ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-26 10:18:59    
ກອງ​ກອບ​ກູ້​ປິ່ນ​ປົວ​ກອງ​ທີ​4​ຂອງ​ຈີນ​ເດີນ​ທາງ​ໄປ​ຮອດ​ບານ​ດາ​ອາ​ເຈະ​ແຫ່ງ​ອິນ​ໂດ​ເນ​ເຊຍ

cri Author: q
ຕາມ​ຂ່າວສານ​ຊິນ​ຮວາ,ຕອນ​ຄ່ຳ ວັນ​ທີ25​ມັງກອນ,ກອງກອບກູ້​ປິ່ນປົວ​ກອງ​ທີ4​ຂອງ​ຈີນ​​ໄດ້​ຂີ່​ຍົນ​ພິ​ເສດ​ໄປ​ຮອດ​ບານ​ດາ​ອາ​ເຈະ ​ເທດສະບານ​ແຂວງ​ອາ​ເຈະ​ຂອງ​ອິນ​ໂດ​ເນ​ເຊຍ,​ເພື່ອ​ເຂົ້າ​ແທນ​ກອງ​ກອບ​ກູ້​ສາກົນ​ຈີນ​ທີ່​ປະຕິບັດ​ໜ້າ​ທີ່​ກອບ​ກູ້​ຢູ່​ບານ​ດາ​ອາ​ເຈະ​ກ່ອນ​ໜ້າ​ນີ້.

ທ່ານ​ປາຍ​ຫູ​ສຸນ ຫົວໜ້າ​ກອງ​ກອບ​ກູ້​ສະ​ເໜີ​ໃຫ້​ຮູ້​ວ່າ,ກອງ​ກອບ​ກູ້​ປິ່ນປົວ​ກອງ​ນີ້​ປະກອບ​ດ້ວຍ​ພະນັກງານ​ການ​ແພດ20​ຄົນ,ພວກ​ເຂົາ​ເຈົ້າ​ຈະ​ດຳ​ເ​ເນີນ​ວຽກ​ງານກອບ​ກູ້​ປິ່ນປົວ​ຢູ່​ໂຮງໝໍ​ໃຫຍ່​ບານ​ດາ​ອາ​ເຈະ​​ໃນ​ວັນ​ທີ26​ມັງກອນ.

ຕາມ​ໄດ້​ຊາບ,ຈີນ​ຍັງ​ໄດ້​ຂົນ​ສົ່ງ​ພັດສະດຸ​ເກືອບ8​ໂຕນ​ໄປ​ພ້ອມ​ກັນ​ກັບ​ກອງ​ກອບ​ກູ້​ປິ່ນປົວ.ນອກ​ຈາກ​ ​ເຄື່ອງ​ໃຊ້ປະຈຳ ​ວັນ​ແລ້ວ, ​ສ່ວນ​ຫຼາຍ​ແມ່ນ​ຢຸກຢາ​ແລະ​ອຸປະກອນ​ດັບ​ເຊື້ອທີ່​ໃຊ້​ສຳລັບ​ກອບ​ກູ້​ຊ່ອຍ​ເຫຼືອ​ຜູ້​ປະສົບ​ໄພ.