|
|
 |
| (GMT+08:00)
2005-01-23 18:35:59
|
|
ປະຊາຄົມໂລກຮຽກຮ້ອງໃຫ້ເພີ່ມທະວີການກອບກູ້ຊ່ອຍເຫຼືອແລະສ້າງສາຄືນໃໝ່ຕໍ່ປະເທດປະສົບໄພຄື້ນທະເລຊູນາມີ
cri
Author: li
ຕາມຂ່າວ CRI: ວັນທີ 22 ມັງກອນ ປະຊາຄົມໂລກໄດ້ຮຽກຮ້ອງໃຫ້ເພີ່ມທະວີການກອບກູ້ຊ່ອຍເຫຼືອແລະສ້າງສາຄືນໃໝ່ຕໍ່ປະເທດປະສົບໄພຄື້ນທະເລຊູນາມີ,ກ່າວເນັ້ນການຈັດເອົາການປະກອບອາຊີບແລະຟື້ນຟູການສຶກສາເຂົ້າໃນວຽກງານສ້າງເຂດປະສົບໄພຄືນໃໝ່.
ໃນກອງປະຊຸມໂລກຫຼຸດຄວາມເສຍຫາຍຍ້ອນໄພພິບັດທີ່ອັດລົງໃນວັນທີ 22 ມັງກອນ ອົງການແຮງງານສາກົນໄດ້ວາງຍຸດທະສາດລະອຽດເພື່ອຊ່ອຍປະເທດປະສົບໄພສ້າງໂອກາດປະກອບອາຊີບ.
ວັນທີ 22 ມັງກອນ ຢູ່ທີ່ປາຣີ ລັດຖະມົນຕີກະຊວງສຶກສາທິການຂອງ 25 ປະເທດສະຫະພາບເອີລົບໄດ້ໄຂກອງປະຊຸມ,ປະສານງານໃນປະເທດສະຫະພາບເອີລົບກ່ຽວກັບການຊ່ອຍສ້າງການສຶກສາໃນເຂດປະສົບໄພຊຸນາມີຄືນໃໝ່,ແລະຮຽກຮ້ອງໃຫ້ປະຊາຄົມໂລກຈັດເອົາການສ້າງການສຶກສາຄືນໃໝ່ເຂົ້າໃນແຜນການຊ່ອຍເຫຼືອດ່ວນ.
|
|
|