ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-25 22:09:43    
ຝ່າຍ​ຈີນ​ເຫັນ​ວ່າ,ການ​ຊ່ອຍ​ເຫຼືອ​ປະເທດ​ທີ່ປະສົບ​ໄພຈາກ​ຄື້ນຊູນາ​ມີຄວນ​ສອດ​ຄ່ອງ​ກັບ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຕາມ​ສະພາບ​ຕົວ​ຈິງ

cri Author: zl
ຕາມຂ່າວ​CRI​:ວັນ​ທີ 25 ມັງກອນ,​ໃນ​ງານ​ຊຸມນຸມ​ນັກ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ທີ່​ປັກ​ກິ່ງ,ທ່ານ​ຂົງ​ຊວນ ​ໂຄສົກ​ກະຊວງ​ກາ​ນຕ່າງປະ​ເທດ​ຈີນ​ເວົ້າວ່າ, ຝ່າຍ​ຈີນ​ເຫັນວ່າ,​ການ​ຊ່ອຍ​ເຫຼືອປະ​ເທດທີ່ປະ​ສົບໄພ​ຈາກຄື້ນ​ຊູນາມີ​ຄວນ​ສອດ​ຄ່ອງ​ກັບຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຕາມ​ສະພາບ​ຕົວ​ຈິງ​ຂອງ​ປະ​ເທດ​ປະສົບ​ໄພ,ຜ່ອນ​ຄາຍ​ຄວາມ​ຫຍຸ້ງ​ຍາກ​ອັນ​ໃຫຍ່​ຫຼວງ​ທີ່​ປະ​ເທດ​ທີ່ປະສົບ​ໄ​ພປະ​ເຊີນ,​ພ້ອມ​ກັນນັ້ນ​ຕ້ອງ​ມີ​ຜົນ​ດີ​ຕໍ່​ການ​ສ້າງ​ສາ​ຄືນ​ໃໝ່​ຂອງ​ປະ​ເທດ​ທີ່ປະສົບ​ໄພ.

ທ່ານ​ຂົງ​ຊວນ​ເວົ້າວ່າ, ສິ່ງ​ທີ່​ຕ້ອງ​ການ​ທີ່​ສຸດ​ຂອງ​ບັນດາປະ​ເທດທີ່​ປະສົບ​ໄພ​ໃນປະຈຸ​ບັນ,​ແມ່ນ​ສ້າງ​ຕັ້ງລະ​ບົບ​ເຕືອນ​ໄພ​ຄື້ນຊູ​ນາ​ມີ​ມະຫາ​ສະໝຸດ​ອິ​ນ​ເດຍ​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້,​ແລະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຮອບ​ດ້ານ​ໃນ​ການ​ປ້ອງ​ກັນ​ໄພ​ແລະ​ຫຼຸດ​​ໄພ.

ທ່ານ​ຂົງ​ຊວນ​ຍັງ​ແນະນຳ​ວ່າ,​ຍອດ​ຈຳນວນ​ເງິນ​ກູ້​ໄພ​ທີ່​ຝ່າຍ​ທາງ​ການ​ແລະ​ປະຊາ​ຊົນ​ຈີນ​ສະ​ໜອງ​ໃຫ້​ປະ​ເທດ​ທີ່​ປະສົບ​ໄພ​ນັ້ນ​ໄດ້​ລື່ນ​ກາຍ 1 ຕື້​ຢວນ​ແລ້ວ.