|
![](/images/spacer.gif) |
(GMT+08:00)
2005-01-24 10:27:22
|
![](/images/shim.gif) |
ບັນດາຝ່າຍຂອງປາເລັສຕີນມີຫວັງເຊັນສັນຍາຢຸດຍິງຕໍ່ອິສຣາແອນ
cri
Author: li
ຕາມຂ່າວCRI: ວັນທີ 23 ມັງກອນ ທ່ານອັບບາສ ປະທານອົງການອຳນາດແຫ່ງຊາດປາເລັສຕີນກ່າວວ່າ,ອົງການອຳນາດແຫ່ງຊາດປາເລັສຕີນມີຫວັງເຊັນສັນຍາກັບບັນດາຝ່າຍປະກອບອາວຸດຂອງປາເລັສຕີນກ່ຽວກັບບັນຫາຢຸດຍິງຕໍ່ອິສຣາແອນ.
ໃນເວລາໃຫ້ສຳພາດໃນມື້ນັ້ນ,ທ່ານອັບບາສເວົ້າວ່າ,ໃນຫຼາຍມື້ທີ່ຜ່ານມາ,ທ່ານໄດ້ສົນທະນາຢ່າງລົງເລິກແລະຮອບດ້ານກັບຜູ້ແທນຂອງບັນດາຝ່າຍປະກອບອາວຸດຂອງປາເລັສຕີນ,ບັນດາຝ່າຍລ້ວນແຕ່ໄດ້ສຳນຶກຮູ້ຄວາມສຳຄັນທີ່ສິ້ນສຸດສະຖານະການອັນເຄັ່ງຕຶງຂອງປາເລັສຕີນອິສຣາແອນ. ນັບມາຮອດປັດຈຸບັນ,ຄວາມເຫັນຂອງອົງການອຳນາດແຫ່ງຊາດປາເລັສຕີນແລະບັນດາຝ່າຍປາເລັສຕີນໄດ້ເປັນເອກະສັນກັນແລ້ວ,ແລະຈະເຊັນສັນຍາກ່ຽວກັບບັນຫາຢຸດຍິງຕໍ່ອິສຣາແອນໃນໄວໆນີ້.
ມື້ດຽວກັນ,ໃນກອງປະຊຸມຄະນະລັດຖະບານທີ່ຈັດຂຶ້ນຢູ່ສະເດລົດ ເມືອງພາກໃຕ້ຂອງອິສຣາແອນ,ທ່ານຊາລົງ ນາຍົກລັດຖະມົນຕີອິສຣາແອນໄດ້ສະແດງຄວາມຊົມເຊີຍຕໍ່ສະຖານະການທີ່ສະຫງົບໃນແຖບກາຊາໃນມໍ່ໆນີ້.
|
|
|