|
|
 |
| (GMT+08:00)
2005-01-25 21:49:37
|
 |
|
ຈີນຍິນດີເພີ່ມທະວີການຮ່ວມມືກັບບັນດາປະເທດອາຊຽນໃນດ້ານສ້າງຕັ້ງກົນໄກເຕືອນໄພແຜ່ນດິນໄຫວແລະຄື້ນຊູນາມີ
cri
Author: zl
ຕາມຂ່າວCRI:ກອງປະຊຸມສຳມະນາເຕືອນໄພແຜ່ນດິນໄຫວແລະຄື້ນຊູນາມີຈີນ-ອາຊຽນໄດ້ໄຂຂຶ້ນຢູ່ປັກກິ່ງໃນວັນທີ 25 ມັງກອນ.ທ່ານຮຸຍລຽງຢີ ຮອງນາຍົກລັດຖະມົນຕີຈີນເວົ້າວ່າ,ຈີນຍິນດີເພີ່ມທະວີການຮ່ວມມືກັບບັນດາປະເທດອາຊຽນໃນດ້ານສ້າງຕັ້ງກົນໄກເຕືອນໄພແຜ່ນດິນໄຫວແລະຄື້ນຊູນາມີ,ຫຼຸດຄວາມເສຍຫາຍຍ້ອນໄພທຳມະຊາດໃຫ້ໜ້ອຍລົງຈົນສຸດຂີດ.
ໃນກອງປະຊຸມຄັ້ງນີ້,ທ່ານຮຸຍລຽງຢີເວົ້າວ່າ,ຄວນເພີ່ມທະວີການວາງແຜນແລະປະສານງານໃນຂອບເຂດທົ່ວໂລກ,ສະໜັບສະໜູນສະຫະປະຊາຊາດເສີມຂະຫຍາຍບົດບາດນຳພາແລະປະສານງານໃນຂະບວນການສ້າງຕັ້ງກົນໄກເຕືອນໄພແຜ່ນດິນໄຫວແລະຄື້ນຊູນາມີ;ສະໜັບສະໜູນການສ້າງຕັ້ງກົນໄກເຕືອນໄພຄື້ນຊູນາມີມະຫາສະໝຸດອິນເດຍໂດຍໄວ,ແລະຫວັງຖືການຮ່ວມມືເຕືອນໄພແຜ່ນດິນໄຫວແລະຄື້ນຊູນາມີເທື່ອນີ້ເປັນໂອກາດ,ເພີ່ມທະວີການຮ່ວມມືປ້ອງກັນໄພແລະຫຼຸດໄພຮອບດ້ານ.ທ່ານເວົ້າວ່າ,ລັດຖະບານຈີນຍິນດີສະໜອງອຸປະກອນເຕັກນິກແລະອົບຮົມຊັບພະຍາກອນມະນຸດໃນຂອບເຂດຄວາມສາມາດຂອງຕົນ,ເພື່ອສະໜັບສະໜູນການສ້າງຕັ້ງກົນໄກເຕືອນໄພແຜ່ນດິນໄຫວແລະຄື້ນຊູນາມີອາຊຽນ.
ຕາມໄດ້ຊາບ,ກອງປະຊຸມສຳມະນາຄັ້ງນີ້ໄຂເປັນເວລາສອງມື້,ຜູ້ຕາງໜ້າ 100 ກວ່າຄົນທີ່ມາຈາກຈີນ ອາຊຽນ ອາເມລິກາ ຍີ່ປຸ່ນ ສ.ເກົາຫຼີແລະອົງກາຈັດຕັ້ງສາກົນຄືສະຫະປະຊາຊາດເປັນຕົ້ນໄດ້ຮ່ວມປະຊຸມ,ພວກທ່ານຈະຫາລືກັນກ່ຽວກັບການຍົກສູງຄວາມສາມາດຕິດຕາມວັດແທກແຜ່ນດິນໄຫວໃນພາກພື້ນອາຊີອາຄະເນ ແລະສ້າງຕັ້ງລະບົບເຕືອນໄພຄື້ນຊູນາມີ.
|
|
|