ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-26 10:27:35    
ເອກ​ອັກຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳອີ​ຣັກ​ເຕືອນ​ໃຫ້​​ແຮງ​ງານ​ຈີນ​ຢ່າ​ໄປ​ອີ​ຣັກ​ຢ່າງ​ບໍ່​ຄຶດ​ໜ້າ​ຄຶດ​ຫຼັງ

cri Author: q
ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ25​ມັງກອນ,ຢູ່​ແບກ​ແດດ,ທ່ານ​ຢາງ​ຫົງ​ລິນ ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະຈຳອີຣັກກ່າວ​ວ່າ,ຍ້ອນ​ວ່າ​ສະຖານະ​ການ​ຄວາມ​ປອດ​ໄພ​ຂອງ​ອີ​ຣັກ​ໃນ​ປະ​ຈຸ​ບັນ​ຍັງ​​ເຄັ່ງ​ຕຶງ​ຢູ່,ຫວັງ​​ໃຫ້​ຄົນ​ຈີນ​ຢ່າ​ໄປ​ດຳ​ເນີ​ນການ​ເຄື່ອນ​ໄຫວ​ເສດ​ຖະ​ກິດ​ການ​ຄ້າ​ຢູ່​ອີຣັກ​ຢ່າງ​ບໍ່​ຄຶດ​ໜ້າ​ຄຶດ​ຫຼັງ.

ໃນ​ເວລາ​ໃຫ້​ສຳ ພາດ​ຕໍ່​ສື່ມວນ​ຊົນ,ທ່ານ​ຢາງ​ຫົງ​ລິນ​ເວົ້າ​ວ່າ,ປະຈຸ​ບັນ,ອີຣັກມີ​ຜູ້​ຫວ່າງ​ງານ​ຫຼາຍ,​ໄປ​ຫາ​ວຽກ​ເຮັດ​ຢູ່​ອີຣັກກໍ​ບໍ່​ແມ່ນ​ເລື່ອ​ງງ່າຍ,ພາຍ​ໃຕ້​ສະພາບ​ທີ່​ຄວາມ​ປອດ​ໄພ​ບໍ່​ມີ​ການຮັບປະກັນ​ນັ້ນ,ຄົນ​ຈີນ​ໂດຍ​ສະ​ເພາະ​ແມ່ນ​​ແຮງ​ງານ​ຊະຊາຍ​ບໍ່​ຄວນ​ໄປ​ຫາ​ວຽກ​ເຮັດ​ຢູ່​ອີຣັກ.ທ່ານ​ຍັງ​ກ່າວ​ເຕືອນ​ເປັນ​ພິ​ເສດ​ຕໍ່ຄົນ​ຈີນ​ທີ່​ຢາກ​ໄປ​ເຮັດ​ວຽກ​ຢູ່​ອີຣັກນັ້ນຢ່າ​ຖືກສື່ກາງ​ທີ່​ຜິດ​ກົດໝາຍ​ພາຍ​ໃນ​ປະ​ເທດ​ຈີນ​ຫຼອກ​ຕົ້ມ.

ສຳລັບ​ຄົນ​ຈີນ​ທີ່​ຕ້ອງ​ຢູ່​ອີຣັກຕໍ່​ໄປ​ຍ້ອນ​ຄວາມ​ຕ້ອງການ​ດ້ານ​ວຽກ​ງານ,ທ່ານ​ຢາງ​ຫົງ​ລິນ​ໄດ້​ກ່າວເຕືອນ​ອີກ​ເທື່ອ​​ເໜື່ອງ​ໃຫ້ພວກ​ເຂົາ​ເຈົ້າ​ໃຊ້​ມາດ​ຕະການ​ຮັບປະກັນ​ຄວາມ​ປອດ​ໄພອັນ​ຈຳ​ເປັນ,ຫຼຸດ​ການ​ອອກ​ນອກ​ທີ່​ບໍ່​ຈຳ​ເປັນ​ໃຫ້​ໜ້ອຍ​ລົງ,ຄັນ​ມີ​ເງື່ອນ​ໄຂ​ຄວນ​ຖອນອອກ​ຈາກ​ອີຣັກ​ໂດຍ​ໄວ​.