ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-25 21:43:00    
ອິສຣາ​ແອນ​ຕົກລົງ​ຟື້ນ​ຟູ​ກໍ່ສ້າງກຳ​ແພງ​ຂັ້ນ​ຄືນ​ໃໝ່​ ປາ​ເລັສຕີນ​ບໍ່​​ພໍ​ໃຈ

cri Author: zl
ຕາມ​ຂ່າວ​ສານ​ຊິນ​ຮວາ:​ວັນ​ທີ 24 ມັງ​ກອນ,​ຝ່າຍ​ປາ​ເລັສ​ຕີນ​ສະ​ແດງ​ຄວາມ​ບໍ່​​ພໍ​ໃຈ​ຕໍ່​ອິສຣາ​ແອນ​ທີ່​ຕົກລົງ​ຟື້ນ​ຟູ​ກໍ່ສ້າງກຳ​ແພງ​ຂັ້ນຄືນ​ໃໝ່​​ບົນດິນ​​ແດນ​ປາ​ເລັສ​ຕີນທີ່​ຖືກ​ຍຶດ​ຄອງ,​ໂດຍ​ຊີ້​ອອກ​ວ່າ,​ການ​ກະທຳ​ຂອງ​ຝ່າຍ​ອິສຣາ​ແອນ​ຈະ​ເປັນ​​ເງົາ​ມືດ​ປົກ​ຫຸ້ມ​ຄວາມ​ພະຍາ​ຍາມ​ຂອງ​ປາ​ເລັສ​ຕີນ​ໃນ​​ການ​ຟື້ນ​ຟູ​ການ​ເຈ​ລະຈາ​ສັນຕິ​ພາບ.​ຝ່າຍ​ປາ​ເລັສ​ຕີນ​ຈະ​ຍາກ​ຫຼາຍທີ່​ຈະ​ເຮັດ​ໃຫ້​ຊາວ​ປາ​ເລັສ​ຕີນ​ແລະ​ບັນດາ​ຝ່າຍ​ເຊື່ອ​ວ່າ​ ສາມາດ​ເຊັນ​ສັນ​ຍາ​ສັນຕິ​ພາບ​ກັບ​ຝ່າຍ​ອິສຣາ​ແອນ​ໄດ້.

ກ່ອນ​ໜ້າ​ນີ້,​ເຈົ້າ​ໜ້າ​ທີ່​ອິສຣາ​ແອນ​ໄດ້​ອະນຸຍາດ​ໃຫ້​ສ້າງ​ຕັ້ງກຳ​ແພງ​ຂັ້ນ​ຍາວ 4 ກິ​ໂລ​ແມັດ​ຕອນ​ໜຶ່ງ,ມັນ​ພໍດີ​ສ້າງ​ຕັ້ງຢູ່​ບ່ອນ​ມໍ່​ຈຸດ​ຕັ້ງຖິ່ນ​ຖານ​ຊາວ​ຢິວ​ທີ່ອາ​ຣຽນ​.

ວັນ​ທີ 24 ມັງ​ກອນ,​ທ່ານຊີ​ອາດ ອາ​ບູ ອຳ ​ເຈົ້າ​ໜ້າ​ທີ່​ຊັ້ນ​ສູງ​ຂອງ​ຝ່າຍ​ປາ​ເລັສ​ຕີນ​ກ່າວ​ຕໍ່​ວົງ​ການ​ໜັງ​ສືພິມ​ວ່າ,ບັນ​ດາ​ຝ່າຍ​ປາ​ເລັສ​ຕີນ​ໄດ້​ເຫັນ​ດີ​ນຳ​ຢຸດຕິ​ຫຼອນ​ໂຈມ​ຕີ​ເປົ້າ​ໝາຍ​ຂອງ​ອິສ​ຣາ​ແອນ​ຊົ່ວ​ຄາວ,​ລໍຖ້າ​ຝ່າຍ​ອິສຣາ​ແອນ​ຕອບ​ຄວາມ​ພະຍາ​ຍາມ​​ ​ຂອງ​ປາ​ເລັສ​ຕີນ ກ່ຽວ​ກັບ​ການ​ຢຸດ​ຍິງ.