ເຈົ້າໜ້າທີ່ອາເມລິກາເຕັມໄປດ້ວຍຄວາມຫວັງຕໍ່ຂະບວນວິວັດສັນຕິພາບປາເລັສຕິນອິສຣາແອນໄດ້ມີການບຸກທະລຸ
cri
Author: q
ຕາມຂ່າວCRI,ວັນທີ25ມັງກອນ,ຢູ່ເລີແກ,ທ່ານວິນລຽມເບີນສ໌ຜູ້ຊ່ອຍລັດຖະມົນຕີກະຊວງການຕ່າງປະເທດອາເມລິກາທີ່ຮັບຜິດຊອບວຽກງານຕາເວັນອອກກາງກ່າວວ່າ,ທ່ານເຕັມໄປດ້ວຍຄວາມຫວັງຕໍ່ຂະບວນວິວັດສັນຕິພາບປາເລັສຕິນອິສຣາແອນໃນໄລຍະປະຈຸບັນໄດ້ຮັບການບຸກທະລຸ.
ວັນທີ25ມັງກອນ,ພາຍຫຼັງໄດ້ພົບປະທ່ານເກດລັດຖະມົນຕີກະຊວງການຕ່າງປະເທດເອຢິບແລ້ວ,ທ່ານເບີນສ໌ກ່າວວ່າ,ອາເມລິກາຊົມເຊີຍທ່ານອັບບາສ ປະທານອົງການອຳນາດແຫ່ງຊາດປາເລັສຕິນທີ່ໃຊ້ມາດຕະການຕ່າງໆໃນຫວ່າງມໍ່ໆນີ້ເພື່ອຟື້ນຟູກົດໝາຍແລະຄວາມເປັນລະບຽບຢູ່ເຂດປົກຄອງຕົນເອງຂອງປາເລັສຕິນ,ແລະກໍຊົມເຊີຍອິສຣາແອນທີ່ໄດ້ທຳປະຕິກິລິຍາອັນຕັ້ງໜ້າຕໍ່ເລື່ອງນີ້.ທ່ານເບີນສ໌ກ່າວວ່າ,ຝ່າຍປາເລັສຕິນໄດ້ໃຊ້ບາດກ້າວຈຳນວນໜຶ່ງທີ່ເຊີດຊູກຳລັງໃຈແລະລຳບາກກາກກຳ,ອາເມລິກາຈະທວງໃຫ້ສອງຝ່າຍປາເລັສຕິນອິສຣາແອນປະຕິບັດຕາມຄຳໝັ້ນສັນຍາຂອງໃຜລາວ,ສ້າງເງື່ອນໄຂໃຫ້ສອງຝ່າຍເຊັນສັນຍາຢຸດຍິງຮອບດ້ານ.
|
|