ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-25 14:48:14    
ຈີນ​ອອກ​ແຮງ​ອະນຸລັກມໍລະດົກ​ໂລກ(ສຽງ)

cri Author: mo

ປະຈຸ​ບັນ, ມໍລະດົກ​ໂລກ​ຂອງ​ຈີນ​ມີ​ 30 ​ລາຍແລ້ວ, ຈີນ​ເປັນ​ທີ 3 ​ໃນ​ໂລກ. ການ​ເຮັດ​ແນວ​ໃດ​ຈະອະນຸລັກ​ແລະ​ຄຸ້ມ​ຄອງ​ສິ່ງ​ປະ​ເສີດ​ຂອງ​ມວນ​ມະນຸດ​ຫລາຍ​ຊ່ຳ​ນີ້​​ໃຫ້​ດີ​ແມ່ນ​ບັນຫາ​ທີ່​ວົງ​ການ​ພາຍ​ນອກ​ສົນ​ໃຈ​ນຳ​ໂດຍ​ຕະຫລອດ​. ​ໃນ​ລາຍການ​ມື້ນີ້, ຂ້າພະ​ເຈົ້າ​ຂໍ​ແນະນຳ​ເນື້ອ​ໃນ​ໃນ​ດ້ານ​ນີ້​ສູ່​ຟັງ.

ປີ 1972, ອົງການ​ຢູ​ເນັສ​ໂກສະ​ຫະປະຊາ​ຊາດ​ໄດ້​ຜ່ານ​ສົນທິສັນຍາ​ມໍລະດົກ​ໂລກ. ຈີນ​ໄດ້​ເຂົ້າຮ່ວມສົນທິສັນຍາ​ດັ່ງກ່າວ​​ເມື່ອ​ປີ 1985. ປະຈຸ​ບັນ, ມໍລະດົກ​ວັດທະນະທຳ​ແລະ​ທຳ​ມະ​ຊາດ​ຂອງ​ຈີນ 30 ລາຍ​ໄດ້​ຖືກ​ຈັດ​ເຂົ້າ​ໃນບັນຊີ​ລາຍຊື່​​ມໍລະດົກ​ໂລກ​ແລ້ວ, ​ໃນ​ນັ້ນ, ​ເຂດ​ທັດສະ​ນີຍະ​ພາບ 4 ​ແຫ່ງ​ຄື​ພູ​ທ້າຍ​ຊານ, ພູ​ຮວງ​ຊານ, ພູ​ເອີ​ເມີຍ​ຊານ​-ພະພຸດທະ​ຮູບ​ໃຫຍ່​ເລີ້​ຊານ, ​ແລະ​ພູ​ວູອີ​ຊານ​ເປັນຕົ້ນ​ຖືກ​ຈັດເປັນ​ມໍລະດົກ​ວັດ​ທະ​ນະ​ທຳ​ທັງ​ເປັນ​ມໍລະດົກ​ທຳ​ມະ​ຊາດ​ຂອງ​ໂລກ. ນອກ​ນີ້, ຈີນ​ຍັງ​ມີ​ເກືອບ​ຮ້ອຍ​ໂຄງການ​ພວມ​ຫລື​ກຽມ​ຮ້ອງ​ຂໍ​ຈັດເປັນ​ມໍລະດົກ​ໂລກ, ​ແມ່ນປະ​ເທດ​ໜຶ່ງ​ທີ່​ຈຳນວນຮ້ອງ​ຂໍຈັດ​ເປັນ​ມໍລະດົກ​ໂລກຫລາຍ​ກວ່າ​ໝູ່​ໃນ​ປະຈຸ​ບັນ​ນີ້.

ຈີນ​ມີ​ດິນ​ແດນ​ກວ້າງ​ໃຫຍ່​ໄພສານ, ມີ​ປະຫວັດສາດ​ດົນນານ, ​ເຂດ​ທີ່​ມີ​ຄຸນຄ່າ​ວັດຖຸບູຮານ​ສຳຄັນ​ແລະ​ຄຸນຄ່າ​ທັດສະນີ​ຍະພາບ​ນັ້ນ​ກໍມີ​ຫລວງຫລາຍ, ຖ້າ​ຖືກ​ຈັດ​ເຂົ້າ​ໃນ​ບັນຊີ​ລາຍ​ຊື່​ມໍລະດົກ​ໂລກ, ກໍ​ຈະ​ກາຍ​ເປັນ​ບ່ອນ​ທີ່​ມີ​ຄົນເຮີ່ກັນ​ໄປທ່ອງ​ທ່ຽວ​ໃນ​ທັນທີ. ຂໍ​ຍົກ​ເອົາ​ເມືອງ​​ເກົ່າ​ພີ​ງຢາ​ວ​ແຂວງ​ຊ່ານ​ຊີ​ເປັນຕົວຢ່າງ: ກ່ອນ​ຖືກ​ຈັດ​ເຂົ້າ​​ໃນ​ບັນຊີ​ລາຍ​ຊື່​ມໍລະດົກ​ໂລກ​ນັ້ນ, ​ເມືອງ​ນີ້​ໄດ້​ມີ​ຢູ່​ຫລາຍ​ຮ້ອຍ​ປີ​ແລ້ວ, ຄົນ​ທີ່ມາ​ທ່ອງທ່ຽວ​ຢູ່​ບ່ອນ​ນີ້​ບໍ່​ກາຍ 1 ​ແສນ​ຄົນ​ຕໍ່​ປີ, ​ແຕ່​ພາຍຫລັງຖືກ​ຈັດ​ເຂົ້າ​​ເປັນ​ມໍລະດົກ​ໂລກ​​ເມື່ອທ້າຍ​ປີ 1997 ​ແລ້ວ, ຈຳນວນ​ນັກທ່ອງ​ທ່ຽວ​ໄດ້​ເພີ່ມ​ຂຶ້ນ​ຄົບ​ເທົ່າ​ຕໍ່​ປີ, ປະຈຸ​ບັນ, ນັກ​ທ່ອງ​ທ່ຽວ​ທີ່​ມາ​ທ່ຽວ​ເມືອງ​ເກົ່າ​ແຫ່ງ​ນີ້​ມີ​ເຖິງ 1 ລ້ານ​ຄົນ​ຕໍ່​ປີ.

ທ່ານ​​ໂກຈັນ ຫົວໜ້າ​ພະ​ແນ​ກຄຸ້ມ​ຄອງ​ມໍລະດົກ​​ໂລກ​ຂອງ​ກົມ​ວັດຖຸບູຮານ​ແຫ່ງ​ຊາດ​ຈີນ​ເວົ້າວ່າ:
ຈີນ​ມີ​ດິນ​ແດນ​ກວ້າງ​​ໃຫຍ່​ໄພສານ, ລະ​ດັບ​ເສດຖະກິດ​ແລະ​ວັດທະນະທຳກໍ​ບໍ່​ສະ​ເໝີ​ກັນ. ​ໃນ​ບາງ​ທ້ອງ​ຖິ່ນ, ຍັງ​ມີ​ສະພາບ​ການ​ທີ່​​ເບິ່ງ​ໜັກ​ການ​ຮ້ອງ​ຂໍ, ​ເບິ່ງ​ເບົາການ​ຄຸ້ມ​ຄອງ, ​​ເບິ່ງ​ໜັກ​ການ​ບຸກ​ເບີກ, ​ເບິ່ງ​ເບົາການ​ອະນຸລັກ​​ໃນ​ລະດັບ​ຕ່າງ​ກັນ.

ປະຈຸ​ບັນ, ສະພາບ​ການ​ດັ່ງກ່າວ​ພວມ​ໄດ້​ຮັບ​ການ​ດັດ​ແກູ້. ກົມ​ວັດຖຸ​ບູຮານ​ແຫ່ງ​ຊາດ​ຈີນ​ແລະ​ກະຊວງ​ການ​ກໍ່ສ້າງ​ຈີນ​ເປັນຕົ້ນລ້ວນ​ແຕ່​ໄດ້​ຈັດ​ງານ​ຟັງ​ຄຳ​ໃຫ້ການ​ໂດຍ​ສະ​ເພາະ, ຊອກ​ຄົ້ນ​ແຜນການ​ອະນຸລັກ​ມໍລະດົກ​ໂລກ​ທີ່​ເໝາະ​ກັບ​ສະພາບ​ແຫ່ງ​ຊາດຈີນ. ພ້ອມ​ກັນນັ້ນ, ຄຽງ​ຄູ່​ກັບ​ກຳລັງ​ເສດຖະກິດ​ໄດ້​ເພີ່ມ​ຂຶ້ນ​ເປັນ​ກ້າວໆ, ຄວາມ​ສາມາດ​ອອກ​ເງິນອະນຸລັກ​​ແລະ​ສ້ອມ​ແປງ​ວັດ​ຖຸບູຮານ​ຂອງ​ລັດຖະບານ​ກາງ​ຈົນ​ຮອດອົງການ​ປົກຄອງ​ທ້ອງ​ຖິ່ນ​ກໍ​ໄດ້​ເພີ່ມ​ຂຶ້ນຢ່າງ​ຫລວງຫລາຍ. ປີ 2004, ນະຄອນ​ປັກ​ກິ່ງ​ໄດ້​ປະກາດ​ແຜນການ​ສ້ອມ​ແປງ​ແລ​ະອະນຸລັກ​ຮອບດ້ານ​ຕໍ່​ມໍລະດົກ​ໂລກ 6 ​ແຫ່ງ​ພາຍ​ໃນ​ເຂດ​ປົກຄອງ. ທ່ານ​ເມີຍ​ນິງຮວາ ຫົວໜ້າ​ພະ​ແນ​ກວັດຖຸບູຮານ​ນະຄອນ​ປັກ​ກິ່ງ​​ໃຫ້​ສຳພາດຕໍ່​ນັກ​ຂ່າວ​ວ່າ:

ຫໍ​ສີ​ນຽນ​ຂອງ​ຫໍ​ທຽນ​ຖານ​ໄດ້​ເລີ່​ມສ້ອມ​ແປງ​ແລ້ວ, ສວນອຸທິຍານ​ອີ​ເຫີ​ຢວນ​ແລະ​ກຳ​ແພງ​ຍັກ​​ເປັນຕົ້ນກໍ​ພວມ​ສ້ອມ​ແປງ​ຢູ່, ການ​ລົງທຶນ​ໃນ​ຫລາຍ​ປີ​ມາ​ນີ້​ແມ່ນ​ບໍ່​ເຄີຍ​ມີ​ມາ​ກ່ອນ​ໃນ​ປະຫວັດສາດ. ສະພາບ​ການ​ອະນຸລັກ​ມໍລະດົກ​ໂລກ​ຂອງ​ນະຄອນ​ປັກ​ກິ່ງ​ໄດ້​ມີ​ການ​ປັບປຸງ​ໃຫ້​ດີ​ຂຶ້ນ​ໃນ​ດ້ານ​ກົກ​ຮາກ.

ຢູ່​ເຂດ​ອື່ນ​ໆ​ໃນ​ທົ່ວ​ປະ​ເທດ, ​ໃນ​ຫລາຍ​ປີ​ມານີ້, ວຽກ​ງານ​ອະນຸລັກ​ມໍລະດົກ​ໂລກ​ກໍ​ໄດ້​​ເພີ່ມ​ທະວີ​ຂຶ້ນ. ນອກຈາກ​ໄດ້​ລົງທຶນ​ຫລາຍ​ກວ່າ​ເກົ່າ​ແລະ​ເພີ່ມ​ການ​ນິຕິບັນຍັດ​ແລ້ວ, ພາຫະນະ​ວິທະຍາສາດ​ເຕັກນິກ​ໃໝ່​ກໍ​ນັບ​ມື້​ນັບ​ຫລາຍ​ຖືກ​ນຳ​ໃຊ້​ເຂົ້າ​ໃນ​ການ​ອະນຸລັກ​ແລະ​ການ​ສ້ອມ​ແປງ​ມໍລະດົກ​ໂລກ. ຂໍ​ຍົກ​ເອົາ​ວັງ​ກູ້​ກົງ​ປັກ​ກິ່ງ ​ເຊິ່ງ​ເປັນ​ມໍລະດົກ​ໂລກ​ເປັນ​ຕົວຢ່າງ: ສິ່ງ​ກໍ່ສ້າງ​ແຕ່​ລະ​ຢ່າງ​ຂອງ​ພະ​ລາຊະ​ວັງ​ເກົ່າ​ນີ້​ແລະ​ຕົວ​ເລກ​ທີ່​ກ່ຽວຂ້ອງ​ຂອງ​ວັດ​ຖຸບູຮານ​ແຕ່ລະ​ຢ່າງ​ລ້ວນ​ແຕ່​ຖືກ​ບັນທຶກ​ດ້ວຍ​ເຕັກນິກ​ຖ່າຍຮູບ​ໃໝ່​ສຸດ, ​ແລະ​ຖືກ​ຈັດ​ເຂົ້າ​ໃນ​ລະບົບ​ຂໍ້​ມູນ​ຂ່າ​ວສານ​​ແລ້ວ.

ນອກນັ້ນ, ​ໃນ​ຫລາຍ​ປີ​ມານີ້, ຈີນ​ໄດ້​ເຮັດ​ວຽກ​ຢ່າງຫລວງຫລາຍ​ໃນ​ດ້ານ​ເຜີຍ​​ແຜ່​ຄວາມ​ຮູ້​ແລະ​ຄວາມ​ສຳຄັນ​ຂອງ​ມໍລະດົກ​ໂລກ, ສະຕິ​ອະນຸລັກວັດຖຸບູຮານ​ຂອງ​ສາທາລະນະ​ຊົນ​ໃນ​ສັງຄົມ​ໄດ້​ເພີ່ມ​ຂຶ້ນຢ່າງ​ຫລວງຫລາຍ.

ຕໍ່​ມໍລະດົກ​ໂລກ​ທີ່​ເພີ່ມ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ປະຈຸ​ບັນ, ວົງ​ການ​ວັດຖຸບູຮານ​ຂອງ​ຈີນນັບ​ມື້​ນັບ​ມີ​ຄວາມ​ຮັບ​ຮູ້​ຄື​ກັນ, ​ເຊິ່ງກໍ​ຄື: ການ​ຮ້ອງ​ຂໍ​ເປັນ​ໂຄງການ​ມໍລະດົກ​ໂລກ​ຢ່າງ​ສຳ​ເລັດ​ຜົນນັ້ນ, ​​ເປັນການ​ຊຸກ​ຍູ້​ວຽກ​ງານ​ອະນຸລັກ​ວັດຖຸ​ບູຮານ​ ອະນຸລັກ​ທັດສະນີ​ຍະ​ພາບ​ວັດທະນະທຳ, ​ແລະ​ທີວ​ທັດ​ທຳ​ມະ​ຊາດທັງ​ໝົດ, ຍ້ອນ​ວ່າ​ສິ່ງ​ເຫຼົ່ານີ້​ແມ່ນ​ຊັບ​ສິນຂອງ​ມວນ​ມະນຸດ​ທີ່​ເກີດ​ຂຶ້ນ​​ຄືນ​ໃໝ່​ບໍ່ໄດ້​, ຄົນ​ໃນ​ຍຸກ​ປະຈຸ​ບັນ​ຄວນ​ຮັກສາ​ໃຫ້​ດີໆ, ​ເພື່ອ​ຈົ່ງ​​ໄວ້​ໃຫ້​ລູກ​ຫລານ​​ເຫຼັ້ນຫຼ້ອນ. ທ່ານ​ໂກຈັນ ຫົວໜ້າ​ພະ​ແນ​ກຄຸ້ມ​ຄອງ​ມໍລະດົກ​ໂລກ​ຂອງ​ກົມ​ວັດຖຸບູຮານ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ,

ພວກ​ເຮົາ​ບໍ່​ແມ່ນ​ເອົາ​ໃຈ​ໃສ່​ແຕ່​ການ​ເພີ່ມ​ຂຶ້ນ​ຂອງຈຳນວນ​ໂຄງການ​ທີ່​ຮ້ອງ​ຂໍ​ເປັນ​ມໍລະດົກ​ໂລກ​ ​, ພວກ​ເຮົາ​ພວມ​ລຽບລຽງຄືນ​ໃໝ່ຕໍ່ບັນຊີ​ທີ່ກຽມ​ຮ້ອງ​ຂໍ​ເປັນ​ມໍລະດົກ​ໂລກ​, ຍົກ​ລະດົບອະນຸລັກ​ແລະ​ການ​ຄຸ້ມ​ຄອງ​ໃຫ້​ສູງ​ຂຶ້ນ, ​ເຖິງ​ຈະ​ບໍ່​ສາມາດ​ຮ້ອງ​ຂໍ​ເປັນ​ມໍລະດົກ​​ໂລກຢ່າງ​ເປັນ​ທາງ​ການກໍ​ຕາມ, ກໍ​ຈະ​ອາ​ໄສ​ທັດສະນະ​ຄະຕິ​ແລະ​ວິທີ​ການ​ຂອງ​ມໍລະດົກ​ໂລກ, ອາ​ໄສ​ກຳລັງດັນ​ຂອງ​ມັນ, ​ມາຊຸກ​ຍູ້ວຽກ​ງານ​ອະນຸລັກ​​ມໍລະດົກຂອງ​ພວກ​ເຮົາ​ຢ່າງຮອບດ້ານ.