ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-25 17:33:16    
ໃນສອງປີຂ້າງໜ້າ ທະຫານບົກອາ​ເມ​ລິ​ກາ​ປະ​ຈຳອີຣັກ​ຈະ​ມີ 1 ແສນ 2 ໝື່ນ​ຄົນ

cri Author: lm

ຕາມຂ່າວສານຊິນຮວາ: ວັນທີ 24 ມັງກອນຢູ່ທີ່ວໍຊິງຕັນ, ທ່ານ​ເຈ​ມສ໌ ​ເລິບ​ເວີ​ເລສ໌ ຮອງ​ເສ​ນາທິການກອງສູ້ລົບຂອງ​ເຫຼົ່າທັບບົກອາເມລິກາກ່າວວ່າ, ພາຍໃນ 2 ປີຂ້າງ​ໜ້າ, ທະ​ຫານ​ບົກ​ອາເມລິກາ​ປະຈຳ​ອີ​ຣັກຈະ​ມີ​ຈຳນວນ 1 ​ແສນ 2 ໝື່ນ​ຄົນ​ເປັນ​ຢ່າງ​ໜ້ອຍ, ​ເພື່ອ​ຊ່ອຍ​ຝຶກ​ແອບ​ທະ​ຫານ​ອີຣັກ.

​ໃນ​ມື້​ດຽວ​ກັນ ທ່ານ​ເລິ​ບ​ເວີ​ເລ​ສ໌​ໄດ້​ໃຫ້​ສຳພາດ​ຕໍ່​ວົງ​ການ​ໜັງ​ສື​ພິມ​ວ່າ, ​ແຜນ​ການ​ຂອງ​ທະຫານ​ບົກ​ສະບັບ​ດັ່ງກ່າວ​ແມ່ນ​ວາງ​ອອກ​ໂດຍ​ອີງ​ຕາມ​ສະ​ຖາ​ນະ​ການ​ອີຣັກທີ່​ອາດ​ເກີດ​ຂຶ້ນ. ພ້ອມ​ກັນນັ້ນ ທ່ານ​ກ່າວ​ວ່າ, ຖ້າວ​ວຽກ​ງານ​ຝຶກ​ແອບ​ທະ​ຫານ​ອີ​ຣັກ​​ມີ​ຄວາມ​ຄືບ​ໜ້າ​ຢ່າງ​ວ່ອງ​ໄວແລ້ວ, ກ່ອນ​ປີ 2007, ທະຫານ​ບົກ​ອາ​ເມ​ລິ​ກາ​ປະຈຳ​ອີ​ຣັກ​ກໍ​ຈະ​ເລີ່​ມ​ຫຼຸດ​ໜ້ອຍ​ລົງ. ຕາມ​ໄດ້​ຊາບ, ​ທະຫານ​ອາ​ເມ​ລິ​ກາ​ປະ​ຈຳ​ອີ​ຣັກ​ມີ​ 1 ​ແສນ 5 ໝື່ນ​ຄົນ.