ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-26 21:27:32    
ອີຣັກ​ເກີດ​ເຫດການຫຼອນ​ໂຈມ​ຕີ​ດ້ວຍ​ກຳ​ລັງ​ຮຸນ​ແຮງ​ຫຼາຍ​ເທື່ອ​ໂດຍ​ແນ​ໃສ່​ການ​ເລືອກ​ຕັ້ງ​ທົ່ວ​ໄປ

cri Author: lm

ຕາມ​ຂ່າວCRI: ວັນ​ທີ 25 ມັງກອນ, ຜູ່​ປະກອບ​ອາວຸດ​ອີຣັກ​ໄດ້​ກໍ່​ເຫດການຫຼອນ​ໂຈມ​ຕີ​ຫຼາຍ​ເທື່ອ, ​ເຮັດ​ໃຫ້​ສະຖານະ​ການ​ກ່ອນ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ເຄັ່ງ​ຕຶງ​ຂຶ້ນ​ຕື່ມ.

ຕາມ​ໂທລະພາບ​ອານ ຈາ​ຊີ​ລາ​​ແຫ່ງ​ກາ​ຕາລາຍ​ງານ​ວ່າ, ​ໃນ​ມື້​ດຽວ​ກັນ, ຢູ່​ທິ​ຄຼິດ ບ້ານ​ເກີດ​ຂອງ​ທ່ານ​ຊັດ​ດາມ ອະ​ດີດ​ປະທານາທິບໍດີ​ອີຣັກ, ສະຖານີ​ປ່ອນ​ບັດ 10 ​ກວ່າ​ແຫ່ງ​ຖືກ​ລູກ​ລະ​ເບີດ​ຫຼອນ​ໂຈມ​ຕີ, ​ເຮັດ​ໃຫ້​ທະຫານ​ອາ​ເມ​ລິ​ກາ​ສອງ​ຄົນ​ບາດ​ເຈັບ. ຕາມ​ເວົ້າ​ກັນ​ວ່າ​ການ​ຫຼອນ​ໂຈມ​ຕີ​ເຫຼົ່ານີ້​ແມ່ນ​ນຳພາ​ໂດຍ​ຈາ​ຄາ​ວີ ຜູ່​ນຳ​ນ້ຳ​ເບີ​ສາມ​ຂອງ​ອົງ​ການ​ອານ​ເຄ​ດາ.

ນອກ​ນີ້ ​ໂຄສົກ​ຝ່າຍ​ຕຳຫຼວດອີຣັກກ່າວ​ວ່າ, ​ໃນ​ມື້​ດຽວ​ກັນ ຕຳຫຼວດອີ​ຣັກ​ໄດ້​ລົບ​ເລວ​ກັນ​ຢ່າງ​ດຸ​ເດືອດກັບ​ຜູ່​ປະ​ກອບ​ອາວຸດ​ທ້ອງຖິ່ນກຸ່ມ​ໜຶ່ງທີ່​ຮຽກຮ້ອງ​​ຄັດ​ຄ້ານ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ຢູ່​ພາກ​ຕາ​ເວັນ​ອອກ​ແບກ​ແດດ, ຕຳ​ຫຼວດ 11 ຄົນ​ຖືກ​ຍິງ​ຕາຍ.

ນອກ​ນີ້, ​ຜູ່​ພິພາກສາ​ຊັ້ນສູງ​ອີຣັກຜູ່​ນຶ່ງ​ຖືກ​ຍິງ​ຕາຍ​ຢູ່​ພາກ​ຕາ​ເວັນ​ອອກ​ແບກ​ແດດ​ໃນ​ມື້​ດຽວ​ກັນ.