ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-24 18:16:19    
ອາ​ຊຽນ​ຈັດ​ກອງ​ປະຊຸມ​ລັດ​ຖະ​ມົນຕີ​ກະຊວງ​ການ​ທ່ອງ​ທ່ຽວ

cri Author: zl
ຕາມ​ຂ່າວ​CRI:​ວັນ​ທີ 24 ມັງ​ກອນ, ກອງ​ປະຊຸມ​ລັດຖະ​ມົນຕີ​ກະຊວງ​ການ​ທ່ອງ​ທ່ຽວ​ອາ​ຊຽນ​ຄັ້ງທີ 8 ​ໄດ້​ຈັດ​ຂຶ້ນ​ຢູ່​ເກາະ​ລາງ​ຄາວີ​ຂອງ​ມາ​ເລ​ເຊຍ.

ກອງ​ປະຊຸມ​ຕົ້ນຕໍ​ຈະຕີ​ລາຄາ​ຜົນ​ກະທົບ​ຕໍ່​ເສດ​ຖະກິດ​ຂອງ​ພາກ​ພື້ນ​ຈາກ​ໄພ​​ແຜ່​ນດິນ​ໄຫວ​ແລະ​ຄື້ນ​ທະ​ເລ​ຊູ​ນາ​ມີ​ທີ່​ເກີດ​ຂຶ້ນ​ໃນ​ເດືອນ​ທັນ​ວາ​ປີ​ກາຍ​ນີ້,​ແລະ​ຫາລື​ກັນ​ກ່ຽວ​ກັບ​ສ້າງ​ຂະ​ແໜງ​ການ​ທ່ອງ​ທ່ຽວ​ຫຼັງ​ໄພ​ພິບັດ​ຄືນ​ໃໝ່​ແນວ​ໃດ.ທ່ານ​ເລ​ໂອ ​ໄມ​ເກິ​ນ ທໍ​ເຢດ ລັດ​ຖະ​ມົນຕີ​ກ​ະຊວງ​ການ​ທ່ອງ​ທ່ຽວ​ມາ​ເລ​ເຊຍ​ເວົ້າ​ວ່າ,​ປະຈຸ​ບັນ,ປະ​ເທດ​ອາ​ຊຽນ​ພວມ​ໃຊ້​ມາດ​ຕະການ​ອັນ​ຕັ້ງ​ໜ້າ​ຕ່າງໆ​ນາໆ ຊຶ່ງ​ລວມ​ທັງ​ສ້າງ​ຕັ້ງ​ກົນ​ໄກ​ເຕືອນ​ໄພ​ຄື້ນ​ທະ​ເລ​ຊູ​ນາ​ມີ​ເປັນ​ຕົ້ນ,​ຟື້ນ​ຟູ​ຄວາມ​​ເຊື່ອ​ໃຈ​ຂອງ​ແຂກ​ທ່ອງ​ທ່ຽວ​ຕໍ່​ພາກ​ພື້ນ​ອາ​ຊຽນ.

ຕາມ​ໄດ້​ຊາບ,ວັນ​ທີ 25 ມັງ​ກອນ,​ລັດຖະ​ມົນ​ຕີກະ​ຊວງ​ການ​ທ່ອງ​ທ່ຽວ​ຂອງ 10 ປະ​ເທດ​ອາ​ຊຽນ​ຍັງ​ຈະ​ເຈລະ​ຈາ​ກັບ​ລັດຖະ​ມົນຕີ​ກະຊວງ​ການ​ທ່ອງ​ທ່ຽວ​ຂອງ​ຈີນ ຍີ່​ປຸ່ນ ສ.​ເກົາຫຼີ​ແລະ​ອິນ​ເດຍ​ເປັນ​ຕົ້ນ,​ຫາລື​ບັນຫາ​ກ່ຽວ​ກັບ​ສ້າງ​ຂະ​ແໜງ​ການ​ທ່ອງ​ທ່ຽວ​ຫຼັງ​ໄພ​ພິບັດ​ຄືນ​ໃໝ່​ແນວ​ໃດ.

ນອກ​ນີ້,ຜູ້​ແທນ 1700 ຄົນ​ທີ່​ມາ​ຈາກ 55 ປະ​ເທດ​ແລະ​ເຂດ​ແຄວ້ນ​ຍັງ​ໄດ້​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ການ​ທ່ອງ​ທ່ຽວ​ແລະ​ງານ​ວາງສະ​ແດງ​ການ​ທ່ອງ​ທ່ຽວ​ອາ​ຊຽນ​ເພື່ອ​ສົມ​ທົບ​ກອງ​ປະຊຸມ​ຄັ້ງນີ້.