|
ອົງການອະນາໄມໂລກເວົ້າວ່າເຂດປະສົບໄພຄື້ນຊູນາມີມີຄວາມເປັນໄປໄດ້ໜ້ອຍທີ່ຈະເກີດພະຍາດລະບາດ
cri
Author: w
ຕາມຂ່າວCRI:ວັນທີ 25 ມັງກອນ,ຢູ່ທີ່ເຊີແນວ,ເຈົ້າໜ້າທີ່ອົງການອະນາໄມໂລກເວົ້າ ວ່າ,ເຂດປະສົບໄພຄື້ນຊູນາມີມີຄວາມເປັນໄປໄດ້ໜ້ອຍທີ່ຈະເກີດພະຍາດລະບາດ.
ທ່ານນາວິດປາໂລ ຜູ້ຮັບຜິດຊອບທີ່ຊຳລະບັນຫາວິກິດການອະນາໄມຂອງອົງການດັ່ງ ກ່າວເວົ້າວ່າ, ເນື່ອງຈາກຄວາມພະຍາຍາມຂອງນານາຊາດ ອົງການມະນຸດສະທຳສາ ກົນແລະອຳນາດການປົກຄອງທ້ອງຖິ່ນທີ່ປະສົບໄພ,ໃນເຂດປະສົບໄພໄດ້ສ້າງລະບົບ ປ້ອງກັນພະຍາດລະບາດທີ່ບັງເກີດຜົນ, ດັ່ງນັ້ນ, ຈິງມີຄວາມອາດເປັນໄປໄດ້ໜ້ອຍທີ່ ຈະເກີດພະຍາດລະບາດ.
|
|