ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-22 17:37:38    
ສະຖານທູດ​ຈີນ​ປະຈຳ​ອີຣັກຮຽກ​ຮ້ອງ​ໃຫ້​ປ່ອຍ​ຕົວ​ປະກັນຊາວ​ຈີນ​ໂດຍ​ໄວ

cri Author: MO
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 21 ມັງກອນ, ສະຖານທູດ​ຈີນ​ປະຈຳ​ອີຣັກອອກ​ຖະ​ແຫລ​ງການວ່າ, ລັດຖ​ະບານ​ຈີນ​​ໄດ້​ຮຽກຮ້ອງ​ໃຫ້​ພົນລະ​ເມືອງ​ຈີນ​ຢ່າ​ໄປ​ອີຣັກ, ​ແລະ​ຮຽກຮ້ອງ​ໃຫ້​ອົງການ​ປະກອບ​ອາວຸດ​ອີ​ຣັກປ່ອຍ​ຕົວ​ປະກັນ​ຊາວ​ຈີນ 8 ຄົນ​ໂດຍ​ໄວ.

ຖະ​ແຫລ​ງການ​ຂຽນ​ວ່າ, ລັດຖະບານ​ຈີນ​ແລະ​ສະຖານທູດ​ຈີນ​ປະຈຳ​ອີຣັກ​ໄດ້​ກ່າວ​ເຕືອນ​ພົນລະ​ເມື​ອງຈີນ​ຫລາຍ​ເທື່ອ​ວ່າຢ່າ​ໄປ​ອີຣັກ. ຜູ້​ຖືກ​ລັກ​ພາ​ຕົວ 8 ຄົນ​ແມ່ນ​ພົນລະ​ເມືອງ​​ສາມັນ, ​ແລະ​ໄປ​ທຳ​ການ​ຄ້າຂາຍ​ສ່ວນ​ຕົວ. ພາຍຫລັງ​ຂໍ້​ຜູກ​ພັນ​ເຮັດ​ວຽກ​ຈຸບກຳນົດແລ້ວ, ພວກ​ເຂົາ​ເຈົ້າ​​ໄດ້ເຊົາ​ລົດ​ອອກ​ຈາກ​ອີຣັກ, ຢາກ​ກັບ​ເມື​ອບ້ານ​ກ່ອນ​ບຸນ​ກຸດ​ຈີນ.

ຖະ​ແຫລງການ​ຂຽນ​ວ່າ, ​ໂດຍ​ຄຳ​ນຶງ​ເຖິງ​ມິດຕະພາບ​ລະຫວ່ງປະຊາຊົນສອງ​ຊາດ​ຈີນ​ອີຣັກ, ຝ່າຍ​ຈີນ​​ໄດ້​ອິງ​ໃສ່​ນ້ຳ​ໃຈ​ມະນຸດສະທຳ, ຮຽກຮ້ອງ​ໃຫ້​ປ່ອຍ​ຕົວ​ກຳ​ມະກອນ​​ຈີນ​ເຫຼົ່ານີ້​, ໃຫ້​ພວກ​ເຂົາ​ເຈົ້າ​​ໄດ້ເຕົ້າ​ໂຮມ​ກັບ​ຄອບຄົວ​ໂດ​ຍ​ໄວ.