ວ່າ:​ສົ່ງ​ໂທລະ​ເລກ​ໄປ​ເຖິງ​ຜູ້ນຳ​ບັນດາ​ປະ​ເທດ​ທີ່​ປະ​ສົບ​ໄພ​ແຜ່​ນດິ​ນ​ໄຫວ​ແລະ​ຄື້ນ​ທະ​ເລ​​ໃຫຍ່​ຊູນາ​ມີ ສະ​ແດງ​ຄວາມ​ເຫັນ​ອົກ​ເຫັນ​ໃຈ ພ້ອມ​ທັງ​ສະ​ແດງ​ຄວາມ​ສາ​ມັກ​ຄີ​ກັບປະ​ເທດ​ເຫຼົ່ານັ້ນ.

​ເຖິງ​ວ່າ​ເປັນ​ປະ​ເທດ​ທີ່ທຸກ​ຍາກ​ດ້ອຍ​ພັດທະນາ,​ແຕ່​ດ້ວຍ​ຈິດ​ໃຈ​ມະນຸດສະທຳ​ອັນສູງ​ສົ່ງ​ຂອງ​ຕົນ,ລັດຖະບານ​ລາວ​ໄດ້​ຕົກລົງ​ໃຫ້ການ​ຊ່ອຍ​​ເຫຼືອ​ສຸກ​ເສີນ​ແກ່​ບັນດາ​ປະ​ເທດ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຫຼາຍ​ກວ່າ​ໝູ່​ເປັນ​ຈຳນວນ​ເງິນ​ເຖິງ 1​ ແສນ​ໂດ​ລາ.ພ້ອມນັ້ນກໍ​ໄດ້​ຈັດຕັ້ງຄະນະ​ສະ​​ເພາະ​ກິດ​ຂຶ້ນ​ຄະນະ​ໜຶ່ງ ​ເພື່ອ​ປຸກລະດົມ​ຂົນ​ຂວາຍການ​ບໍລິຈາກ​ສິ່ງ​ຂອງ​ເຄື່ອງ​ໃຊ້,ວັດຖຸ​ເຖິງ​ຄຳ​ຈາກ​ປະຊາຊົນ​ລາວ​ເພື່ອ​ສົ່ງ​ໄປ​ບັນ​​ເທົາ​ແກ່​ຜູ້​ປະສົບ​ໄພ​ໃນ​ຄັ້ງນີ້.ຄຽງ​ຄູ່​ກັນ​ນີ້ ພະສົງ 108 ອົງ​ແລະ​ອອກ​ຕົນ​ຍາດ​ໂຍມ 350 ຄົນ ນຳ​ໜ້າ​ໂດຍ​ພະ​ອາຈານ ວິຈິດ ສິງຫາ​ລາດ,ປະທານ​ອົງການ​ພຸດທະ​ສາສະໜາ​ສຳພັນ​ແຫ່ງ​ປະ​ເທດ​ລາວ,​ໄດ້​ຈັດຕັ້ງພິທີ​ທາງ​ສາສະໜາ ​ຊັກອະນິຈາ​ເຮັດ​ບັງ​ສະກຸນ ນັ່ງ​ພາ​ວັນນາສະມາທິ ​ເພື່ອ​ສົ່ງ​ບຸນ​ກຸ​ກົນ​ໄປ​ຫາດ​ວງວິນ​ຍານຂອງ​ຜູ້​ທີ່​ເສຍ​ຊີວິດ​ຈາກ​ຄື້ນທະ​ເລ​​ໃຫຍ່​ຊູ​ນາ​ມີ.ຈັດຕັ້ງງານ​ໂຮມ​ຊຸມນຸມ​ໃຫຍ່ ​ໄວ້ອາ​ໄລ​ເຖິງ​ຜູ້​ເສຍ​ຊີວິດ,ຊຶ່ງ​ໃນ​ງານ​ໂຮມ​ຊຸມນຸມ​ນີ້​ ມີ​ທ່ານ​ສີສະ​ຫວາດ ​ແກ້ວ​ບຸນ​ພັນ ປະທານ​ສູນກາງ​ແນວ​ລາວ​ສ້າງ​ຊາດ,ທັງ​ເປັນ​ປະທານ​ຄະນະ​ສະ​ເພາະ​ກິດ ​​​ເພື່ອ​ລະດົມ​ແລະ​ຮັບ​ເອົາ​ການ​ບໍລິຈາກ​ຂອງ​ປະຊາຊົນ ​ເພື່ອ​ຊ່ອຍ​ເຫຼືອ​ບັນດາ​ປະ​ເທດ​ທີ່​ໄດ້​ຮັບ​ຜົນ​ເສຍ​ຫາຍ.ມີ​ທ່ານ​ສົມ​ສະ​ຫວາດ ​ເລັ່ງສະຫວັດ ຮອງ​ນາຍົກລັດຖະມົນຕີ,ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ,ພ້ອມ​ດ້ວຍ​ບັນດາ​ລັດຖະມົນ​ຕີ​ວ່າການ,ຊ່ວຍ​ວ່າການ​ກະຊວງ​ຕ່າງໆ,ພະ​ເຖລະ​ນຸ​ເຖລະ,ບັນດາ​ທູຕາ​ນູທູດ,ຜູ້​ຕາງ​ໜ້າອົງການ​ຈັດຕັ້ງສາກົນ​ຕ່າງປະ​ເທດ​ປະຈຳ​ລາວ​ແລະ​ມວນ​ຊົນ​ເຂົ້າຮ່ວມ​ຫຼາຍ​ຮ້ອຍ​ຄົນ.ທ່ານ​ສີສະ​ຫວາດ ​ແກ້ວ​ບຸນ​ພັນ ​ໄດ້​ກ່າວ​ຢູ່​ໃນ​ງານ​ໂຮມ​ຊຸມນຸມ​ສະ​ແດງຄວາມ​ເສົ້າ​ໂສກ ຕໍ່​ຜູ້​ເຄາະ​ຮ້າຍ​ຈາກ​ຄື້ນທະ​ເລ​ໃຫຍ່​ຊູ​ນາ​ມີຄັ້ງນີ້​ວ່າ:​ໃນ​ຍາມ​ທີ່​ເພື່ອ​ມະນຸດ​ດ້ວຍ​ກັນ​ພວມ​ຕົກທຸກ​ໄດ້​ຍາກ​ນີ້ ປະຊາຊົນ​ລາວ​ເຊິ່ງມີ​ຈິດ​ໃຈ​ໂອບ​ເອື້ອ​ອາລີ,ມີ​ຄວາມ​ເມດ​ຕາ​ກະລຸນາ​ແລະ​ມີ​ຄວາ​ມ​ເປັນ​ຫ່ວງ​ເປັນ​​ໃຍ​ຕໍ່​ຊາຕະ​ກຳ​ຂອງ​ຜູ້​ປະສົບ​ເຄາະ​ຮ້າຍ ຕ່າງ​ກໍ​ສະ​ແດງ​ຄວາມ​ປາຖະໜາ​ອັນ​ແຮງ​ກ້າ​ຢາກ​ປະກອບສ່ວນ​ບໍລິຈາກ ​ເພື່ອ​ຊ່ອຍ​ປະ​ເທດ​ທີ່​ຖືກ​ມະ​ຫັນ​ຕະ​ໄພ​ຄັ້ງນີ້​ຫຼາຍ​ທີ່​ສຸດ.

ທ່ານ​ບົວ​ສອນ ບຸບຜາ​ວັນ ຮອງ​ນາຍົກ​ລັດ​ຖະມົນ​ຕີ,ຜູ້​ປະຈຳ​ການ​ລັດຖະ​ບານ​ສປປ​ລາວ,ທ່ານ​ສີສະ​ຫວາດ ​ແກ້ວ​ບຸນ​ພັນ ປະທານ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ,ປະ​ທານ​ສະ​ເພາະ​ກິດ​ເພື່ອ​ລະດົມ​ແລະ​ຮັບ​ເອົາ​ການ​ບໍລິຈາກ​ຂອງ​ປະຊາ​ຊົນ ​ໄດ້​ຕາງ​ໜ້າ​ໃຫ້​ລັດຖະ​ບານ​ລາວ ຮ່ວມ​ລົງ​ລາຍ​ເຊັນ​ໃນ​ປຶ້ມ​ສະ​ແດງ​ຄວາມ​ເສຍ​ໃຈ ຢູ່​ສະຖານ​ທູດ​ອິນ​ໂດ​ເນ​ເຊຍ​ແລະ​ສະຖານ​ທູດ​ໄທ​ປະຈຳ​ລາວ​ຕາມ​ລຳດັບ.​ສ່ວນ​ສະມາ​ຄົມ​ນັກ​ຂ່າວ​ສປປ​ລາວ ກໍ​ໄດ້​ຮ່ວມ​ກັບ​ອົງ​ການ​ຈັດ​ຕັ້ງມະ​ຫາຊົນ,​ອົງ​ການ​ຈັດຕັ້ງ​ເພື່ອ​ການ​ກຸສົນ​ຕ່າງໆ ​ໄດ້​ຈັດການ​ສະ​ແດງ​ສີ​ລະ​ປະ​ວັນນະ​ຄະດີ​ຂຶ້ນ,​ເພື່ອ​ຂໍ​ການ​ບໍລິຈາກ​ນຳ​ມະຫາ​ຊົນ.​ນອກ​ຈາກ​ນີ້,ສະ​ມາຄົມ​ອົງ​ການ​ຕ່າງໆ​ ກໍ​ໄດ້​ຮ່ວມ​ກັນ​ບໍລິຈາກ​ເພື່ອ​ຊ່ອຍ​ເຫຼືອ​ບັນດາ​ປະ​ເທດ​ທີ່​ເຄາະ​ຮ້າຍ​ໄດ້​ເປັນ​ຢ່າງ​ດີ ນັບ​ທັງ​ຢູ່​ນະຄອນ​ຫຼວງ​ວຽງ​ຈັນ​ແລະ​ຂອບ​ເຂດ​ທົ່ວ​ປະ​ເທດ.

ຊາດ​ລາວ​ເປັນ​ຊາດ​ໜຶ່ງ ທີ່​ມຣມູນ​ເຊື້ອ​ສາມັກຄີ​ຊ່ອຍ​ເຫຼືອ​ຊຶ່ງ​ກັນ​ແລະ​ກັນ ​ແລະ​ມີ​​ເມດ​ຕາ​ຈິດ​ຕໍ່​ເພື່ອນ​ມະນຸດ​ດ້ວຍ​ກັນ ຊຶ່ງ​ມີ​ມາ​ແຕ່​ດຶກ​ດຳ​ບັນ ​ແລະ​ມູນ​ເຊື້ອ​ນີ້​ໄດ້​ຖືກ​ເສີມ​ຂະຫຍາຍ​ຂຶ້ນ​ສູ່​ຄຸນ​ນະພາບ​ໃໝ່ ​ໃນ​ຄວາມ​ສຳນຶກ​ຕົນ​ເພື່ອ​ທຸກ​ຈົນ,ທຸກ​ຄົນ​​ເພື່ອ​ຕົນ ອັນ​ເປັນ​ຄຸນ​ນະພາ​ບສູງ​ສົ່ງ​ໃນ​ການ​ພົວພັນ​ລະຫວ່າງ​ຄົນ​ກັບ​ຄົນ.ມະ​ຫັນ​ຕະ​ໄພ​ແຜ່ນດິນ​ໄຫວ​ກໍ​ໃຫ້​ເກີດ​ຂຶ້ນ​ທະ​ເລ​ໃຫຍ່ຊູ​ນາ​ມີ ນຳ​​ເອົາ​ໄພ​ພິບັດ​ອັນ​ໃຫຍ່​ຫຼວງ​ມາສູ່​ມະນຸດຊາດ​ໃນ​ຄັ້ງນີ້ ​ໄດ້​ສ້າງ​ຄວາມ​ສະ​ເທືອ​ນ​ໃຈ​ຕໍ່​ປະຊາ​ຊົນ​ລາວ ກໍ​ຄືປະຊາຊົນ​ທົ່ວ​ໂລກ,​ແລະ​ໄດ້​ພ້ອມ​ກັນ​ແບ່ງປັນ​ນ້ຳ​ໃຈ ສົ່ງ​ສິ່ງ​ຂອງ​ເງິນ​ຄຳ​ໄປ​ຊ່ອຍ​ເຫຼືອ​ບັນ​ເທົາ​ທຸກ​ແກ່​ຜູ້​ປະສົບ​ໄພ​ດ້ວຍ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ຢ່າງ​ສຸດ​ຊຶ້ງ.​ເວລາ​ນີ້​ຍິ່ງ​ກວ່າ​ເວລາ​ໃດ​ໝົດທີ່​ລັດຖະບານ​ພ້ອມ​ປະຊາຊົນ​ລາວ 5 ລ້ານ​ກວ່າ​ຄົນ,​ໄດ້​ສະ​ແດງ​ອອກ​ເຖິງ​ມູນ​ເຊື້ອ​ແຫ່ງ​ຄວາມ​ສາມັກຄີຂອງ​ຊາດ ນ້ຳ​ໃຈ​ສາກົນ​ອັນ​ສ່ອງ​ໃສ ​ແລະ​ຄວາມ​ຮັບຜິດຊອບ​ຂອງ​ຕົນ ຕໍ່​ປະ​ເທດ​ເພື່ອນ​ມິດ​ດ້ວຍ​ການ​ບໍລິຈາກ ​ເຂົ້າຂອງ​ເງິນ​ຄຳ​ຕາມ​ຄວາມ​ສາມາດ​ຂອງ​ຕົນ ປະກອບສ່ວນ​ເຂົ້າ​ໃນ​ກອງ​ທຶນ​ບັນ​ເທົາ​ທຸກ​ແກ່​ຜູ້​ປະສົບ​ເຄາະ​ຮ້າຍ ຈາກ​ຄື້ນທະ​ເລ​ໃຫຍ່​ຊູ​ນາ​ມີຄັ້ງນີ້.​

ແນ່ນອນປະ​ເທດ​ລາວຍັງ​ທຸກ​ຍາກ ລາຍ​ໄດ້​ຂອງ​ແຕ່ລະຄົນ​ມີ​ຂີດ​ຈຳກັດ ​ແຕ່​ເງິນ​ຄຳນວນ​ນ້ອຍ​ທີ່​ໄດ້​ບໍລິຈາກ​​ໄປ​ນັ້ນ ​ແມ່ນ​ມີ​ຄຸນຄ່າ​ໃຫຍ່​ຫຼວງ​ທາງ​ດ້ານ​ຈ້ຳ​ໃຈ ​ເປັນ​ການສະ​ແດງ​ອອກ​ເງິນ​ນ້ຳ​ໃຈ​ມະນຸດສະທຳ​ຂອງ​ທັງ​ໝົດ​ຊາດ ​ແລະ​ປະ​ຊາ​ຊົນ​ລາວ ທີ່​ມີ​ຕໍ່​ເພື່ອນ​ມະນຸດ​ຮ່ວມ​ໂລກ​ທີ່​ປະສົບ​ກັບ​ໄພພິບັດ​ຈາກ​ຄື້ນທະ​ເລ​ໃຫຍ່​ຊູ​ນາ​ມີ.