ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-23 18:01:22    
ອິສຣາ​ແອນ​ຈະ​ພິຈາ​ລະນາ​ຕິດຕໍ່ກັບປາ​ເລັສຕີນ​ຄືນ​ອີກເພື່ອກຽມຈັດການ​ພົບ​ປະ​ຂັ້ນສຸດ​ຍອດ​ລະຫວ່າງສອງ​ຝ່າຍ

cri Author: MO
ຕາມ​ຂ່າວCRI:ວັນ​ທີ 23 ມັງກອນ, ​ໂຄສົກ​ຜູ້​ໜຶ່ງ​ຂອງ​ທ່ານ​ຊາ​ລົງ ນາຍົກລັດຖະມົນຕີອິສຣາ​ແອນ​ກ່າວ​ວ່າ, ຖ້າ​ຝ່າຍ​ປາ​ເລັສຕີນ​ສືບ​ຕໍ່​ຈັດ​ວາງກອງ​ທະຫານ​ຕຳ​ຫລວດຂັດຂວາງ​ບໍ່​ໃຫ້ຜູ້​ປະກອບ​ອາວຸດ​ປາ​ເລັສຕີນ​ຫລອນ​ໂຈມ​ຕີ​ອິສຣາ​ແອນ​ແລ້ວ, ອິສຣາ​ແອນ​ຈະ​ພິຈາລະນາ​ຟື້ນ​ຟູ​ການ​ຕິດຕໍ່​ພົວພັນ​ກັບ​ເຈົ້າໜ້າ​ທີ່​ຝ່າຍປາ​ເລັສຕີນ, ທຳ​ການ​ກະກຽມ​​ໃຫ້​ແກ່​ການ​ພົບ​ປະລະ​ຫວ່າງ​ທ່ານ​ຊາ​ລົງ​ກັບ​ທ່ານ​ອັບບາສ ປະທານ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕີນ.

ມື້​ດຽວ​ກັນ, ທ່ານ​ໂມ​ຟັສ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອິສຣາ​ແອນ​ກ່າວ​ວ່າ, ຖ້າ​ສະຖານະ​ການ​ປາ​ເລັສຕີນ​ອິສຣາ​ແອນ​ດີ​ຂຶ້ນຕໍ່​ໄປ, ອິສຣາ​ແອນ​ຈະ​ມອບ​ສິດ​ຄວບ​ຄຸມ​ຄວາມ​ປອດ​ໄພ​ຂອງບາງ​ຕົວ​ເມືອງ​ປາ​ເລັສຕີນ​ໃຫ້​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕີນ.