ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-26 21:51:37    
ຂະບວນ​ວິວັດ​ສັນຕິ​ພາບ​ປາ​ເລັສ​ຕີນ​ອິສ​ຣາ​ແອນ​ປະ​ເຊີນ​ກັບ​ໂອ​ກາດ​ດີ​ທີ່​ສຸດ​ທີ່​ຈະ​ມີ​ການ​ບຸກ​ທະລຸ

cri Author: zl
ຕາມ​ຂ່າວCRI:ວັນ​ທີ 26 ມັງກອນ,​ພາຍຫຼັງ​ພົບ​ປະ​ກັບ​ທ່ານ​ມູບາ​ລັກ ປະທານາທິບໍດີ​ເອຢິບ​ຢູ່​ເລີ​ແກ​ແລ້ວ,ທ່ານວິນ​ລຽມ ​ເບີ​ນສ໌ ຜູ້​ຊ່ວຍ​ລັດຖະມົນຕີ​ການ​ຕ່າງປະ​ເທດອາ​ເມ​ລິ​ກາ​ທີ່​ຮັບຜິດຊອບ​ວຽກ​ງານ​ຕາ​ເວັນ​ອອກ​ກາງ​ກ່າວ​ວ່າ, ປະຈຸ​ບັນ,ຂະບວນວິວັດ​ສັນຕິພາບ​ປາ​ເລັສຕີນ​ອິສຣາ​ແອນພວມ​ປະ​ເຊີນ​ກັບໂອກາດ​ດີ​ທີ່​ສຸດ​ທີ່​ຈະ​ມີ​ການ​ບຸກທະລຸ.

ທ່ານ​​ເບີ​ນສ໌​ເວົ້າວ່າ,ອາ​ເມ​ລິ​ກາ​ແລະ​ເອຢິບ​ຊົມ​ເຊີຍ​ທ່ານ​ອັບ​ບາສປະທານ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕີນ​​ໃຊ້​ບາດກ້າວ​ເພື່ອ​​ບັນລຸ​ການ​ຢຸດ​ຍິງ​ລະຫວ່າງປາ​ເລັສຕີນ​ອິສຣາ​ແອນ ​ແລະ​ຟື້ນ​ຟູ​ກົດໝາຍ​ແລະລະບຽບການ​ຢູ່ເຂດ​ປາ​ເລັສຕີນ​ປົກ​ຄອງ​ຕົນ​ເອງ,ທັງ​ຊົມ​ເຊີຍ​ຝ່າຍ​ອິສຣາ​ແອນ​ທຳ​ການ​ຕອບ​ຢ່າງ​ຕັ້ງໜ້າ​ຕໍ່​ເລື່ອງ​ນີ້.