ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-26 11:24:24    
ຈີນ​ຕັ້ງໜ້າ​ເຂົ້າຮ່ວມ​ວຽກ​ງານ​ສ້າງ​ບ້ານ​ແປງ​ເມືອງ​ຄືນ​ໃໝ່ຫຼັງ​ໄພ​ພິບັດຂອງ​ປະ​ເທດ​ປະສົບ​ໄພ

cri Author: li
ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 25 ມັງກອນ ກະຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ,​ໂດຍ​ຕອບ​ສະໜອງ​ຄຳ​ຮ້ອງ​ຂໍຂອງ​ປະ​ເທດ​ປະສົບ​ໄພ​​ແຜ່ນດິນ​ໄຫວ​ແລະ​ຄື້ນທະ​ເລ​ຊູ​ນາ​ມີ​ມະຫາ​ສະໝຸດ​ອິນ​ເດຍ,ຈີນ​ໄດ້​ດຳ​ເນີນ​ວຽກ​ງານ​ສ້າງ​ບ້ານ​ແປງ​ເມືອງ​ຄືນ​ໃໝ່ຫຼັງ​ໄພ​ພິບັດຕໍ່​ປະ​ເທດ​ປະສົບ​ໄພ​ຢ່າງຮອບດ້ານ.

ປັດຈຸບັນ,ຈີນ​ໄດ້​ຕົກລົງ​ຫາບ​ແບກ​ໂຄງການ​ສ້າງສາ​ຄືນ​ໃໝ່​ງວດ​ໜຶ່ງ,ລວມມີ:ຊ່ອຍ​ອິນ​ໂດ​ເນ​ເຊຍ​ສ້າງ​ໂຮງຮຽນ​ຊົ່ວຄາວ,ສ້າງ​ລະບົບ​ຕິດຕາມ​ວັດ​ແທກແຜ່ນດິນ​ໄຫວ​ແລະ​ເຕືອນ​ໄພ​ຄື້ນຊູ​ນາ​ມີ,ສ້າງ​ເຮືອນ​ຢູ່​ຊົ່ວຄາວ​ໃຫ້​ໄທ,ສ້ອມ​ແປງ​ທ່າ​ເຮືອ​ປະມົງ​​ໃຫ້​ສີ​ລັງກາ,ຊ່ອຍ​ມານ​ດິວປຸກ​ເຮືອນ​ຢູ່​ຂອງ​ປະຊາຊົນ.

ຕາມ​ຊາບ​ວ່າ,​ເພື່ອ​ຊ່ອຍ​ປະ​ເທດ​ປະສົບ​ໄພ​ປະ​ເມີນ​ສະພາບ​ໄພພິບັດ​ແລະ​ວາງ​ແຜນ​ສ້າງສາ​ຄືນ​ໃໝ່ຫຼັງ​ໄພພິບັດ,ຈີນ​ໄດ້​ຈັດ​ຕັ້ງໜ່ວຍ​ສຳຫຼວດ​ວິຊາ​ສະ​ເພາະ 3 ໜ່ວຍ​ໄປ​ສຳຫຼວດ​ຢູ່ 4 ປະ​ເທດ​ດັ່ງກ່າວ. ຈີນ​ຈະ​ປະສານ​ກັບສະພາບ​ປະ​ເມີນ​ຂອງ​ໜ່ວຍ​ສຳຫຼວດ​ວິຊາ​ສະ​ເພາະ,​ແລ້ວ​ວາງ​ແຜນການ​ອັນ​ລະອຽດ​ແຫ່ງ​ການ​ເຂົ້າຮ່ວມ​ການ​ສ້າງສາ​ຄືນ​ໃໝ່​ຫຼັງ​ໄພພິບັດ​ຂອງ​ປະ​ເທດ​ປະສົບ​ໄພ​ທີ່​ກ່ຽວຂ້ອງ