|
|
 |
| (GMT+08:00)
2005-01-26 21:57:37
|
|
ທ່ານຫຼີຈາວຊິງໂທລະສັບລົມກັບທ່ານລັດຖະມົນຕີການຕ່າງປະເທດໄທ
cri
Author: zl
ຕາມຂ່າວCRI:ວັນທີ 26 ມັງກອນ,ໃນເວລາໂທລະສັບລົມກັບທ່ານສຸລະກຽດ ລັດຖະມົນຕີການຕ່າງປະເທດໄທຕາມການສະເໜີ,ທ່ານຫຼີຈາວຊິງລັດຖະມົນຕີການຕ່າງປະເທດຈີນກ່າວວ່າ,ຝ່າຍຈີນຍິນດີເພີ່ມທະວີການປະສານງານແລະການຮ່ວມມືກັບໄທແລະບັນດາຝ່າຍທີ່ກ່ຽວຂ້ອງ,ສືບຕໍ່ພະຍາຍາມ ເພື່ອຍົກສູງຄວາມສາມາດກູ້ໄພ ປ້ອງກັນໄພແລະສ້າງບ້ານແປງເມືອງຄືນໃໝ່ໃນພາກພື້ນແຫ່ງນີ້.
ທ່ານສຸລະກຽດຍ້ອງຍໍຈີນສະໜອບການຊ່ອຍເຫຼືອໃຫ້ປະເທດທີ່ປະສົບໄພແຜ່ນດິນໄຫວແລະຄື້ນຊູນາມີ,ແລະແຈ້ງຂໍ້ລິເລີ່ມດ່ວນກ່ຽວກັບໄທຈະຈັດກອງປະຊຸມລະດັບລັດຖະມົນຕີການຮ່ວມມືໃນເຂດຈັດວາງການເຕືອນໄພຄື້ນຊູນາມີຢູ່ພູເກັດໃນວັນທີ 28 ຮອດວັນທີ 29 ມັງກອນໃຫ້ຈີນຊາບ.ທ່ານຫຼີຈາວຊິງເວົ້າວ່າ,ຜູ້ນຳຈີນເອົາໃຈໃສ່ໃນລະດັບສູງຕໍ່ການຮ່ວມມືສາກົນແລະພາກພື້ນກ່ຽວກັບການເຕືອນໄພທຳມະຊາດຮ້າຍແຮງ,ລັດຖະບານຈີນສະໜັບສະໜູນໄທຮຽກໄຂກອງປະຊຸມຄັ້ງນີ້.
|
|
|