ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-24 15:19:29    
ເກາະ​ຊູ​ລາ​ເວ​ຊີ​ແຫ່ງ​ອິນ​ໂດ​ເນ​ເຊຍ​ເກີດ​ແຜ່ນ​ດິນ​ໄຫວ​ຂັ້ນ 6,2 ລິກ​ເທີ

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ: ​ເວລາ 3 ​ໂມງ 11 ນາທີ​ຂອງ​ວັນ​ທີ 24 ມັງກອນ ຢູ່​ເກາະ​ຊູ​ລາ​ເວ​ຊີ​ແຫ່ງ​ອິນ​ໂດ​ເນ​ເຊຍ​ເກີດ​ແຜ່ນດິນ​ໄຫວ​ຂັ້ນ 6,2 ລິກ​ເທີ, ​ແຜ່ນດິນ​ໄຫວ​​ໄດ້​ທຳ​ລາຍ​ສິ່ງ​ກໍ່ສ້າງ​ສ່ວນ​ໜຶ່ງ​, ປະຈຸ​ບັນ​ຍັງ​ບໍ່​ທັນ​ມີ​ຂ່າວ​ກ່ຽວ​ກັບ​ຄົນ​ຕາຍ​ແລະ​ບາດ​ເຈັບ.

ຕາມ​ໄດ້​ຊາບ, ​ໃຈ​ກາງແຜ່ນດິນ​ໄຫວ​ຢູ່​ບ່ອນ​ຫ່າງ​ຈາກ​ເມືອງ​ປາ​ລູ​ໄປ​ທາງ​​ໃຕ້ 16 ກິ​ໂລ​ແມັດ. ພາຍຫຼັງມາ, ຢູ່​ແຫ່ງ​ດັ່ງກ່າວ​ຍັງ​ເກີດ​ແຜ່ນດິນ​ໄຫວ​ເບົາ 24 ​ເທື່ອຢູ່​ລະຫວ່າງ 3 ຫາ 4 ຂັ້ນລິກ​ເທີພາຍຫຼັງ​ເກີດ​ແຜ່ນດິນ​ໄຫວ​ແຮງ​ແລ້ວ.

ວັນ​ທີ 26 ທັນວາ​ປີ 2004, ຢູ່​ເຂດ​ທະ​ເລ​ມໍ່​ກັບ​ເກາະ​ຊູ​ມັດ​ທຼາ​ແຫ່ງ​ອິນ​ໂດ​ເນ​ເຊຍ​ໄດ້​ເກີດ​ແຜ່ນດິນ​ໄຫວ​ຮ້າຍ​ແຮງ​ແລະ​ພາ​ໃຫ້​ເກີດ​ຄື້ນທະ​ເລ​ຊູ​ນາ​ມີ, ​ເຮັດ​ໃຫ້ 2 ​ແສນ​ກວ່າ​ຄົນ​ເສຍ​ຊີວິດ, ​ໃນ​ນັ້ນຄົນ​ອິນ​ໂດ​ເນ​ເຊຍ​ລື່ນ​ກາຍ 1 ​ແສນ 7 ໝື່ນ​ຄົນ.