|
|
 |
| (GMT+08:00)
2005-01-25 22:18:35
|
|
ສະມາຊິກກອງຊ່ອຍເຫຼືອຈີນງວດທີສອງຈາກອິນໂດເນເຊຍກັບຄືນປະເທດ
cri
Author: zl
ຕາມຂ່າວສານຊິນຮວາ: ວັນທີ 25 ມັງກອນ,ສະມາຊິກກອງຊ່ອຍເຫຼືອສາກົນຈີນງວດທີສອງທີ່ເຮັດວຽກຢູ່ບານດາອາເຈະອິນໂດເນເຊຍໄດ້ຂີ່ຍົນພິເສດຈາກບານດາອາເຈະກັບປະເທດ ຫຼັງຈາກສຳເລັດໜ້າທີ່ ແລະມອບຮັບໜ້າທີ່ກັບກອງປີ່ນປົວຈີນ.
ສະມາຊິກກອງຊ່ອຍເຫຼືອງວດນີ້ມີ 40 ຄົນ,ລວມທັງຜູ້ຊ່ຽວຊານດ້ານການປີ່ນປົວ ກອບກູ້ແລະພາລາໜູນຫຼັງເປັນຕົ້ນ. ໃນໄລຍະເຮັດວຽກຊ່ອຍເຫຼືອກອບກູ້,ກອງຊ່ອຍເຫຼືອໄດ້ເຮັດວຽກດັບເຊື້ອພະຍາດໃນ 5 ເຂດເຊັ່ນສູນອົບພະຍົບໃນສະໜາມບິນເປັນຕົ້ນ,ໄດ້ປີ່ນປົວຜູ້ເຈັບປ່ວຍເກືອບ 4 ພັນຄົນ.
ວຽກງານຂອງກອງຊ່ອຍເຫຼືອກອບກູ້ສາກົນຈີນໄດ້ຮັບການຕີລາຄາສູງຈາກລັດຖະບານອິນໂດເນເຊຍ ປະຊາຊົນບານດາອາເຈະແລະອົງການອະນາໄມໂລກ.
|
|
|