ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-26 16:33:06    
ມາດ​ຖານ​ນ້ຳຫ​ນັກ

cri

ໃນ​ລາຍການ​ສຸກສາລາ​ມື້​ນີ້,ພວກ​ເຮົາ​ໄດ້​ເຊີນ​ທ່ານ​ສາດສະດາຈານ​ຮົງ​ຈ່າວ​ກວງ​ມາ​ແນະນຳ​ຄວາມ​ຮູ້​ກ່ຽວ​ກັບ​ການ​ຮັກສາ​ສຸກຂະພາບ,ຫົວ​ຂ້ໍ​ທີ່​ທ່ານ​ຈະ​ກ່າວ​​ແມ່ນ​ກ່ຽວ​ກັບ​ຄວາມ​ອ້ວນ​ພີ​ຂອງ​ຜູ່​ເຖົ້າ.
ນ້ຳຫນັກ​ຂອງ​ຄົນ​ຜູ່​ຫນຶ່ງ,ຫນັກ​ສ່ຳ​ໃດ​ຈຶ່ງ​ນັບ​ວ່າ​ອ້ວນ​ພີ?​ໃຫ້​ທ່ານ​ຄຶດ​ໄລ່​ແບບ​ນີ້,ຄື​ໃຫ້​ເອົາ​ຮ່າງ​ສູງ​ລົບ 105 ຫຼື​ ລົບ 100,ກໍ​ແມ່ນ​ນ້ຳຫນັກ​ມາດຖານ,ຕົວຢ່າງ:ສູງ 1 ​ແມັດ 70 ລົບ 105 ຫຼື 100,ນ້ຳຫນັກ​ມາດຖານ​ກໍ​ແມ່ນ 65 ກິ​ໂລ,ຫຼື 70 ກິ​ໂລ,ຖ້າ​ເກີນ​ນ້ຳຫນັກ​ມາດຖານ 20% ກໍ​ນັບ​ວ່າ​ອ້ວນ​ແລ້ວ,​ເກີນ 30%-- 40% ນັບ​ວ່າ
ອ້ວນ​ສ່ຳ​ກາງ,ຖ້າ​ເກີນ 50% ​ແມ່ນ​ອ້ວນ​ຫຼາຍ,ກ່ຽວ​ກັບ​ຄວາມ​ອ້ວນ,ທ່ານ​ສາດສະດາຈານ​ຮົງ​ຈ່າວ​ກວງ​ເວົ້າ​ວ່າ:ອັງກິດ​ມີ​ຄຳ​ສຸພາສິດ​ຫນຶ່ງ​ວ່າ:ສາຍ​ແອວ​ແຫ່ງ​ຍາວ​ໃດ,ອາຍຸ​​ແຫ່ງສັ້ນ​ທໍ່​ນັ້ນ,ຖ້າ​ທ່ານ​ຢາກ​ຮູ້​ວ່າ ຄົນ​ຜູ່​ນີ້ ອາຍຸ​ຈະ​ຍືນ​ປານໃດ ທ່ານ​ກໍ​ແທກ​ເບິ່ງ​ສາຍ​ແອວ​ຂອງ​ຜູ່​ນີ້,ສາຍ​ແອວ​ແຫ່ງ​ຍາວ​ທໍ່​ໃດ,ອາຍຸ​ກໍ​ແຫ່ງ​ສັ້ນ​ທໍ່​ນັ້ນ,ຄວາມ​ອ້ວນ​ພີ​ແມ່ນສັນຍາ​ລັກ​ແຫ່ງ​ຄວາມ​ເຖົ້າ​ແກ່​ຊະລາ,ຖ້າ​ອ້ວນ​ລົງ​ພຸງ,ນັ້ນ​ກໍ​ແມ່ນ​ສັນຍາ​ລັກ​ຂອງ​ພະຍາດ​ໂລຄາ.

ເວົ້າ​ລວມ​ແລ້ວ,ຄວາມ​ອ້ວນ​ພີແບ່ງ​ອອກ​​ເປັນ 2 ປະ​ເພດ,ປະ​ເພດ​ຫນຶ່ງ​ອ້ວນ​ແບບ​ຫມາກ​ໂປ​ມ,ປະ​ເພດ​ຫນຶ່ງ​ອີກ​ອ້ວນ​ແບບ​ຫມາກຈອງ​.ຖ້າ​ຄົນ​ຜູ່​ນີ້​ອ້ວນ​ບ່ອນ​ທ້ອງ,ທ້ອງ​ໃຫຍ່,​ໄຂມັນ​ໂຮມ​ຢູ່​ຕາມ​ອະ​ໄວ​ຍະວະ​ໃນ​ທ້ອງ,ປະ​ເພດ​ນີ້​ເອີ້ນ​ວ່າ​ອ້ວນ​ແບບ​ຫມາກ​ໂປ​ນ,ຫຼື​ເອີ້ນ​ວ່າ​ອ້ວນ​ເຄື່ອງ​ໃນ,ສ່ວນ​ຫຼາຍ ຜູ້​ຊາ​ຍມັກອ້ວນ​ແບບ​ນີ້,ອ້ວນ​ແບບ​ນີ້,ອັນຕະລາຍ​ຫຼາຍ,​ເພາະວ່າ​ມັນ​ພົວພັນ​ກັບ​ຫມາກ​ຫົວ​ໃຈ,ມັກ​ພາ​ໃຫ້​ສາຍ​ເລືອດ​ສະຫມອງ​ແຕກ,ສ່ວນ​ຜູ່​ຍິງ​ມັກ​ອ້ວນ​ແບບ​ຫມາກຈອງ​,ທ້ອງ​ບໍ່​ໃຫຍ່​,ອ້ວນ​ແຕ່​ກົ້ນ​ແລະ​ກົກຂາ,​ໄຂມັນ​ທ້ອງ​ຢູ່​ສ່ວນ​ນອກ,ສະ​ນັ້ນ​ເອີ້ນ​ວ່າ​ອ້ວນ​ນອກ,ຄົນ​ປະ​ເພດ​ນີ້​ບໍ່​ສູ້​ມັກ​ເປັນ​ໂລກ​ຫົວ​ໃຈ,ປອດ​ໄພ​ກວ່າ,ຜູ່​ທີ່​ອ້ວນ​ໃນ​,ອ້ວນ​ແບບ​ຫມາກ​ໂປ​ມ,ສາຍ​ເລືອດ​ແດງ​ມັກ​ດ້ານ​ຢ່າງ​ເດັ່ນ​ຊັດ,ອ້ວນ​ນອກ​ຍັງ​ໃຄ​ແດ່,​ແຕ່​ກ່ອນ,ພວກ​ເຮົາ​ເຄີຍ​ຜ່າ​ຕັດ​ຄົນ​ທີ່​ຕາຍ​ກະທັນຫັນ​ຜູ່​ຫນຶ່ງ,ອາຍຸ 38 ປີ,ນ້ຳຫນັກ 99 ກິ​ໂລ,ມັກ​ສູບຢາ​ກິນ​ເຫຼົ້າ​ເປັນ​ພະຍາດ​ຫຍັງ​ກໍ່​ບໍ່​ມັກ​ໄປ​ຫາ​ຫມໍ,​ເມື່ອ​ຕາຍ​ແລ້ວ,​ເວລາ​ພວກ​ເຮົາ​ຜ່າຕັດ​ໃຫ້,ຊອກ​ຫາ​ຫົວ​ໃຈ​ກໍ່​ບໍ່​ເຫັນ,ພາຍຫລັງ​ມາ​ຈຶ່ງ​ໄດ້​ປະກົດ​ເຫັນ​ຫມາກ​ຫົວ​ໃຈ​ຂອງ​ລາວ​ມີ​ໄຂມັນ​ຫຸ້ມ​ຫໍ່​ໄວ້​ຫມົດ​ຫນາ​ຕັ້ງ 3 ​ເຊັນ,ສາຍ​ເລືອດ​ແດງ​ໂຄ​ໂລ​ນາ​ຕັນ 95%, ອ້ວນ​ລົງ​ພຸງ​ຫຼາຍ,​ແມ່ນ​ອັນຕະລາຍ​ທີ່​ສຸດ,​ເວົ້າ​ທົ່ວ​ໄປ​ແລ້ວ,ອ້ວນ​ລົງ​ພຸງ​ມັກ​ເປັນ​ພະຍາດ​ຕັບ​ໄຂມັນ,​ເລືອດ​ໄຂມັນ,​ເບົາຫວານ ​ເລືອດ​ດັນ​ສູງ ​ໂລ​ກຫົວ​ໃຈ​ໂຄ​ໂລ​ນາ​ໄປ​ນຳ,   ທ່ານ​ສາດສະດາຈານ​ຮົງ​ເວົ້າ​ວ່າ:ຄວາມ​ອ້ວນ​ພີ​ແມ່ນ​ບັນຫາ​ສັງຄົມ​ທີ່​ຫນັກຫນ່ວງ​ຫຼາຍ,​ໂດຍ​ສະ​ເພາະ​ແມ່ນ​ດຽວ​ນີ້,​ເດັກນ້ອຍ​ຕຸ້ຍ​ອຸ້ມ​ລຸ້ມມາ​ແຕ່​ນ້ອຍ,ນັກຮຽນ​ປະຖົມ​ກໍ​ເປັນ​ພະຍາດ​ເລືອດ​ດັນ​ສູງ​ແລ້ວ,​ເມື່ອ​ຮອດ​ມັດທະຍົມ​ສາຍ​ເລືອດ​ແດງ​ກໍ​ເລີ່ມ
ດ້ານ,ຕັບ​ກໍ​ມີ​ໄຂມັນ​ຫຸ້ມ​ຫໍ່,ສະພາບ​ນີ້,ຫນັກຫນ່ວງ​ຫຼາຍ,ຕ້ອງ​ເອົາ​ໃຈ​ໃນ​ລະດັບ​ສູງ,ຄັນ​ຊັ້ນ,ຈະ​ເຮັດ​ແນວ​ໃດ?ຕ້ອງ​ແກ້​ໄຂ​ຈາກ​ສອງ​ດ້ານ,ຫນຶ່ງ​ແມ່ນ​ອາຫານ​ການ​ກິນ​ຕ້ອງ​ເຫມາະ​ສົມ,ສອງ​ແມ່ນ​ຕ້ອງ​ອອກກຳລັງ​ກາຍ​ພໍ​ດ້າມ​ພໍດີ,ກ່ອນ​ອື່ນ​ຕ້ອງ​ຄວບ​ຄຸມ​ອາຫານ​ການ​ກິນ,ກິນ​ອາຫານ​ທີ່​ບໍ່​ມັນ​ແລະ​ອາຫານ​ທີ່​ໂກ​ເລັສ​ເຕລອນ​ຫນ້ອຍ,ສ່ວນ​ອາຫານ​ທາດ​ຫວານ​ເຊັ່ນ:​ເຂົ້າ​ແລະ​ຂອງຫວານ​ເປັນ​ຕົ້ນ​ແມ່ນ​ຕ້ອງ​ຄວບ​ຄຸມ​ຢ່າ​ກິນ​ຫຼາຍ,ຮັກສາ​ໃຫ້​ພະລັງງານ​ທີ່​ຮັບ​ເອົາ​ແລະ​ສິ້ນ​ເປືອງ​ນັ້ນ​ເທົ່າ​ທຽມ​ກັນ,ບາງ​ຄົນ​ອາດ​ຈະ​ຍິນ​ດີກິນຢາ​ລົດ​ຄວາມ​ອ້ວນ​ຫຼື​ຊາ​ລົດ​ຄວາມ​ອ້ວນ,ທີ່​ຈິງ​ແລ້ວ,ວິທີ​ລົດ​ຄວາມ​ອ້ວນ​ທີ່​ດີ​ທີ່​ສຸດ​ຄວນ​ແມ່ນປັບ​ອາຫານ​ການ​ກິນ​ໃຫ້​ເຫມາະ​ສົມ​ແລະອອກກຳລັງ​ກາຍ,ຢູ່​ທີ່​ນີ້,ທ່ານ​ສາດສະດາຈານ​ຮົງ​ໄດ້​ແນະນຳ​ວິທີ​ທີ່​ງ່າຍໆ​ແຕ່​ໄດ້ຜົນ.

1     ໃຫ້​ກິນ​ແກງ​ກ່ອນ​ກິນ​ເຂົ້າ,ນີ້​ແມ່ນ​ວິທີ​ທີ່​ນັກວິທະຍາສາດ​ອາ​ເມ​ລິ​ກາ​ເປັນ​ຜູ່​ສະ​ ​ເຫ​ນີ,​ເຫດຜົນ​ກໍ​ແມ່ນ​ຖ້າ​ກິນ​ແກງ​ກ່ອນ​ກິນ​ເຂົ້າ,ຄວາມ​ຕື່ນ​ເຕັ້ນ​ຂອງ​ສູນ​ປະສາດ​ຄວາມ​ຢາກ​ໃນ​ສະຫມອງ​ກໍ​ຈະ​ຮ້ວຍ​ລົງ,ຈຶ່ງ​ພາ​ໃຫ້​ກິນ​ຫນ້ອຍ​ລົງ,ຢາ​ລົດ​ຄວາມ​ອ້ວນ​ບາງ​ຢ່າງ​ມີ​ສ່ວນ​ປະສົມ​ຊະນິດ​ຫນຶ່ງ,​ເຖິງ​ວ່າ​ຄວບ​ຄຸມ​ຄວາມ​ຢາກ​ໄດ້​ຢູ່,​ແຕ່​ຈະ​ເປັນ​ຜົນ​ບໍ່​ດີ​ຕໍ່​ສາຍ​ເລືອດ​ຫົວ​ໃຈ,ຖ້າ​ຢາກ​ລະງັບ​ຄວາມ​ຢາກ,ກິນ​ແກງ​ກ່ອນ​ກິນ​ເຂົ້າ​ກໍ​ໄດ້​ແລ້ວ,ຄັນ​ບໍ່​ມີ​ແກງ,ກໍ​ໃຫ້​ເອົາ​ກັບ​ເຂົ້າ​ຢ່າງ​ໃດ​ຢ່າງ​ຫນຶ່ງ,ຜ່າ​ນ້ຳ​ໃສ່​ກໍ​ໄດ້​ຄື​ກັນ,ກິນ​ແກງ​ກ່ອນ​ແລ້ວ​ຈຶ່ງ​ກິນ​ກັບ​ກິນ​ເຂົ້າ.ກໍ​ຈະ​ກິນ​ຫນ້ອຍ​ລົງ,ຍຶດຫມັ້ນ​ເຮັດ​ແນວ​ນີ້,ຫາກ​ຈະ​ໄດ້ຜົນ.

2      ຕ້ອງ​ກິນ​ເຂົ້າ​ໃຫ້​ຊ້າ​ລົງ ຢ່າ​ກິນ​ໄວ​ຫຼາຍ,ຄັນ​ປົກກະຕິ ກິນ 10 ນາທີ ກໍ​ໃຫ້​ແກ່ຍາວ​ຮອດ 20 ນາທີ​ຫຼື​ເຄິ່ງຊົ່ວ​ໂມງ,ຄ່ອຍ​ຫຍ້ຳ​ຄ່ອຍ​ກິນ,ກໍກິນ​ຫນ້ອຍ​ລົງ​ໄດ້,​ເພາະວ່າ,​ເວລາ​ລະບາຍ​ນ້ຳ​ຍ່ອຍ​ອາຫານ​ໃນ​ກະ​ເພາະ​ແມ່ນ​ມີ​ຈຳກັດ.ຄ່ອຍ​ຫຍ້ຳ​ຄ່ອຍ​ກິນ​ກໍ​ຈະ​ສາມາດ​ບັນລຸ​ຈຸດປະສົງ​ທີ່​ໃຫ້​ຕົນ​ເອງ​ກິນ​ຫນ້ອຍ​ລົງ

3     ກິນ​ຫຍັງ​ກໍ​ຕ້ອງ​ຫຍ້ຳ​ໃຫ້​ດົນໆ​ແດ່,ຂໍ້​ນີ້​ຍິ່ງ​ສຳຄັນ,ຜູ່​ເຖົ້າ​ກິນ​ເຂົ້າ​ຫຍ້ຳ​ດົນໆ,   ​ຈະ​ເຮັດ​ໃຫ້​ກ້າມ​ເນື້ອ​ຫຍ້ຳ​ຂອງ​ເຫນັງ​ຕີງ​ຫຼາຍ​ຂຶ້ນ,ບໍ່​ພຽງ​ແຕ່​ເຮັດ​ໃຫ້​ກິນ​ຊ້າ​ລົງ,ຍັງ​ເຮັດ​ໃຫ້​ສາຍ​ເລືອດ​ສະຫມອງ​ເດີນ​ດີ,ປ້ອງ​ກັນ​ໂລກ​ສາຍ​ເລືອດ​ສະຫມອງ​ຂາດ​ເລືອດ,ຫຼົບ​ຫຼີກ​ການ​ເປັນ​ໂລກ​ເຊີ້​ຊ້າ​ໃນ​ໄວ​ຊະລາ.

4     ເຂົ້າ​ທີ່​ກິນ​ໃນ​ແຕ່​ລະ​ມື້,​ໃຫ້​ຄວບ​ຄຸມ​ຢູ່​ໃນ​ລະຫວ່າງ 250 ຮອດ 350 ກຼາມ,​ແບ່ງ​ອອກ​ກິນ​ໃນ​ຕອນ​ເຊົ້າ​ແລະ​ຕອນ​ທ່ຽງ​ສ່ວນ​ຫຼາຍ,ຄາບ​ຄ່ຳ​ໃຫ້​ກິນ​ຫນ້ອຍ,ເຮັດ​ແນວ​ນີ້​ເລື້ອຍໆຕ້ອງ​ລົດ​ຄວາມ​ອ້ວນ​ໄດ້​ແນ່ນອນ.

ທ່ານ​ຜູ່​ຟັງ​ທີ່​ໂຄລົບ,ວິທີ​ລົດ​ຄວາມ​ອ້ວນ​ຂອງ​ສາດສະດາຈານ​ຮົງ​ແມ່ນ​ປັບ​ອາຫານ​ການ​ກິນ​ໃຫ້ເຫມາະ​ສົມ,ອອກກຳລັງ​ກາຍ​ໃຫພໍດີ​ພໍວຄວນ,ວິທີ​ກິນ​ເຂົ້າ​ນັ້ນ​ເພີ່ມ​ໄດ້​ສະ​ເຫ​ນີ​ໃຫ້​ເຮັດ​ຕາມ 4 ຂໍ້ຄື:ກິນ​ແກງ​ກ່ອນ​ກິນ​ເຂົ້າ ກິນ​ຊ້າໆ ຫຍ້ຳ​ໃຫ້​ດົນ,​ແລະ​ຄາບ​ຄ່ຳ​ໃຫ້​ກິນ​ຫນ້ອຍ,ຄວາມ​ອ້ວນ​ກໍ​ຈະ​ລົດ​ລົງ​ຢ່າງ​ທຳ​ມະ​ຊາດ​ໃນ​ດ້ານ​ອອກກຳ  ລັງກາຍ ຈະ​ຍ່າງ ລອຍ​ນ້ຳ ຖີບ​ລົດຖີບ ​ແລ່ນ​ຊ້າ​ແລະ​ອື່ນໆ​ກໍ​ໄດ້,ກ່ຽວ​ກັບ​ການ​ອອກກຳລັງ​ກາຍ ​ໂດຍ​ສະ​ເພາະ​ແມ່ນ​ສຳລັບ​ຜູ່​ເຖົ້າ ທ່ານ​ສາດສະດາຈານ​ຮົງ​ໄດ້​ສະ​ເຫ​ນີ​ເປັນ​ພິ​ເສດ,​ແມ່ນ​ໃຫ້​ຍ່າງ ກ່ຽວ​ກັບ​ການ​ຍ່າງ ທ່ານ​ເວົ້າ​ວ່າ,ທ່ານ​ຢາກ​ແຂງ​ແຮງ​ບໍ່,​ໃຫ້​ທ່ານ​ຍ່າງ​ເລືອ​ຍໆ,ທ່ານ​ຢາກ​ສະຫຼາດບໍ່?​ໃຫ້​ທ່ານ​ຍ່າງ​ເລື້ອຍໆ,ທ່ານ​ຢາກ​ງາມບໍ່?​ໃຫ້​ທ່ານ​ຍ່າງ​ເລື້ອຍໆ,ຍ່າງ​ມີ​ຜົ​ນດີ​ຕໍ່​ການ​ລົດ​ຄວາມດັນ​ເລືອດ,ລົດ​ໂກ​ເລັສ​ເຕລອນ​ແລະ​ລົດ​ນ້ຳຫນັກ​ເປັນ​ຕົ້ນ.ຖ້າ​ຫຼິ້ນ​ກິລາ​ແນວ​ອື່ນ,ຍັງ​ຖືກ​ຜູກ​ມັດ​ຍ້ອນ​ດິນ​ຟ້າ​ອາກາດ,ອຸນຫະພູມ ສະຖານ​ທີ່,​ເງື່ອນ​ໄຂ​ເສດຖະກິດ​ແລະ​ອື່ນໆ,​ແຕ່​ການ​ຍ່າງ ​ແມ່ນ​ງ່າຍ​ທີ່​ສຸດ,ຍ່າງ​ໃນ​ຍາມ​ໃດ​ກໍ​ໄດ້,ຢູ່​ໃສ​ກໍ​ໄດ້​ໃນ​ທຸກ​ລະດັບ​ການ​ຫມົດ​ປີ,​ເຮັດ​ໄດ້​ຢ່າງ​ສະ​ຫມ່ຳສະ​ເຫມີ,​ເປັນ​ລະບຽບ​ແລະ​ພໍດີ​ພໍ​ຄວນ,ການ​ອອກກຳລັງ​ກາຍແບບ​ນີ້​ໄດ້ຜົນ​ດີ​ທີ່​ສຸດ.

ຄັນ​ຊັ້ນ,ການ​ຍ່າງ​ຕ້ອງ​ໃຫ້​ໄດ້​ເຖິງ​ລະດັບ​ໃດ?ຍ່າງ​ແຕ່ລະ​ເທື່ອ​ດີທີ່ສຸດ​ໃຫ້​ໄດ້ 3000 ​ແມັດ,ປະມານ 3 ຫຼັກ.​ເທື່ອ​ຫນ່ຶງ 30 ນາທີ​ຂຶ້ນ​ໄປ,ຄື​ຕ້ອງ​ຍ່າງ​ໄວໆ​ແດ່​ຈັກ​ຫນ່ອຍ,ອາທິດ​ຫນຶ່ງ 5 ​ເທື່ອ​ຢ່າງ​ຫນ້ອຍ,ຈຶ່ງ​ຈະ​ສິ້ນ​ເປືອ​ງພະ​ລັງ​ງານ​ທີ່​ເຫຼືອ​ເຟືອ,ບັນລຸ​ຈຸ​ດປະສົງ​ລົດ​ຄວາມ​ອ້ວນ,​ໄລຍະ​ທາງ​ທີ່​ຍ່າງ​ນັ້​ນ,ດີ​ທີ່​ສຸດ​ແມ່ນ​ຍ່າງ​ໃຫ້​ສຸດ​ບາດ​ດຽວ,ຖ້າ​ແບ່ງ​ອອກ​ຫຼາຍ​ເທື່ອ​ກໍ​ຈະ​ໄດ້​ຮັບ​ຜົນ​ບໍ່​ດີ​ປານ​ໃດ.