ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-25 08:38:28    
ແດນ​ສະ​ຫວັນ​ທີ່​ມີ​​ແສງ​ແດດ​ອົບ​ອຸ່ນ(ສຽງ)

cri Author: huachunmei

ທີ່​ນີ້, ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ. ​ສະ​ບາຍ​ດີ, ​ທ່ານ​ຜູ່​ຟັງ​ທີ່​ໂຄ​ລົບ, ຍິນ​ດີ​ຕ້ອນ​ຮັບ​ທ່ານ​ເຂົ້າ​ສູ່​ລາຍ​ການ​ນັດ​ພັບ​ໃນ​ວັນ​ອາທິດ. ​ໃນ​ລາຍ​ການ​ພາກ​ນີ້, ​ຂ້າ​ພະ​ເຈົ້າຈະ​ສະ​ເໜີ​ສະ​ພາບ​ຕົວ​ຈິງ​ທີ່​ເລືອກ​ເອົາ​ແຕ່​ຍອດ​ຂອງ​ງານ​ລາຕີ​ສິລະ​ປະ​ທີ່​ໃຫ້​ຊື່ວ່າ"​ແດນ​ສະຫວັນ​ທີ່​ສາດ​ສ່ອງ​ໄປ​ດ້ວຍ​ແສງຕາ​ເວັນ" ​ເຊິ່ງ​ເປັນ​ພິທີ​ໄຂ​ງານ​ສິລະ​ປະ​ຂອງ​ຈີນ​ຄັ້ງທີ 7 . ກ່ອນ​ອື່ນ​ເຊີນຟັງ​ດົນຕີ​ພື້ນ​ເມືອງຈີນ​ທີ່​ໃຫ້​ຊື່ວ່າ"ຊື່​ຈູ​ຊີ້​ຢີຈຽງ​ຮວາ" ​ແປ​ວ່າ "ດົນຕີ​ຝົນຝອຍ​ແລະ​ມາລາ​ນ້ຳ​ແຄມ".

ພິ​ທີ​ໄຂ​ງານ​ສິ​ລະ​ປະ​ຈີນ​ຄັ້ງ​ທີ 7 ຕັ້ງ​ຊື່​ໃຫ້​ວ່າ"​ແດນ​ສະ​ຫວັນ​ທີ່​ສາດ​ສ່ອງ​ໄປ​ດ້ວຍ​ແສງ​ຕາ​ເວັນ" ​ໃຫ້​ຄົນ​ທັງ​ຫຼາຍ​ໄດ້​ຊົມ​ຍອດ​ຂອງ​ສິລະປະ​ຈີນ​ຢ່າງ​ດີ​ທີ່​ສຸດ. ທ່ານ​ອູ​ທຽນ​ຊິງ​ແມ່ນ​ຜູ່​ໜຶ່ງ​ທີ່​ກຳ​ກັບ​ການ​ຈັດ​ວາງ​ງານ​ລາ​ຕີ​. ທ່ານ​ເວົ້າ​ວ່າ, ​ເມືອງ​ຫາງ​ໂຈ່​ວ​ແມ່ນ​ສະ​ຖານ​ທີ່​ສຳ​ຄັນ​ຂອງ​ງານ​ສິ​ລະ​ປະ, ​ຄົນ​ທັງ​ຫຼາຍ​ໄດ້​ປຽບ​ເມືອງ​ຫາງ​ໂຈ່ວ​ເປັນ​​ແດນ​ສະ​ຫວັນ​ໃນ​ເມືອງ​ຄົນ. ພວກ​ຂ້າ​ພະ​ເຈົ້າ​ຈິ່ງ​ເອົາ​ອັນ​ເປັນ​ຫົວ​ຂໍ້, ​ເພື່ອ​ສະ​ແດງ​ຄວາມ​ປາ​ຖະ​ໜາ​ອັນ​ຈົບ​ງາມ​ທີ່​ຄົນ​ເຮົາ​ຫວັງ​ຢາກ​ຢູ່​ຮ່ວມ​ກັບ​ທຳ​ມະ​ຊາດ​ຢ່ງາ​ລ່ອງ​ຊ່ອງ, ​ພວກ​ຂ້າພະ​ເຈົ້າ​ຫວັງ​ຢາກ​ໃຫ້​ສິ່ງ​ແວດ​ລ້ອມ​ທີ່​ພວກ​ເຮົາ​ອາ​ໄສ​ຢູ່​ນັ້ນ​ຍິ່ງ​ສວຍ​ງາມ​ກວ່າ​ເກົ່າ, ​ໃນ​ຂະ​ນະ​ທີ່​ເສດ​ຖະ​ກິດ​ພັດ​ທະ​ນາ​ນັ້ນ,​ ກໍ່​ຢາກ​ໃຫ້​ສັງ​ຄົມ​ຂອງ​ພວກ​ເຮົາ​ກໍ່​ພັດ​ທະ​ນາ​ໄປ​ພ້ອມ, ​ວັດ​ທະ​ນາ​ທຳ​ກໍ​ພັດ​ທະ​ນາ​ໃນ​ຈັງ​ຫວະ​ດຽວ​ກັນ, ​ສິ່ງ​ແວດ​ລ້ອມ​ແລະ​ຊັບ​ພະ​ຍາ​ກອນ​ຂອງ​ພວກ​ເຮົາ​ກໍ່​ໄດ້​ຮັບ​ການ​ອະ​ນຸ​ລັກ​ເປັນ​ຢ່າງ​ດີ.

ທີ່​ທ່ານ​ພວມ​ຟັງ​ມາຢູ່​ນີ້​ແມ່ນ​ລາຍ​ການ​ຟ້ອນ"​ເດັດ​ໃບ​ຊາ​ໃນ​ສາຍ​ຝົນ". ​ວາດ​ຟ້ອນ​ດັ່ງ​ກ່າວ​ໄດ້​ສະ​ແດງ​ພາບ​ນາງ​ສາວ​ທັງ​ຫຼາຍ​ພວມ​ເດັດ​ຊາ​ຢູ່​ເນີນ​ພູ​ດ້ວຍ​ຄວາມ​ເບີກ​ບານ​ມ່ວນ​ຊື່ນ. ​ບົນ​ພື້ນ​ຖານ​ຮັກ​ສາ​ທຳ​ນອງ​ເພງ​ພື້ນ​ເມືອງ​ແຂວງ​ເຈີ້​ຈຽງ​ທີ່​ຊື່​ວ່າ​"ຟ້ອນ​ເດັດ​ໃບ​ຊາ" ນັ້ນ​ກໍ​ໄດ້​ຕື່ມ​ດົນ​ຕີ​ເສບ​ດ້ວຍ​ເຄື່ອງ​ໄຟ​ຟ້າ, ​ແລະ​ລອງ​ເອົາ​ວາດ​ຟ້ອນ​ຊົນ​ເຜົ່າ​ຈີນ​ກັບວາດ​ສະ​ຕຼິດ​ແດນ​ສ໌ ຄື, ຟ້ອນ​ແຄມ​ທາງ​ປະ​ສົມ​ປະ​ສານ​ກັນ​ເປັນ​ເທື່ອ​ທຳ​ອິດ, ​ເຊິ່ງ​ມີ​ສີ​ສັນ​ທ້ອງ​ຖິ່ນ​ພາກ​ໃຕ້​ແມ່​ນ້ຳຢ​າງ​ເຊ​ຢ່າງ​ເຂັ້ມ​ຂຸ້ນ, ​ທັງ​ເຕັມ​ໄປ​ດ້ວຍ​ລົດ​ນິ​ຍົມ​ຍຸກ​ສະ​ໄໝ, ​ເນື້ອ​ເພງ​ມີ​ຢູ່​ວ່າ,​ ນ້ຳ​ຫ້ວຍ​ໃສ​ສະ​ອາດ​ໄຫຼ​ຈົ້ນ​ໆ, ​ພາບ​ວິວ​ສອງ​ຝັ່ງ​ງາມ​​ແທ້​ເດ! ​ອ້າຍ​ເອີຍ, ​ຟ້າວ​ໄປ​ຫຼົກ​ກ້າ​ດຳ​ນາ, ​ນ້ອງ​ເອີຍ, ຮີບ​ເດັດ​ໃບ​ຊາ​ຢູ່​ເທິງ​ພູ, ​ຫຼົກ​ກ້າ​ດຳ​ນາ​ຈັ່ງ​ແມ່ນ​ມ່ວນ, ​ເດັດ​ໃບ​ຊາ​ກໍ​ມ່ວນ​ແທ້​ມ່ວນ​ວ່າ.

1  2