ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-23 16:49:18    
ລັດຖະບານ​ຊົ່ວຄາວ​ຂອງ​ອີຣັກ​ໃຊ້​ມາດ​ຕະການ​ຮັບປະກັນ​ຄວາມ​ປອດ​ໄພ​ຂອງ​ການ​ເລືອກ​ຕັ້ງທົ່ວ​ໄປ

cri Author: MO
ຕາມ​ຂ່າວ​CRI: ວັນ​ທີ 22 ມັງກອນ, ລັດຖະບານ​ຊົ່ວຄາວ​ຂອງ​ອີຣັກປະກາດ​ວ່າ, ​ເພື່ອ​ຮັບປະກັນ​ໃຫ້​ການ​ເລືອກ​ຕັ້ງທົ່ວ​ໄປ​ຂອງ​ອີຣັກ​​ໃນ​ວັນ​ທີ 30 ມັງກອນ​​ໄດ້​ຈັດ​ຂຶ້ນ​ຢ່າງ​ສະດວກ, ​ວັນ​ທີ 29 ​ແລະ​ວັນ​ທີ 30 ມັງກອນ ຈະ​ປິດ​ເດີ່ນຍົນ​ສາກົນ​ແບກ​ແດກ​. ວັນ​ທີ 22, ມີທະຫານກອງ​ປ້ອງ​ກັນຊາ​ດອີຣັກອີກ 15 ຄົນ​ຖືກ​ອົງການ​ປະກອບ​ອາວຸດ​ຍິງ​ຕາຍ.

ວັນ​ທີ 22 ມັງກອນ, ທ່ານຟາ​ລາ ນາ​ກິບ ລັດຖະມົນຕີ​ກະຊວງ​ພາຍ​ໃນ​ຂອງ​ລັດຖະບານ​ຊົ່ວຄາວ​ຂອງ​ອີຣັກ​ກ່າວ​ວ່າ, ລັດຖະບານ​ຊົ່ວຄາວ​ນອກຈາກ​ປິດ​ເດີ່ນຍົນ​ແລ້ວ, ຍັງ​ຈະ​ໃຊ້​ມາດ​ຕະການ​ຄວາມ​ປອດ​ໄພ​ຢ່າງ​ເປັນ​ລະບົບ, ​ໃນ​​ນັ້ນລວມທັງ​ຫ້າມ​ສັນຈອນ​ໃນ​ຍາມ​ກາງຄືນ​ໃນ​ຫລາຍ​ເຂດ​ພາຍ​ໃນ​ 3 ມື້ກ່ອນ​ແລະ​ຫລັງ​ການ​ເລືອກ​ຕັ້ງ. ນອກ​ນີ້, ກອງ​ທະຫານ​ຮັກສາ​ຄວາມ​ປອດ​ໄພ​ຂອງ​ອີຣັກ​ກໍໄດ້​ເຂົ້າສູ່​ສະພາວະ​ກຽມພ້ອມ​ແລ້ວ.

ເຈົ້າໜ້າ​ທີ່​ອີຣັກ​​ແມ່ນ​ໄດ້ຕົກລົງ​ໃຊ້​ມາດ​ຕະການ​​ດັ່ງກ່າວ​​ໂດຍ​ແນ​ໃສ່​ສະຖານະ​ການ​ຄວາມ​ປອດ​ໄພ​ອັນ​ຂ້ຽວຂາດ​ໃນ​ສະ​ເພາະ​ໜ້າ​ນີ້. ວັນ​ທີ 22 ມັງກອນ, ອົງການ​ປະກອບ​ອາວຸດ​ທີ່​ເອີ້ນ​ຕົນ​ເອງ​ວ່າ"ກອງ​ທະຫານ​ອານ​ຊາ ຊານ​ຊຸນ​ນາ"​ໄດ້​ຍິງ​​ທະຫານກອງ​ປ້ອງ​ກັນ​ຊາດ​ອີຣັກຕາຍ 15 ຄົນ.