ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-22 17:41:33    
ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ຫວັງ​ໃຫ້​ຊາວ​ຈີນ 8 ຄົນ​ທີ່​ຖືກ​ລັກ​ພາ​ຕົວ​​ໄດ້ຖືກປ່ອຍ​ຕົວ​ຢ່າງ​ປອດ​ໄພ​ໂດຍ​ໄວ

cri Author: MO
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 21 ມັງກອນ, ທ່ານ​ຂົງສວນ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດຈີນ​​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ, ທ່ານ​ກ່າວ​ວ່າ, ລັດຖະບານ​ຈີນ​ໄດ້​ເຕືອນ​​ພົນລະ​ເມືອງ​ຈີນ​ຕັ້ງຫລາຍ​ເທື່ອ​ແລ້ວວ່າ​ຢ່າ​ໄປ​ອີຣັກ, ຫວັງ​ໃຫ້​ຊາວ​ຈີນ 8 ຄົນ​ທີ່​ຖືກ​ລັກ​ພາ​ຕົວ​ນັ້ນຖືກປ່ອຍ​ຕົວ​ຢ່າງ​ປອດ​ໄພໂດ​ຍ​ໄວ.

ໂດຍ​ແນ່​ໃສ່​ການ​​ແຈ້ງ​ຂ່າວທີ່​ວ່າຜູ້​ລັກ​ພາ​ຕົວ​ຮຽກຮ້ອງ​ໃຫ້​ລັດຖະບານ​ຈີນ​ເກືອດ​ຫ້າມ​ຢ່າໃຫ້​ພົນລະ​ເມືອງ​ຈີນ​ເຂົ້າ​ໄປ​ໃນ​ອີຣັກ, ທ່ານ​ຂົງ​ສວນ​ກ່າວ​ວ່າ, ກ່ອນ​ໜ້າ​ນີ້, ລັດຖະບານ​ຈີນ​ໄດ້​​ເຕືອນ​ພົນລະ​ເມືອງ​ປະ​ເທດຕົນຫລາຍ​ເທື່ອແລ້ວ, ບໍ່ໃຫ້​ພວກ​ເຂົາ​ເຈົ້າ​ໄປ​ອີຣັກ​ໃນ​ປະຈຸ​ບັນນີ້. ຊາວ​ຈີນ 8 ຄົນ​ກໍ​ແມ່ນ​ຖືກ​ລັກ​ພາ​ຕົວໃນ​ເວລາ​​ເດີນທາງ​ອອກ​ຈາກ​ອີຣັກ, ຄວນ​ປ່ອຍ​ຕົວ​ພວກ​ເຂົາ​ເຈົ້າຢ່າງ​ປອດ​ໄພ​ໂດຍ​ໄວ.