|
|
 |
| (GMT+08:00)
2005-01-26 12:21:04
|
|
ສະມາຊິກງວດທີສອງຂອງກອງກອບກູ້ສາກົນຈີນເຮັດຫຼ້ອນໜ້າທີ່ແລ້ວກັບຄືນປະເທດ
cri
Author: li
ຕາມຂ່າວສານຊິນຮວາ: ສະມາຊິກງວດທີສອງ 40 ຄົນຂອງກອງກອບກູ້ສາກົນຈີນໄດ້ເຮັດຫຼ້ອນໜ້າທີ່ກອບກູ້ຢູ່ເຂດປະສົບໄພແຜ່ນດິນໄຫວແລະຄື້ນທະເລຊູນາມີຂອງອິນໂດເນເຊຍຢ່າງໄດ້ຮັບຜົນເຕັມເມັດເຕັມໜ່ວຍ,ແລ້ວກັບຄືນມາຮອດປັກກິ່ງ ນະຄອນຫຼວງຂອງຈີນໃນວັນທີ 26 ມັງກອນ.
ກ່ອນກັບຄືນປະເທດ ສະມາຊິກກອບກູ້ເຫຼົ່ານີ້ໄດ້ປະຕິບັດໜ້າທີ່ກອບກູ້ 15 ມື້ລຽນຕິດຢູ່ບານດາອາເຈະ ເຂດປະສົບໄພໜັກຂອງອິນໂດເນເຊຍ,ໄດ້ປິ່ນປົວຜູ້ບາດເຈັບ 1 ພັນກວ່າຄົນ,ໄດ້ກວດພະຍາດໃຫ້ແກ່ຜູ້ປະສົບໄພເກືອບ 3 ພັນຄົນ,ພວກເຂົາເຈົ້າຍັງໄດ້ຊ່ອຍເຂດປະສົບໄພທຳຄວາມສະອາດຕໍ່ໂຮງໝໍທີ່ຖືກທຳລາຍໃນແຜ່ນດິນໄຫວແລະຄື້ນທະເລຊູນາມີ,ດັບເຊື້ອຕໍ່ບ່ອນຈັດວາງຜູ້ປະສົບໄພຊົ່ວຄາວ,ດຳເນີນວຽກງານສາທາລະນະສຸກແລະປ້ອງກັນພະຍາດ,ໄດ້ຮັບຄວາມເຄົາລົບແລະຍ້ອງຍໍຈາກລັດຖະບານອິນໂດເນເຊຍແລະປະຊາຊົນທ້ອງຖິ່ນ.
|
|
|