ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-24 10:02:20    
ດົນ​ຕີ​ເສບ​ດ້ວຍ​ຂຸ່ຍ​ທີ່​ບັນ​ເລງ​ໂດຍ​ຈາງ​ເວີຍ​ລຽງ(ສຽງ)

cri Author: huachunmei

ທີ່​ນີ້, ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ. ​ໃນ​ລາຍການ​ພາກ​ນີ້, ຍິນ​ດີ​ຕ້ອນຮັບ​ທ່ານ​ເຂົ້າສູ່​ລາຍການ​ນັດ​ພົບ​ໃນ​ວັນ​ອາທິດ. ​ໃນ​ລາຍການ​ພາກ​ນີ້, ຂ້າພະ​ເຈົ້າຈະ​ສະ​ເໜີ​ດົນຕີ​ທີ່​ບັນ​ເລງ​ໂດຍ​ທ່ານ​ຈາງ​ເວີຍ​ລຽງ ນັກ​ເປົ່າ​ຂຸ່ຍ​ທີ່​ມີ​ຊື່ສ​ຽງຂອງ​ຈີນ.

ຂຸ່ຍ​ແມ່ນ​ເຄື່ອງ​ເສບ​ດັ້ງ​ເດີມ​ຢ່າງ​ໜຶ່ງ​ຂອງ​ຈີນ, ​ເຮັດ​ດ້ວຍ​ໄມ່ປ່ອງ. ຢູ່​ຈີນ, ຂຸ່ຍ​ມີ​ປະຫວັດ​ມາຫຼາຍພັນ​ປີ​ແລ້ວ, ຊາວ​ຈີນ​ແຕ່ລະ​ເສັ່ນ​ຄົນ​ໄດ້​ສຶບທອດ​ແລະ​ຂະຫຍາຍ​ຈົນ​ມາ​ຮອດ​ປະຈຸ​ບັນ​ກໍ່​ຍັງ​ຮັກສາ​ໄວ້​ຢູ່.

ທີ່​ທ່ານພວມ​ຟັງ​ມາຢູ່​ນີ້ແມ່ນ​ດົນຕີ​ເສບ​ດ້ວຍຂຸ້ຍດັ້ງ​ເດີມ​ທີ່​ຊື່ວ່າ"ນົກ​ທາ​ບິ​ນ" ​ເສບ​​ໂດຍ​ທ່າ​ນຈາງ​ເວີຍ​ລຽງ, ດົນຕີ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ, ຄົນ​ທັງຫຼາຍມີ​ຄວາມ​​ຝັກ​ໃຝ່​ອັນ​ດີງາມ​ໃນ​ເວລາ​ເຫັນ​ນົກ​ທາ​ບິນ​ເວີ່ນ​ຢູ່​ທ້ອງຟ້າ.

ທ່ານ​ຈາງ​ເວີຍ​ລຽງ​ເກີດ​ຢູ່​ຊູ​ໂຈ່​ວ ​ເມືອງ​ພາກ​ໃຕ້​ຈີນ​ທີ່​ມີ​ຊື່ສ​ຽງ. ​ເມື່ອ​ປີ 1957, ທ່ານ​ມັກ​ດົນຕີ​ມາ​ແຕ່​ຍາມ​ຍັງ​ນ້ອຍ, ອາຍຸ 7 ປີກໍ​ເລີ່​ມຮຽນ​ເປົ່າ​ຂຸ່ຍ​ແລ້ວ, ພາຍຫຼັງມາ​ທ່ານ​ໄດ້​ເສັງ​ເຂົ້າສະ​ຖາ​ບັນ​ດົນຕີ​ຈີນ​ດ້ວຍ​ຄະ​ແນນ​ດີ​ເດັ່ນ, ​ແລະຫຼັງຈາກ​ຮຽນ​ຈົນ​ເມື່ອ​ປີ 1982​ ​ແລ້ວ, ທ່ານ​ກໍ​ໄດ້​ເປັນ​ອາຈານ​ສອນ​ຢູ່​ສະ​ຖາ​ບັນ​ດົນຕີ​ດັ່ງກ່າວ. ກໍ່​ແມ່ນ​ໃນ​ປີນັ້ນ​ເອງ, ທ່ານ​ຈາງ​ເວີຍ​ລຽງ​ໄດ້​ຮັບ​ລາງ​ວັນ​ສະ​ແດງ​ດີ​ເດັ່ນ​ໃນ​ການ​ປະ​ກອບ​ເສບ​ເຄື່ອງ​ດົນຕີ​ພື້ນ​ເມືອງ​ຈີນ.

ປີ 1987, ທ່ານ​ຈາງ​ເວີ​ຍລຽງ​ໄດ້​ຈັດ​ງານ​ດົນຕີ​ສ່ວນ​ຕົວ​ຢູ່​ຫໍ​ດົນຕີ​ປັກ​ກິ່ງ, ​ແລະ​ໃນ​ຄວາມ​ນັ້ນກໍ່​ໄດ້ຮັບ​ຄວາມ​ນິຍົມ​ຊົມ​ຊອບ, ​ແລະ​ຄວາມ​ຍ້ອງຍໍ​ສໍລະ​ເສີນ​ໂດຍ​ທົ່ວ​ໄປ​ຈາກ​ຜູ່​ຟັງ ງານ​ດົນຕີ​ຂອງ​ທ່ານ, ບໍ່ພ​ຽງ​ແຕ່​ໄດ້​ສະ​ແດງ​ໃຫ້​ເຫັນ​ສີ​ມື​ອັນ​ຍອດ​ຢ້ຽມ​ທໍ່​ນັ້ນ, ​ແລະ​ຍັງ​ໄດ້​ສະ​ແດງ​ອອດ​ໃຫ້​ເຫັນ​ຫົວຄິດ​ປະດິດສ້າງ​ຂອງ​ທ່ານ​ໃນ​ດ້ານ​ດົນຕີ​ນຳ​ອີກ.

ທ່ານ​ຜູ່​ຟັງ​ທີ່​ໂຄລົບ, ຕໍ່​ໄປ​ເຊີນ​ຟັງ​ດົນຕີ​ເສບ​ດ້ວຍ​ຂຸ່ຍ​ຍຸກ​ປະຈຸ​ບັນ​ໂດຍ​ທ່ານ​ຈາງ​ເວີຍ​ລຽງ, ດົນ​ຕີນີ້​ຊື່​ວ່າ, ​ເມົາ​ຂຸ່ຍ​ແຕ່ງ​ຕາມ​ດົນຕີ​ພື້ນ​ເມືອງ​​ແຂວງ​ເຫີ​ໜານ​ຂອງ​ຈີນ, ​ເຊິ່ງສະ​ແດງ​ເຖິງ​ອາລົມ​ຕະຫຼົກທີ່​ຊວນ​ຫົວ.

1  2